ເກືອບຈະດຳເນີນການເຈລະຈາລະຫວ່າງບັນດາຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດກັບບັນດາສະມາຄົມ ແລະ ວິສາຫະກິດ

00:00 | 15/12/2023

ຍສໝ - ທີ່​ກອງ​ປະຊຸມເຈລະຈາ, ບັນດາ​ຫົວໜ້າ​ອົງການ​ຜູ້ຕາງໜ້າ ​ຫວຽດນາມ ​ຢູ່​ຕ່າງປະ​ເທດ​ ຈະ​ແບ່ງປັນ​ທ່າອຽງໃໝ່​ໃນ​ການ​ລົງທຶນ, ການປ່ຽນແປງໃໝ່ປະດິດ​ສ້າງ, ການສຶກສາບຳລຸງ​ສ້າງ, ເປັນເສນາທິການໃຫ້ບັນດາວິ​ສາ​ຫະກິດ ຫວຽດນາມ ບັນລຸ​ໄດ້​ຜົນສຳ​ເລັດ.

ຄົ້ນຄ້ວາ ແລະ ພັດທະນາບັນດາສາຂາສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ຢູ່ບັນດາອົງການ, ໂຮງຮຽນ ແລະ ວິສາຫະກິດ ຄົ້ນຄ້ວາ ແລະ ພັດທະນາບັນດາສາຂາສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ຢູ່ບັນດາອົງການ, ໂຮງຮຽນ ແລະ ວິສາຫະກິດ
ວິສາຫະກິດ​ລາວ ​ແລະ ​ໄທ ມີ​ຄວາມ​ສົນ​ໃຈໃນການ​ລົງທຶນ​ການທ່ອງ​ທ່ຽວ​ທາງ​ທະ​ເລ​ຢູ່​ກວາງ​ຈີ ສສ ຫວຽດນາມ ວິສາຫະກິດ​ລາວ ​ແລະ ​ໄທ ມີ​ຄວາມ​ສົນ​ໃຈໃນການ​ລົງທຶນ​ການທ່ອງ​ທ່ຽວ​ທາງ​ທະ​ເລ​ຢູ່​ກວາງ​ຈີ ສສ ຫວຽດນາມ

ວັນ​ທີ 15 ທັນວາ, ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ການ​ທູດ​ຄັ້ງ​ທີ 32 ​ແລະ ກອງ​ປະຊຸມ​ການ​ຕ່າງປະ​ເທດທົ່ວປະເທດ ຄັ້ງ​ທີ 21, ກະຊວງ​ການ​ຕ່າງປະ​ເທດຫວຽດນາມ​ ຈະ​ຈັດ​ຕັ້ງ​ກອງປະຊຸມເຈລະຈາລະຫວ່າງບັນດາຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດກັບບັນດາສະມາຄົມ ແລະ ວິສາຫະກິດ.

ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທຳ​ອິດ​ໃນ​ບັນດາເຫດ​ການ​ທີ່ໄດ້ຈັດ​ຂຶ້ນເນື່ອງໃນໂອກາດ 2 ກອງ​ປະຊຸມຂ້າງເທິງ.

​ເຂົ້າ​ຮ່ວມເຫດການມີ​ບັນດາ​ຫົວໜ້າ​ອົງການ​ຜູ້ຕາງໜ້າ​ຫວຽດນາມ ຢູ່​ຕ່າງປະ​ເທດ, ​ເອກ​ອັກຄະ​ລັດຖະທູດ, ກົງສຸນໃຫຍ່ຜູ້​ໃໝ່ ທີ່ຫາກໍ່ໄດ້ຮັບແຕ່ງຕັ້ງ, ຜູ້ຕາງໜ້າ​ການ​ນຳ​ບັນດາ​ກະຊວງ, ຂະແໜງການ, ທ້ອງ​ຖິ່ນ, ສະມາຄົມ ​ແລະ ວິ​ສາ​ຫະກິດ​.

ເກືອບຈະດຳເນີນການເຈລະຈາລະຫວ່າງບັນດາຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດກັບບັນດາສະມາຄົມ ແລະ ວິສາຫະກິດ

ບັນດາ​ຫົວໜ້າ​ອົງການ​ຜູ້ຕາງໜ້າ ​ຫວຽດນາມ ​ຢູ່​ຕ່າງປະ​ເທດ​ ​ແບ່ງປັນ​ທ່າອຽງໃໝ່

ໂດຍປະຕິບັດ​ນະ​ໂຍບາຍ​ການ​ທູດ​ເສດຖະກິດ​ເພື່ອ​ພັດທະນາ, ​ກອງປະຊຸມເຈລະຈາ ແມ່ນ​ເຫດການ​ສຳຄັນ ​ແລະ ມີ​ຄວາມ​ໝາຍ​ທີ່​ສຸດ​ໃນ​ສະພາບ​ທີ່​ພັກ, ລັດ, ລັດຖະບານ ​ແລະ ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ກຳນົດເປັນ​ໜຶ່ງ​ໃນ​ບັນດາການ​ບໍລິການ​ຕົ້ນຕໍ​ໃນ​ການປະຕິບັດ​ງານ​ແມ່ນ​ປະຊາ​ຄົມ​ວິ​ສາ​ຫະກິດ. ໃນຂະນະ​ນັ້ນ, ຄວາມ​ສົນ​ໃຈ​ຕົ້ນຕໍ​ຂອງປະຊາຄົມວິ​ສາ​ຫະກິດ​ຫວຽດນາມ ​ແມ່ນ​ກຳ​ແໜ້ນຍຖກສະໄໝ ​ແລະ ຍາດ​ແຍ່ງ​ກາລະ​ໂອກາດ​ເພື່ອ​ດັດປັບ​ໃຫ້​ດີ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ​ປະຈຸ​ບັນ.

ທີ່​ກອງປະຊຸມເຈລະຈາ, ບັນດາ​ຫົວໜ້າ​ອົງການ​ຜູ້ຕາງໜ້າ ​ຫວຽດນາມ ​ຢູ່​ຕ່າງປະ​ເທດ ​ຈະ​ແບ່ງປັນ​ທ່າ​ອ່ຽງ​ໃໝ່​ໃນ​ການ​ລົງທຶນ, ການປ່ຽນແປງໃໝ່ປະດິດ​ສ້າງ, ການສຶກສາບຳລຸງ​ສ້າງ, ປະກອບຄຳເຫັນບັນດາກາລະໂອກາດໃຫ້ບັນດາວິສາຫະກິດ ຫວຽດນາມ ບັນລຸໄດ້ຜົນສຳເລັດ.

ນີ້​ກໍ່​ແມ່ນ​ເວທີ​ປາ​ໄສເພື່ອສື່ສານສອງ​ຝ່າຍ, ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ເພື່ອ​ເຂົ້າ​ສູ່ທ້ອງ​ຕະຫຼາດ, ຊອກ​ຫາ​ຄູ່​ຮ່ວມ​ມື​ລົງທຶນ​ຢູ່ ​ຫວຽດນາມ ​ແລະ ຈາກ ຫວຽດນາມ ​ໄປ​ຕ່າງປະ​ເທດ.

​ກອງປະຊຸມເຈລະຈາ ຄາດຄະເນມີ 3 ກອງ​ປະຊຸມ​ປຶກສາ​ຫາລື​ຕົ້ນຕໍ, ປະກອບມີ: ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ໃໝ່​ສຳລັບວິ​ສາ​ຫະກິດ ຫວຽດນາມ ​ໃນ​ຂະ​ບວນການ​ເຊື່ອມ​ໂຍງ; ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ເຕັກ​ໂນ​ໂລ​ຊີ​ສູງ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການ​ຫັນປ່ຽນ​ພະລັງງານ; ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກໍາ Halal​.

ພາຍຫຼັງ​ການສຳມະນາ​ຢູ່ສະໂມສອນຫຼັກ, ບັນດາ​ຜູ້​ແທນ​ຈະ​ເຂົ້າ​ຮ່ວມ​ບັນດາວາລະ​ເຊື່ອມຕໍ່ລະຫວ່າງເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ອົງການ​ຜູ້ຕາງໜ້າ​ ຫວຽດນາມ ຢູ່​ຕ່າງປະ​ເທດ​ ແລະ ບັນດາ​ການ​ນຳ​ບັນດາ​ສະມາຄົມ ​ແລະ ວິ​ສາ​ຫະກິດ. ​ເຫດການ​ດັ່ງກ່າວ ໄດ້ຈັດ​ຂຶ້ນ​ດ້ວຍ​ຮູບ​ການ​ເຊື່ອມ​ຕໍ່​ໂດຍ​ກົງ​ຢູ່​ບັນດາ​ສະຖານ​ທີ່​ຈັດ​ຕັ້ງ ​ໂດຍ​ຄະນະ​ກຳມະການ​ຈັດ​ຕັ້ງກະກຽມ ແລະ ​ແບ່ງ​ຕາມ​ເຂດ​ພູມ​ສາດ.

ມິງດຶກ

ເຫດການ
302 Found

Found

The document has moved here.