ເຝີຫວຽດນາມ ພິຊິດໃຈຊາວອາຟະລິກາໃຕ້

15:09 | 14/12/2023

ຍສໝ - ນີ້ແມ່ນຄັ້ງທຳອິດທີ່ເຫດການວັນເຝີຫວຽດນາມ ໄດ້ຈັດຂຶ້ນທີ່ ປະເທດອາຟະລິກາໃຕ້, ເຊິ່ງແມ່ນໜຶ່ງໃນບັນດາຂໍ້ລິເລີ່ມຂອງ ສະຖານທູດຫວຽດນາມ ປະຈໍາ ອາຟະລິກາໃຕ້.

ເຝີຫວຽດນາມຜ່ານທະລຸເຂົ້າໄປໃນສຸດຍອດບັນດາປະເພດອາຫານທີ່ມີນ້ຳຊຸບແຊບທີ່ສຸດໃນໂລກ ເຝີຫວຽດນາມຜ່ານທະລຸເຂົ້າໄປໃນສຸດຍອດບັນດາປະເພດອາຫານທີ່ມີນ້ຳຊຸບແຊບທີ່ສຸດໃນໂລກ
ນາງງາມ, ນັກທຸລະກິດ ນີງຫງວຽນ ແລະ ຄວາມປາດຖະໜາຢາກນຳເອົາ ເຝີຫວຽດນາມ ໄປສູ່ ອາເມລິກາ ນາງງາມ, ນັກທຸລະກິດ ນີງຫງວຽນ ແລະ ຄວາມປາດຖະໜາຢາກນຳເອົາ ເຝີຫວຽດນາມ ໄປສູ່ ອາເມລິກາ

ວັນທີ 9 ທັນວາ, ເຫດການວັນເຝີຫວຽດນາມ ທີ່ປະເທດອາຟະລິກາໃຕ້ ໄດ້ຈັດຂຶ້ນທີ່ເຂດຕະຫຼາດອາຫານການກິນ Hazel Food Market ທີ່ຊື່ສຽງຂອງນະຄອນຫຼວງ Pretoria, ປະເທດອາຟິກກາໃຕ້.

ເຝີຫວຽດນາມ ພິຊິດໃຈຊາວອາຟະລິກາໃຕ້

ເຝີຫວຽດນາມ ໄດ້ຮັບຄວາມນິຍົມຈາກຊາວອາຟະລິກາໃຕ້ ແລະນັກທ່ອງທ່ຽວສາກົນ. ພາບ: TTXVN)

ນີ້ແມ່ນຄັ້ງທຳອິດທີ່ເຫດການວັນເຝີຫວຽດນາມ ໄດ້ຈັດຂຶ້ນທີ່ ປະເທດອາຟະລິກາໃຕ້, ເຊິ່ງແມ່ນໜຶ່ງໃນບັນດາຂໍ້ລິເລີ່ມຂອງ ສະຖານທູດຫວຽດນາມ ປະຈໍາ ອາຟະລິກາໃຕ້.

ທ່ານ ຮວ່າງສິ໊ເກື່ອງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາຟະລິກາໃຕ້ ໃຫ້ຮູ້ວ່າ ເຫດການວັນເຝີຫວຽດນາມ ທີ່ປະເທດອາຟະລິກາໃຕ້ ແມ່ນເຫດການສຸດທ້າຍໃນບັນດາເຫດການຈັດຕັ້ງເພື່ອສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ (22-12-1993/22-12-2023).

ເຖິງວ່າ ສະພາບອາກາດແດດກ້າກໍ່ຕາມ, ແຕ່ຊາວອາຟະລິກາໃຕ້, ພະນັກງານ, ລັດຖະກອນທູຕານຸທູດປະເທດຕ່າງໆຫຼາຍຄົນ, ກໍ່ຄື ປະຊາຄົມ ຊາວຫວຽດນາມ ທີ່ພວມດໍາລົງຊີວິດ, ເຮັດວຽກ ແລະ ສຶກສາຮ່ຳຮຽນທີ່ປະເທດອາຟະລິກາໃຕ້ ໄດ້ມາຢາມຮ້ານວາງສະແດງແນະນຳເຝີ ແລະ ອາຫານການກິນ ຂອງຫວຽດນາມ.

ຕາມທ່ານ ຮວ່າງສິ໊ເກື່ອງ ແລ້ວ, ເຖິງວ່າເຫດການນີ້ໄດ້ຈັດຂຶ້ນເປັນຄັ້ງທຳອິດທີ່ປະເທດອາຟະລິກາໃຕ້ ກໍ່ຕາມ, ແຕ່ໄດ້ຮັບ ຜົນສຳເລັດ ແລະສ້າງຄວາມປະທັບໃຈໃຫ້ຊາວອາຟະລິກາໃຕ້ ແລະ ພະນັກງານ, ລັດຖະກອນໃນຂະແໜງການທູດຂອງປະເທດຕ່າງໆ ດ້ວຍການແນະນຳວັດທະນະທຳຫວຽດນາມ ເວົ້າລວມ ກໍ່ຄືສິ່ງຍອດຢ້ຽມຂອງອາຫານການກິນຫວຽດນາມ ເວົ້າສະເພາະ.

ບູນມີ

ທ່ານອາດຈະມັກ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ເຫດການ