ປະຊາຄົມຊາວ ຫວຽດນາມ ຢູ່ລັດ Connecticut, ອາເມລິກາ ຍາມໃດກໍ່ມຸ່ງໄປເຖິງບ້ານເກີດເມືອງນອນຂອງຕົນ.

10:00 | 28/11/2023

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງຢ່າງ ຢືນຢັນ​ວ່າ ຄະນະ​ຜູ້​ແທນ​ຍາມ​ໃດ​ກໍ່​ພ້ອມ​ກັບ​ບັນດາ​ນັກ​ປັນຍາ​ຊົນ ​ຫວຽດນາມ ຢູ່ ລັດ Connecticut, ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາຊົນ ກໍ່​ຄື​ການ​ພັດທະນາ​ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ.

ຊຸກຍູ້ການພົວພັນຮ່ວມມືທີ່ແທດຈິງລະຫວ່າງ ຫວຽດນາມ ກັບສະຫະປະຊາຊາດ, ອາເມລິກາ ແລະບຣາຊິນ ຊຸກຍູ້ການພົວພັນຮ່ວມມືທີ່ແທດຈິງລະຫວ່າງ ຫວຽດນາມ ກັບສະຫະປະຊາຊາດ, ອາເມລິກາ ແລະບຣາຊິນ
ອາເມລິກາ ປາດຖະໜາຢາກພັດທະນາການພົວພັນຄູຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເຂົ້າສູ່ລວງເລິກ ອາເມລິກາ ປາດຖະໜາຢາກພັດທະນາການພົວພັນຄູຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເຂົ້າສູ່ລວງເລິກ

ວັນທີ 26 ພະຈິກ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຜູ້ປະຈຳການຕາງໜ້າຫວຽດນາມ ປະຈໍາ ສະຫະປະຊາຊາດ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ນັກປັນຍາຊົນ ຫວຽດນາມ ດີເດັ່ນຈໍານວນໜຶ່ງຢູ່ລັດ Connecticut ເນື່ອງໃນໂອກາດບຸນຄຣິດສະມາດ 2023, ປີໃໝ່ 2024 ແລະ ບຸນປີໃໝ່ຫວຽດນາມ.

ປະຊາຄົມຊາວ ຫວຽດນາມ ຢູ່ລັດ Connecticut, ອາເມລິກາ ຍາມໃດກໍ່ມຸ່ງໄປເຖິງບ້ານເກີດເມືອງນອນຂອງຕົນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ຮວ່າງ​ຢາງ ໄດ້​ໄປ​ຢ້ຽມ​ຢາມ​ນັກ​ປັນ​ຍາ​ຊົນ​ ຫວຽດ​ນາມ ​ດີ​ເດັ່ນ​ຢູ່ Connecticut.

​ໃນ​ບັນຍາກາດ​ທີ່​ສະໜິດສະໜົມ ​ແລະ ​ເປີດອົກເປີດໃຈ, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງ​ຢາງ ​ໄດ້​ຊົມ​ເຊີຍ​ບັນດາ​ການ​ປະກອບສ່ວນ​ອັນ​ມີຄວາມໝາຍ ແລະ ​ແທດ​ຈິງ​ຂອງ​ຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວິທະຍາສາດ ​ແລະ ການ​ສຶກສາ ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໃນໄລຍະຜ່ານມາ; ​ເນັ້ນ​ໜັກ​ວ່າ ພັກ ​ແລະ ລັດ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ​ແລະ ຖື​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ​ເວົ້າ​ລວມ ​ແລະ ບັນດາ​​ພີ່ນ້ອງ​ຮ່ວມ​ຊາດ​ຢູ່ ອາ​ເມ​ລິ​ກາ ເວົ້າ​ສະ​ເພາະ ​ແມ່ນ​ພາກສ່ວນ​ໜຶ່ງບໍ່ສາມາດຕັດແຍກ ​ແລະ ເປັນແຫຼ່ງຊັບພະຍາກອນສຳຄັນ​ທີ່​ສຸດ​ໃຫ້​ແກ່​ການ​ພັດທະນາ​ໃນ​ທຸກ​ດ້ານ​ຂອງ​ປະ​ເທດ.

ທ່ານ​ເອກ​ອັກຄະ​ລັດຖະທູດຫວັງວ່າ ບັນດາ​ອາຈານ, ທ່ານໝໍ, ທະນາຍຄວາມ, ວິສະວະກອນ... ຈະ​ມີ​ບົດບາດ​ແກ່ນສານ, ​ເຕົ້າ​ໂຮມ​ບັນດາ​ປັນຍາ​ຊົນ​ ຫວຽດນາມ ຢູ່​ເຂດ​ນີ້​ຢ່າງ​ກວ້າງຂວາງ, ປະກອບສ່ວນ​ກໍ່ສ້າງ​ປະຊາ​ຄົມ​ຊາວ​ ຫວຽດນາມ ​ໃນ​ທົ່ວ​ປະ​ເທດ ຍາມ​ໃດ​ກໍ່​ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງ​ນອນ, ນັບ​ມື້​ນັບ​ເປັນ​ເອກະ​ພາບ ​ແລະ ​ເຕີບໃຫຍ່ເຂັ້ມ​ແຂງ​ຂຶ້ນ, ສົມ​ກັບ​ຂອບຂະໜາດ ​ແລະ ຖານະ​ຕຳ​ແໜ່​ງຂອງ​ຊາວ ຫວຽດນາມ ຢູ່ ອາ​ເມ​ລິ​ກາ.​

ທ່ານ​ເອກ​ອັກຄະ​ລັດຖະທູດ ​ຍັງ​ຢືນຢັນ​ວ່າ ຍາມ​ໃດ​ຄະນະ​ຜູ້​ແທນ​ກໍ່ຈະ​ພ້ອມ​ກັບ​ບັນດາ​ນັກ​ປັນຍາ​ຊົນ​ຫວຽດນາມ ຢູ່ລັດ Connecticut ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ຜົນ​ປະ​ໂຫຍ​ດລວມຂອງ​ປະ​ເທດ​ຊາດ ກໍ່​ຄື​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ.

ກ່າວຄຳປາໄສຕາງໜ້າໃຫ້​ບັນດາ​ນັກ​ປັນຍາ​ຊົນ ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ທ່ານ ​ເຈີ່ນຖັງ, ປະທານ​ສະ​ຖາ​ບັນ​ວັດທະນະທຳ ​ແລະ ການ​ສຶກສາ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ​ໄດ້​ຂອບ​ອົກ​ຂອບ​ໃຈ​ຄະນະ​ຜູ້​ແທນ ​ຫວຽດນາມ ປະຈຳ ສປຊ ​ແລະ ສ່ວນບຸກຄົນທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢ່າງ ຕະຫຼອດເຖິງ​ປະຊາ​ຄົມ​ປັນຍາ​ຊົນ ​ຫວຽດນາມ ຢູ່​ນະຄອນ ນີວ​ຢອກ ​ແລະ ລັດ Connecticut.

ທ່ານ​ປະທານ​ສະ​ຖາ​ບັນ​ວັດທະນະທຳ ​ແລະ ການ​ສຶກສາ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນດາ​ຜົນງານ​ພັດທະນາ​ເສດຖະກິດ - ສັງຄົມ ກໍຄືການຕ່າງປະເທດ​ຂອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ​ໃນ​ນັ້ນ ​ມີ​ການ​ເພີ່ມ​ທະວີ​ການ​ພົວພັນ ຫວຽດນາມ - ອາເມລິກາ ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ບັນດາ​ຜູ້​ຕາງໜ້າ​ປະຊາ​ຄົມ​ຢືນຢັນ​ຈະ​ສືບ​ຕໍ່​ປະກອບສ່ວນ​ສະຕິ​ປັນຍາ ​ແລະ ຄວາມ​ມານະ​ພະຍາຍາມ​ເຂົ້າ​ໃນ​ບັນດາ​ການ​ເຄື່ອນ​ໄຫວ ​ແລະ ບັນດາ​ໂຄງການ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ແລະ ດຶງ​ດູດ​ການ​ລົງທຶນ, ແຫຼ່ງຊັບພະຍາກອນເຂົ້າ​ໃນ​ບັນດາ​ຂົງ​ເຂດ​ສຳຄັນ​ເພື່ອ​ພັດທະນາ​ຂອງ​ປະ​ເທດ​ຊາດໃນ​ໄລຍະ​ໃໝ່.

ມິງດຶກ

ເຫດການ
302 Found

Found

The document has moved here.