ທ່ານນາຍົກລັດຖະມົນຕີຫວຽດນາມ ປຸກລະດົມກຸ່ມນັກສຶກສາຫວຽດນາມບັນລຸບັນດາຜົນງານສູງທີ່ກອງປະຊຸມ COP28

00:00 | 04/12/2023

ຍສໝ - ຕອນເຊົ້າວັນທີ 3 ທັນວາ, ຢູ່ Dubai, UAE, ເນື່ອງໃນໂອກາດເຂົ້າຮ່ວມ ກອງປະຊຸມຂັ້ນສູງ COP 28 ແລະ ການເຄື່ອນໄຫວສອງຝ່າຍຢູ່ UAE, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໋ງ ໄດ້ມີການພົບປະກັບນັກສຶກສາຫວຽດນາມ ທີ່ຫາກໍ່ບັນລຸໄດ້ຜົນງານສູງໃນການແຂ່ງຂັນຢູ່ UAE.

ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມ COP28, ຢ້ຽມຢາມຕວກກີິ: ພ້ອມກັນມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມ COP28, ຢ້ຽມຢາມຕວກກີິ: ພ້ອມກັນມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ

ແຕ່​ວັນ​ທີ 27 ພະຈິກ​ຫາ​ວັນ​ທີ 2 ທັນວາ 2023, ນັກ​ສຶກສາ​ທີ່ມາຈາກ 100 ປະ​ເທດ​ໃນ​ທົ່ວ​ໂລກ​ໄດ້​ມີ​ໂອກາດ​ແນະນຳ​ໂຄງການ​ປະດິດສ້າງໃນການແກ້​ໄຂ​ບັນຫາ​ຕົວ​ຈິງ​ໃນບັນດາ​ຂົງ​ເຂດ​ວິທະຍາສາດ​ທຳ​ມະ​ຊາດ, ມະນຸດສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ການ​ຄົ້ນ​ຄ້ວາ​ປະດິດ​ສ້າງ​ໃນລາຍການ​ທີ່ The Boulevard, Emirates Towers. - Dubai, ເຊິ່ງຈັດຂຶ້ນໃນຂອບເຂດຂອງກອງປະຊຸມ Global Climate Action COP 28.

ທ່ານນາຍົກລັດຖະມົນຕີຫວຽດນາມ ປຸກລະດົມກຸ່ມນັກສຶກສາຫວຽດນາມບັນລຸບັນດາຜົນງານສູງທີ່ກອງປະຊຸມ COP28

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ຟ້າມ​​ມິງຈີ໋ງ ໄດ້​ຊົມ​ເຊີຍ​ທ່ານ ອາຈານ ປອ. ຕັ່ງວັນເລີມ ແລະ ​ບັນ​ດາ​ນັກ​ສຶກ​ສາ​ທີ່ໄດ້​ຮັບການ​ຄັດເລືອກ​​ໂຄງ​ການ​ຢູ່ The Boulevard, Emirates Towers - Dubai, ເຊິ່ງ​ດຳ​ເນີນ​ໃນ​ຂອບ​ເຂດ​ກອງ​ປະ​ຊຸມ​ Global Climate Action COP 28. (ທີ່ມາ: VGP)

ໂຄງການຂອງກຸ່ມນັກສຶກສາມະຫາວິທະຍາໄລບໍ່ແຮ່ ແລະ ທໍລະນີສາດ ປະກອບມີ 5 ຄົນຄື: ຫງວຽນຈຸງຮ໋ຽວ, ຫວໍດິ່ງຈ້ອງ, ຫງວຽນຊວນກົງ, ບູຍດຶກຕຸ່ງ, ດັ້ງກວາງມິງ ໂດຍ ທ່ານ ປອ ຕັ່ງວັນເລີມ ນຳພາ ໄດ້ບັນລຸຜົນດີເລີດຖືກ ເຊິ່ງໄດ້ຮັບການຄັດເລືອກເພື່ອວາງສະແດງໃນລາຍການນີ້.

ໂຄງການທີ່ໄດ້ຮັບການຄັດເລືອກຂອງກຸ່ມກ່ຽວກັບເບຕົງທີ່ບໍ່ມີຊີມັງເເບບສົມບູນ, ປົນປະໄວ້ແລ້ວ, ອັດຖົງກັບຄວາມເຂັ້ມຍັດສູງສົມຄວນ, ເຊິ່ງໄດ້ຮັບຄວາມສົນໃຈ ແລະ ສັ່ງຊື້ຈາກຫຼາຍວິສາຫະກິດ ແລະ ຄູ່ຮ່ວມງານ.

ກຸ່ມນັກສຶກສາຫວຽດນາມ ສາມາດຜ່ານ 3.000 ທີມແຂ່ງຂັນທີ່ມາຈາກ 100 ກວ່າປະເທດທົ່ວໂລກ ເພື່ອຄັດເລືອກເຂົ້າໃນ 100 ໂຄງການທີ່ມີປະສິດທິຜົນ ເເລະ ນຳມາເຊິ່ງຜົນປະໂຫຍດສູງສຸດໃຫ້ແກ່ປະຊາຄົມ.

ການຄັດເລືອກຂອງໂຄງການນີ້ ມີການເຂົ້າຮ່ວມຂອງບັນດາອົງການວິຊາການສຶກສາທີ່ມີຊື່ສຽງເຊັ່ນ: Harvard ແລະ Cambridge, ກໍ່ຄື ມະຫາວິທະຍາໄລຊັ້ນນໍາໃນບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນຂຶ້ນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈີ໋ງ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຍ້ອງຍໍອດຈານ ຕັ່ງວັນເລີມ ແລະ​ ບັນ​ດາ​ນັກ​ສຶກ​ສາ​ທີ່ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນດີເລີດ, ສະ​ແດງ​ໃຫ້​ເຫັນ​ຄຸນ​ນະ​ພາບ​ການ​ສຶກ​ສາ ແລະ ຢັ້ງ​ຢືນ​ພູມປັນຍາ​ຂອງ​ຊາວ​ຫວຽດ​ນາມ ແລະ ຜູ້​ແທນ​ຫວຽດ​ນາມ ເມື່ອ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ສາ​ກົນ.

ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສຸດ​ທ້າຍ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈີ໋ງ ໃນລາຍການ​ເຮັດ​ວຽກ​ຢູ່ UAE. ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຟ້າມ​​ມິງຈີ໋ງ ພ້ອມກັບພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ ຫວຽດນາມ ​ໄດ້​ອອກເດີນທາງ​ຈາກ UAE ກັບປະເທດຫວຽດນາມ, ສິ້ນສຸດການວຽກງານ​ເຂົ້າ​ຮ່ວມ​ກອງ​ປະຊຸມ COP 28, ຢ້ຽມຢາມ ຕວກກີ ຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສອງ​ຝ່າຍ​ຢູ່ UAE.

ດີງເລື້ອງ

ເຫດການ
302 Found

Found

The document has moved here.