ບຸນລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2024 ໃນປະເທດຍີ່ປຸ່ນ

13:48 | 23/01/2024

ຍສໝ - ວັນທີ 20 ມັງກອນ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Fukuoka, ສະມາຄົມຊາວ ຫວຽດນາມ ອາໄສຢູ່ Fukuoka, ສະຫະສະມາຄົມສົ່ງເສີມການຄ້າ ແລະ ການລົງທຶນ ຫວຽດນາມ ຢູ່ Kyushu ໄດ້ສົມທົບກັນຈັດວັນບຸນເຕັດ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ເພື່ອຕ້ອນຮັບບຸນເຕັດປີມະໂຣງ 2024.

ຊາວ ຫວຽດນາມ ເຂົ້າຮ່ວມການຊ່ວຍເຫຼືອຜູ້ປະສົບເຫດແຜ່ນດິນໄຫວຢູ່ ຍີ່ປຸ່ນ ຊາວ ຫວຽດນາມ ເຂົ້າຮ່ວມການຊ່ວຍເຫຼືອຜູ້ປະສົບເຫດແຜ່ນດິນໄຫວຢູ່ ຍີ່ປຸ່ນ
Fukuoka (ຍີ່ປຸ່ນ) ຈະໜູນຊ່ວຍນະຄອນຫຼວງ ຮ່າໂນ້ຍ ໃນການແກ້ໄຂບັນຫາທີ່ກຽວຂ້ອງກັບສິ່ງແວດລ້ອມ Fukuoka (ຍີ່ປຸ່ນ) ຈະໜູນຊ່ວຍນະຄອນຫຼວງ ຮ່າໂນ້ຍ ໃນການແກ້ໄຂບັນຫາທີ່ກຽວຂ້ອງກັບສິ່ງແວດລ້ອມ

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ນາງ ຫວູ​ຈິ​ມິນ - ກົງ​ສຸນ​ໃຫຍ່​ຫວຽດ​ນາມ ປະ​ຈຳ Fukuoka ຖື​ວ່າ: ປີ 2023 ແມ່ນ​ປີ​ທີ່​ມີ​ຫລາຍ​ເຫດ​ການ​ສຳ​ຄັນ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ຫວຽດ​ນາມ - ຍີ່​ປຸ່ນ, 15 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ. ການ​ພົວ​ພັນ​ຄູ່​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ນະ​ຄອນ ຮ່າ​ໂນ້ຍ ແລະ ແຂວງ Fukuoka. ພິ​ເສດ, ທີ່​ການ​ຢ້ຽມຢາມ ຍີ່ປຸ່ນ ​ເມື່ອ​ບໍ່​ດົນ​ມາ​ນີ້ ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ, 2 ຝ່າຍ​ໄດ້​ຍົກ​ລະດັບ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຍີ່ປຸ່ນ ຂຶ້ນ​ເປັນ "ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ເພື່ອ​ສັນຕິພາບ ​ແລະ ວັດທະນາ​ຖາວອນ​ຢູ່ ອາຊີ - ປາຊີ​ຟິກ ​ໃນ​ໂລກ".

ບຸນລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2024 ໃນປະເທດຍີ່ປຸ່ນ

ບຸນລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2024 ໃນປະເທດຍີ່ປຸ່ນ

ຈຸດພົ້ນເດັ່ນທີ່ງານບຸນແມ່ນ 2 ເຫດການສຳຄັນ, ໄດ້ຈັດຂຶ້ນເປັນຄັ້ງທຳອິດ, ລວມມີ: ການຢັ້ງຢືນສະຖິຕິຈຳນວນຜູ້ນຸ່ງສຸດເສື້ອຍາວສ້າງເປັນຮູບແຜນທີ່ ຫວຽດນາມ ຢູ່ຕ່າງປະເທດ (ລວມມີ 1.500 ຄົນ) ແລະ ສັບປະດາແຟຊັນເສື້ອຍາວ Fukuoka 2024.

ກ່າວຄຳເຫັນທີ່ພິທີໄລ, ທ່ານນາງ ຫວູຈີມາຍ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Fukuoka, ໃຫ້ຮູ້ວ່າ, ບຸນເຕັດປະຊາຄົມແມ່ນການສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງລັດ ຫວຽດນາມ ຕໍ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເວົ້າລວມ ແລະ ຢູ່ ຍີ່ປຸ່ນ ເວົ້າສະເພາະ, ດ້ວຍຄວາມຫວັງວ່າ ພໍ່ແມ່ປະຊາຊົນແມ່ນກຸ່ມກ້ອນມະຫາສາມັກຄີ ແລະ ຍາມໃດກໍ່ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.