ຫວຽດນາມ ໄດ້ເຂົ້າອັນດັບໃນ 15 ປະເທດ ແລະ ເຂດແຄວ້ນທີ່ກ້າວໜ້າທີ່ສຸດໃນອາຊີ

00:00 | 14/12/2023

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຫວຽດນາມ​ໄດ້​ຂຶ້ນ​ສູ່​ອັນ​ດັບ 15 ປະ​ເທດ​ກ້າວໜ້າ​ທີ່​ສຸດ​ໃນ​ອາຊີ, ອີງ​ຕາມ​ການ​ຕີ​ລາຄາ​ຂອງ​ເວັບ​ໄຊ​ຂ່າວ​ການ​ເງິນ Insider Monkey. ນອກຈາກຫວຽດນາມແລ້ວ, ອາຊີຕາເວັນອອກສ່ຽງໃຕ້ຍັງລວມມີສິງກະໂປ, ໄທ ແລະມາເລເຊຍ.

ຄວາມໝາຍສຳຄັນ ຂອງການຍົກລະດັບກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ຄວາມໝາຍສຳຄັນ ຂອງການຍົກລະດັບກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ
ສີສັນ​ “ການທູດແບບຕົ້ນໄມ້ໄຜ່”: ​ເປີດ​ສະຖານະການ​ໃໝ່​ເພື່ອ​ສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະເທດ ຫວຽດນາມ ສີສັນ​ “ການທູດແບບຕົ້ນໄມ້ໄຜ່”: ​ເປີດ​ສະຖານະການ​ໃໝ່​ເພື່ອ​ສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະເທດ ຫວຽດນາມ

Insider Monkey ໃຊ້ດັດຊະນີປ່ຽນໃໝ່ໂລກ (GII) ແລະດັດຊະນີ R&D ເປັນສ່ວນຮ້ອຍຂອງ GDP ເພື່ອສ້າງບັນຊີລາຍຊື່ຂອງ 15 ປະເທດ ແລະ ເຂດແຄວ້ນທີ່ກ້າວຫນ້າທີ່ສຸດໃນອາຊີ.

ຕາມ​ນັ້ນ​ແລ້ວ, GII ​ໄດ້​ຈັດ​ອັນ​ດັບ​ປະ​ເທດ ​ແລະ ເຂດແຄວ້ນໂດຍ​ອີງ​ໃສ່​ ຄວາມສາມາດບົ່ມຊ້ອນ ​ແລະ ຄວາມ​ສາມາດ​ປ່ຽນໃໝ່ຂອງ​ຕົນ. GII ພ້ອມກັນຕີລາຄາສະຖານະການປ່ຽນໃໝ່ຂອງປະເທດຕ່າງໆ, ການນຳໃຊ້ເຕັກໂນໂລຢີແງ່ມຸມເສດຖະກິດ - ສັງຄົມຂອງການພັດທະນາ.

ຫວຽດນາມ ໄດ້ເຂົ້າອັນດັບໃນ 15 ປະເທດ ແລະ  ເຂດແຄວ້ນທີ່ກ້າວໜ້າທີ່ສຸດໃນອາຊີ
ຫວຽດນາມ ໄດ້ເຂົ້າອັນດັບໃນ 15 ປະເທດ ແລະ ເຂດແຄວ້ນທີ່ກ້າວໜ້າທີ່ສຸດໃນອາຊີ

​ໃນ​ຈຳນວນ 15 ປະ​ເທດ ​ແລະ ​ເຂດ​ແຄວ້ນ​ທີ່​ຈັດ​ອັນ​ດັບ, ອິດສະຣາ​ແອນ ​ເປັນ​ອັນ​ດັບ​ໜຶ່ງ, ຕໍ່ໄປ​ແມ່ນ ສ.​ເກົາຫຼີ ​ແລະ ​ເຂດ​ແຄວ້ນ​​ໄຕ້​ຫວັນ. ຍີ່ປຸ່ນ ​ແລະ​ ຈີນ​ຢູ່​ອັນ​ດັບ​ທີ 4 ​ແລະ 5 ຕາມ​ລຳດັບ.

ໃນ​ອາ​ຊຽນ, ສິງກະ​ໂປ​ເປັນ​ອັນ​ດັບ​ທີ 6, ​ໄທ​ຢູ່​ອັນ​ດັບ​ທີ 8, ມາ​ເລ​ເຊຍ​ຢູ່​ອັນ​ດັບ​ທີ 10 ​ແລະ ຫວຽດນາມ​ຢູ່​ອັນ​ດັບ​ທີ 15. ການຈັດ​ອັນ​ດັບ​ຂອງ​ຫວຽດນາມ​ບໍ່​​ໂດຍບັງເອີນ​ເພາະກ່ຽວກັບມີ​ຄວາມ​ພັດທະນາ​ຢ່າງ​ວ່ອງ​ໄວ, ​ລະດັບ​ຮູ້ຈັກ ແລະ ນຳໃຊ້ເຕັກໂນໂລຢີ​ສູງ​ຂອງ​ປະຊາຊົນ​ໃນ​ທົ່ວ​ປະ​ເທດນັບມື້ນັບເພີ່ມຂຶ້ນ.

ໃນບົດລາຍງານຂອງສະຖາບັນໂລກ McKinsey, ອາຊີກວມເອົາຫຼາຍກວ່າເຄິ່ງຫນຶ່ງລະດັບການເຕີບໂຕລາຍຮັບຂອງບັນດາບໍລິສັດເຕັກໂນໂລຢີທົ່ວໂລກ.

ພາກ​ພື້ນ​ອາຊີ​ໄດ້​ປະກອບສ່ວນເປັນທີ່ຍອມຮັບໃນດັດຊະນີ​ການ​ເຕີບ​ໂຕ​ທີ່​ສຳຄັນ​ລວມທັງ​ອຸປະຖຳເລີ່ມສ້າງຕົວ​ທົ່ວ​ໂລກ, ການ​ໃຊ້​ຈ່າຍ R&D (ການ​ຄົ້ນ​ຄ້ວາ ​ແລະ ພັດທະນາ) ​ແລະ ​ມອບໃບສຸດທິປະດິດສ້າງ​ກວມ 43%, 51% ​ແລະ 87% ​ໃນ​ແຕ່ລະ​ດັດຊະນີ.

ອາຊີ ເລີ່ມຕົ້ນການປະຕິວັດ​ໃນຂົງເຂດເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ, ຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ໃນ​ພາກ​ພື້ນ. ພາກ​ພື້ນ​ພວມປະມວນຕໍ່ເນື່ອງ​ເຂົ້າ​ກັບ​ເຕັກ​ໂນ​ໂລ​ຊີ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ຫຼາຍ​ຂົງ​ເຂດ, ສ້າງ​ກາ​ລະ​ໂອ​ກາດ ແລະ ​ປັບ​ປຸງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.