ຊາວ ຫວຽດນາມ ເຂົ້າຮ່ວມການຊ່ວຍເຫຼືອຜູ້ປະສົບເຫດແຜ່ນດິນໄຫວຢູ່ ຍີ່ປຸ່ນ

12:09 | 26/01/2024

ຍສໝ - ຕາມສະຖານີໂທລະພາບ NHK ຂອງ​ ຍີ່ປຸ່ນ​ ແລ້ວ, ​ເຂດ​ໃກ້​ກັບ​ຈຸດ​ສູນ​ກາງເຫດ​ແຜ່ນດິນ​ໄຫວ​ໃນ​ວັນ​ທີ 1 ມັງກອນ​, ທ່ານ ຫງວຽນ​ຈິ​ແທ່ງ​ເດຶອກ ໄດ້ເປັນເຈົ້າການ​ໄປ​ຊ່ວຍ​ເຫຼືອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ໄພພິບັດ​ຄັ້ງ​ນີ້​ເປັນຫຼາຍ​ເທື່ອ.

ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ
ນັກສຶກສາແມ່ນນັກການທູດເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນັກສຶກສາແມ່ນນັກການທູດເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ວັນ​ທີ 10 ມັງກອນ, NHK ​ໄດ້​ມີ​ການ​ໂອ້​ລົມ​ສົນທະນາ​ທາງ​ໄກກັບ​ທ່ານ​ ຫງວຽນຈິແທ່ງເດຶອກ ທີ່ພວມດຳລົງ​ຊີວິດ​ຢູ່​ນະຄອນ Sabae, ​ແຂວງ Fukui. ທ່ານພວມດຳເນີນທຸລະກິດອາຫານ ແລະ ຄຸ້ມຄອງນັກຝຶກງານຢູ່ໃນພື້ນທີ່.

ທ່ານ ເດຶອກ ໃຫ້​ຮູ້​ວ່າ ທ່ານ​ຫາ​ກໍ່​ເດີນທາງ​ໄປ​ຊ່ວຍ​ເຫຼືອ​ຊາວ ຫວຽດນາມ ຢູ່​ແຂວງ Ishikawa ອີກ​ຄັ້ງ​ໜຶ່ງ​ໃນ​ວັນ​ທີ 9 ມັງກອນ. ອາທິດແລ້ວນີ້, ທ່ານກໍ່ໄດ້ເດີນທາງໄປຊ່ວຍເຫຼືອບັນເທົາທຸກຫຼາຍຄັ້ງຢູ່ເມືອງ Wajima, Nanao ແລະ ເກາະ Noto. ທ່ານ ແທ່ງເດຶອກ ໃຫ້​ຮູ້​ຕື່ມ​ວ່າ: ປະຈຸ​ບັນ, ສະພາບ​ການ​ທົ່ວ​ໄປ​ຢູ່​ບັນດາ​ເຂດ​ດັ່ງກ່າວ​ຍັງ​ຂາດ​ແຄນ​ທັງ​ນ້ຳ​ດື່ມ ​ແລະ ນ້ຳໃຊ້ປະຈຳວັນ.

ຊາວ ຫວຽດນາມ ເຂົ້າຮ່ວມການຊ່ວຍເຫຼືອຜູ້ປະສົບເຫດແຜ່ນດິນໄຫວຢູ່ ຍີ່ປຸ່ນ

ຊາວ ຫວຽດນາມ ເຂົ້າຮ່ວມການຊ່ວຍເຫຼືອຜູ້ປະສົບເຫດແຜ່ນດິນໄຫວຢູ່ ຍີ່ປຸ່ນ

ກ່ອນ​ໜ້າ​ນີ້, ພາຍຫຼັງ​ໄດ້​ເຫັນ​ຂໍ້​ມູນ​ທີ່ລົງ​ໃນ​ເຄືອ​ຂ່າຍ​ສັງຄົມ​ຂອງ​ຊາວ​ຫວຽດນາມ ທີ່ອາ​ໄສ​ຢູ່​ເຂດ​ປະສົບ​ເຫດ​ແຜ່ນ​ດິນ​ໄຫວ, ທ່ານພ້ອມ​ດ້ວຍ​ຄະນະ​ໄດ້​ເດີນທາງ​ໄປ​ຍັງເມືອງ Nanao ​ເປັນ​ຄັ້ງ​ທຳ​ອິດ​ໃນ​ວັນ​ທີ 3 ມັງກອນ​. ຫຼາຍຄົນບອກວ່າບໍ່ສາມາດຕິດຕໍ່ກັບຄອບຄົວໄດ້ຫຼາຍມື້ແລ້ວ ເພາະໂທລະສັບບໍ່ມີສັນຍານ, ບ່ອນຢູ່ບໍ່ມີນໍ້າ ແລະ ບໍ່ມີອາຫານ ເນື່ອງຈາກຮ້ານສັບພະສິນຄ້າປິດໝົດ.

ຍ້ອນ​ວ່າ​ເຂດ​ປະສົບ​ໄພ​ບໍ່​ມີ​ນ້ຳ​ໃຊ້, ທ່ານ ແທ່ງເດຶອກ ​ໄດ້ລຳລຽງໝີ່ ramen, ໝີ່ udon, ເຂົ້າກ່ອງ ແລະ ໄມ້ຖູ່ທີ່ໃຊ້ຄັ້ງດຽວໄປຍັງຈຸດດັ່ງກ່າວ.

ຕາມສະຖິຕິຂອງ​ແຂວງ Ishikawa, ໄລ່ຮອດ​ເດືອນ ທັນວາ 2022, ຢູ່​ເມືອງ Wajima ມີ​ຊາວ ຫວຽດນາມ 25 ຄົນ, ​ເມືອງ Suzu ມີ 24 ຄົນ, Hakui ມີ 50 ຄົນ, Noto-cho ມີ 13 ຄົນ, Anamizu ມີ 15 ຄົນ, Nakanoto ມີ 66 ຄົນ, Shika ມີ 31 ຄົນ. ຕາມທ່ານ ແທ່ງເດຶອກ ​ແລ້ວ, ຍາກ​ຫຼາຍທີ່​ຈະ​ຮູ້​ວ່າ​ຊາວ ​ຫວຽດນາມ​ ພວມ​ອົບ​ພະຍົບໄປຢູ່​ໃສ.

ທ່ານ​ຍັງ​ກ່າວ​ວ່າ ​ໃນ​ຊຸມ​ມື້​ຕົ້ນໆຂອງເຫດແຜ່ນດິນໄຫວ, ການ​ເຂົ້າ​ເຂດ Wakura Onsen ​ໃນ​ເມືອງ Nanao ​ແມ່ນ​ບໍ່ງ່າຍເລີຍ, ​ແຕ່​ປະຈຸ​ບັນ​ການ​ສ້ອມ​ແປງ​ພວມ​ດຳ​ເນີນ​ໄປ​ຢ່າງ​ວ່ອງ​ໄວ, ​ແມ່ນ​ແຕ່​ລົດ​ບັນທຸກ​ກໍ່ສາມາດ​ເຂົ້າ​ເຖິງ​ເຂດ​ນີ້ໄດ້ແລ້ວ.

ຕາມ​ທ່ານ ເດຶອກ ​ແລ້ວ​, ຍັງ​ຄົງ​ມີ​ຄົນ​ທີ່ຖືກຕັດຂາດຈາກໂລກພາຍນອກຢູ່​ເຂດ​ປະສົບ​ເຫດແຜ່ນ​ດິນ​ໄຫວ​ຢູ່​ແຂວງ, ດັ່ງ​ນັ້ນ​ທ່ານ​ອາດ​ຈະ​ສືບ​ຕໍ່​ຊອກ​ຫາ​ສະຖານ​ທີ່​ທີ່​ມີ​ຊາວ ຫວຽດນາມ ​ເພື່ອ​ໜູນ​ຊ່ວຍ.

ອຳນາດການປົກຄອງ​ແຂວງ​ Ishikawa ໃຫ້ຮູ້ວ່າ ມາ​ຮອດ​ຕອນ​ຄ່ຳ​ວັນ​ທີ 10 ມັງກອນ​ນີ້, ຈຳນວນ​ຜູ້​ເສຍ​ຊີວິດ​ຍ້ອນ​ເຫດແຜ່ນດິນ​ໄຫວ​ໄດ້​ມີ​ເຖິງ 206 ຄົນ. ປະຊາຊົນປະມານ 26.000 ຄົນໃນຈຳນວນ 30.000 ກວ່າຄົນພວມດຳລົງຊີວິດຢູ່ບັນດາຈຸດອົບພະຍົບທີ່ເຕັມໄປດ້ວຍຊີວິດການເປັນຢູ່ທີ່ຫຍຸ້ງຍາກ.

ມິງດຶກ

ເຫດການ
302 Found

Found

The document has moved here.