ຈະສ້າງຕັ້ງສູນວາງສະແດງສິນຄ້າຫວຽດນາມ ຢູ່ ການາດາ

00:00 | 23/11/2023

ຍສໝ - ທ່ານ Dan On, ປະທານ​ສະມາຄົມ​ນັກທຸລະກິດ ຫວຽດນາມ - ກາ​ນາ​ດາ ​ໃຫ້​ຮູ້​ວ່າ, ທີ່​ກອງ​ປະຊຸມ “ກາ​ນາ​ດາ - ປະຕູ​ເພື່ອວິ​ສາ​ຫະກິດ ຫວຽດນາມ ​ເຂົ້າ​ເຖິງ​ຕະຫຼາດ ອາ​ເມ​ລິ​ກາ​ເໜືອ” ​ໄດ້ເກີດຂຶ້ນ​​ໃນ​ວັນ​ທີ 22 ພະຈິກ ຢູ່​ນະຄອນ ​ໂຮ່ຈີ​ມິນ.

ງານຕະຫຼາດນັດການທ່ອງທ່ຽວ ແລະບໍລິການຈັດຈອງສາກົນຢູ່ ການາດາ ແລະ “ຈຸດພົ້ນເດັ່ນ” ຫວຽດນາມ ງານຕະຫຼາດນັດການທ່ອງທ່ຽວ ແລະບໍລິການຈັດຈອງສາກົນຢູ່ ການາດາ ແລະ “ຈຸດພົ້ນເດັ່ນ” ຫວຽດນາມ
ການາດາ ປະທັບໃຈຕໍ່ບັນດາຜົນງານຂອງ ຫວຽດນາມ ການາດາ ປະທັບໃຈຕໍ່ບັນດາຜົນງານຂອງ ຫວຽດນາມ

ທ່ານ Dan On ໃຫ້ຮູ້ວ່າ: ການາດາ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມ, ເປີດກ້ວາງຕະຫຼາດໃຫ້ແກ່ສິນຄ້າຫວຽດນາມ ຫຼາຍກວ່າອີກ, ພິເສດແມ່ນຜະລິດຕະພັນກະເສດ, ຊັບພະຍາກອນນ້ຳ; ກໍ່ຄືການ​ຮ່ວມ​ມື​ດ້ານ​ວັດທະນະທຳ - ກິລາ - ທ່ອງ​ທ່ຽວ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ...

ທີ່ການສຳມະນາ, ຜູ້ຕາງໜ້າສະມາຄົມນັກທຸລະກິດຫວຽດນາມ - ການາດາ ໄດ້ອັບເດດບັນດາຂໍ້ມູນຂ່າວສານຫຼ້າສຸດກ່ຽວກັບຕະຫຼາດ, ທ່າອ່ຽງຜູ້ບໍລິໂພກ, ນະໂຍບາຍບູລິມະສິດສົ່ງອອກ ແລະ ບັນດາມາດຕະການປ້ອງກັນການຄ້າຂອງການາດາ. ພ້ອມ​ກັນ​ນັ້ນ, ກໍ່ແນະນຳ​ບັນດາຊ່ອງ​ທາງ​ການ​ເຊື່ອມ​ຕໍ່​ທີ່​ມີ​ປະສິດທິ​ຜົນ ​ແລະ ​ແທດຈິງ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ. ຜ່ານ​ນັ້ນ​ ກໍ່ສ້າງ​ກາລະ​ໂອກາດ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ເຂົ້າ​ຮ່ວມ​ຕະຫຼາດ​ກາ​ນາ​ດາ ​ຢ່າງ​ເລິກ​ເຊິ່ງ ກວ້າງຂວາງ.

ຈະສ້າງຕັ້ງສູນວາງສະແດງສິນຄ້າຫວຽດນາມ ຢູ່ ການາດາ
ບັນດາຜູ້ແທນໄດ້ປຶກສາຫາລືໃນກອງປະຊຸມ.

ທ່ານ ຫງວຽນກວາງຈູງ, ກົງສຸນໃຫຍ່ຫວຽດນາມ ປະຈໍາ Vancouver, ການາດາ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນຄູ່ຮ່ວມມືເສດຖະກິດທີ່ສວມບົດບາດສໍາຄັນໃນການຫັນການຄ້າເປັນຫຼາກຫຼາຍຂອງການາດາ ຢູ່ພາກພື້ນ. 2 ຝ່າຍ​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ເພື່ອ​ຜັນ​ຂະຫຍາຍ​ເປີດກວ້າງການ​ຮ່ວມ​ມື​ຫຼາຍ​ດ້ານ ນັບແຕ່​ການ​ຄ້າຕະຫຼອດຮອດ​ການ​ລົງທຶນ;

ຫວຽດນາມ​ມີ​ທ່າ​ແຮງ​ດ້ານ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ຄື: ​ໂທລະສັບ​ມື​ຖື, ຄອມ​ພິວ​ເຕີ, ​ເຄື່ອງແຜ່ນ​ແພຕັດຫຍິບ, ເກີບ​ໜັງ, ​ເຄື່ອງ​ເຟີ​ນີ​ເຈີ, ຊັບພະຍາກອນນ້ຳ, ເຄື່ອງຫັດຖະກຳສິລະປະກຳ, ຢາງພາລາ... ກາ​ນາ​ດາ​ ​ສົ່ງ​ອອກ​ຕົ້ນຕໍ​ໄປ ​ຫວຽດນາມ ​ແມ່ນ​ທັນ​ຍາ​ຫານ, ​ເຄມີ, ອຸປະກອນ​ການ​ແພດ, ບັນດາຜະລິດ​ຕະພັນ​ຊີ້ນ, ຝຸ່ນ, ຖົ່ວ​ເຫຼືອງ, ນ້ຳມັນ​ເຊື້ອ​ໄຟ​ບໍ່​ແຮ່... ບັນດາ​ນັກ​ລົງທຶນ​ກາ​ນາ​ດາ ມີ​ຄວາມ​ສົນ​ໃຈ​ໃນ​ຂົງ​ເຂດ​ການ​ສຶກສາ ​ແລະ ພື້ນຖານ​ໂຄງ​ລ່າງ, ການ​ລົງທຶນ​ດ້ານ​ການ​ເງິນ, ພະລັງງານ​ສະອາດ​ຢູ່​ຫວຽດນາມ.

ປະຈຸ​ບັນນີ້, ກາ​ນາ​ດາ ຢືນ​ອັນ​ດັບ​ທີ 14 ​ໃນ​ຈຳນວນ 140 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນທີ່ລົງທຶນ​ເຂົ້າ​ຫວຽດນາມ. ມາ​ຮອດ​ເດືອນກໍລະກົດ 2023, ກາ​ນາ​ດາ​ໄດ້​ລົງທຶນ​ໂດຍ​ກົງ​ເຂົ້າ​ຫວຽດນາມ​ໃນ 253 ​ໂຄງການ​ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ 4,84 ຕື້ USD.

ດີງເລື້ອງ

ເຫດການ
302 Found

Found

The document has moved here.