ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ໄທ

00:00 | 10/12/2023

ຍສໝ - ຕອນ​ຄ່ຳ​ວັນ​ທີ 9 ທັນວາ, ຢູ່​ແຂວງ ອຸ​ດອນ​ທາ​ນີ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້​ມີ​ການ​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ ​ຫວຽດ​ນາມ ຢູ່ ໄທ.

ທ່ານປະທານສະພາແຫ່ງຊາດ  ຫວຽດນາມ ເຫວືອງດິງເຫ້ວ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ Star Telecom ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ Star Telecom
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ໄປຢ້ຽມຢາມວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ປະຊາຊົນລາວ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ໄປຢ້ຽມຢາມວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ປະຊາຊົນລາວ

ໂດຍສະແດງຄວາມຍິນ​ດີ​ທີ່​ໄດ້​ພົບ​ະ​ປະ​ຊາ​ຊົນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດນາມ ເຫວືອງດິງເຫ້ວ ຖື​ວ່າ ນີ້​ແມ່ນການພົບປະທີ່ມີຫຼາຍຄົນທີ່​ສຸດ, ມີ​ການ​ນຳ​ຂອງ​ບັນ​ດາ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ ໄທ, ສະ​ມາ​ຄົມ​ຊາວ​ ຫວຽດ​ນາມ ຢູ່ໄທ, ສະ​ມາ​ຄົມ​ຊາວ​ ຫວຽດ​ນາມ, ສະມາຄົມ​ວິ​ສາ​ຫະກິດ​ຂອງ​ບັນດາ​ແຂວງ, ນະຄອນ ​ແລະ ທ້ອງ​ຖິ່ນ, ບັນດາສະ​ມາ​ຄົມ​ຂອງປະຊາຄົມຊາວ ​ຫວຽດນາມ ​ຢູ່ ​ໄທ.

ໂດຍແຈ້ງ​ໃຫ້​ປະ​ຊາ​ຊົນ​ຊາບໂດຍສັງເຂບກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ ​ໃນ​ການ​ຢ້ຽມຢາມ, ທ່ານປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ມີ​ການ​ເຈລະຈາ ​ແລະ ພົບ​ປະ​ກັບ​ປະທານ​ສະພາຕໍ່າ ​ໄທ, ນາຍົກລັດຖະມົນຕີ ​ໄທ, ພິເສດແມ່ນ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ມີ​ການ​ພົບ​ປະ​ກັບເຈົ້າຊີວິດ ​ແລະ ພະລາຊິນີແຫ່ງ ລາຊະອານາຈັກ​ໄທ. ນີ້​ແມ່ນ​ນອກກົດລະບຽບທີ່ພິ​ເສດ​ທີ່​ສຸດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ແພງ, ການ​ພົວ​ພັນທີ່​ສະ​ໜິດ​ສະ​ໜົມ​ລະ​ຫວ່າງ 2 ປະ​ເທດ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ໄທ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ກັບ​ປະ​ຊາ​ຄົມ​ຊາວ ​ຫວຽດ​ນາມ ຢູ່ ໄທ

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຕີ​ລາຄາ​ວ່າ ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ​ໄທ ນັບ​ມື້​ນັບ​ມີ​ຄວາມ​ເຕີບໃຫຍ່, ຍາມໃດກໍ່ຕິດພັນກັບ​ບ້ານ​ເກີດ​ເມືອງ​ນອນ, ມຸ່ງ​ໄປ​ເຖິງ​ປະ​ເທດ​ຊາດ, ພິ​ເສດ​ແມ່ນ​ນ້ຳ​ໃຈ​ສາມັກຄີ, ປະສົບ​ຜົນສຳ​ເລັດ​ໃນ​ການ​ດຳ​ເນີນ​ທຸລະ​ກິດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ຮັບ​ຮູ້​ບັນດາ​ຂໍ້​ສະ​ເໜີ​ແນະ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ​ໄທ. ສະພາ​ແຫ່ງ​ຊາດ​ຫວຽດນາມ ພວມ​ສືບ​ຕໍ່​ກວດກາ ​ແລະ ປັບປຸງ​ລະບົບ​ກົດໝາຍ ​ເພື່ອ​ຍົກ​ສູງ​ກຳລັງ​ແກ່ງແຍ້ງຂອງ​ ຫວຽດນາມ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ຍັງ​ເນັ້ນ​ໜັກ​ວ່າ ພື້ນຖານ​ເສດຖະກິດ​ຂອງ​ສອງ​ປະ​ເທດ​ຈະ​ຄ້າຍຄື​ກັນ​ກໍ່ຕາມ, ​ແຕ່​ບໍ່​ແມ່ນ​ຄູ່​ແກ່ງແຍ້ງກັນ, ຕ້ອງ​ໝູນໃຊ້ຄວາມ​ແຕກ​ຕ່າງ, ຕ້ອງຮ່ວມ​ມື, ປ່ຽນ​ໃໝ່​ຕ່ອງ​ໂສ້​ມູນ​ຄ່າ​ທີ່​ມີ​ຢູ່, ສ້າງຕ່ອງ​ໂສ້​ການ​ສະໜອງ​ໃໝ່ ທີ່ມີລັກສະນະຍຸດ​ທະ​ສາດ ​ແລະ ມີ​ມູນ​ຄ່າ​ເພີ່ມ​ສູງ​ກວ່າ​ເພື່ອພ້ອມກັນ​ເຂົ້າ​ຮ່ວມ​ຕ່ອງ​ໂສ້​ການ​ສະໜອງ​ຂອງ​ພາກ​ພື້ນ ​ແລະ ​ໂລກ, ຈາກນັ້ນ ກໍ່ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.

ມິງດຶກ

ເຫດການ
302 Found

Found

The document has moved here.