ຫວຽດນາມ ສືບຕໍ່ແມ່ນປະເທດຮັບເງິນທີ່ມາຈາກຕ່າງປະເທດໂດຍຊາວຫວຽດນາມອາໄສຢູ່ຕ່າງປະເທດຝາກກັບຄືນປະເທດ ຫຼາຍທີ່ສຸດໃນໂລກ

09:02 | 11/01/2024

ຫວຽດນາມ ສືບຕໍ່ແມ່ນປະເທດຮັບເງິນຕາຕ່າງປະເທດໂດຍຊາວຫວຽດນາມອາໄສຢູ່ຕ່າງປະເທດຝາກມາ ຫຼາຍທີ່ສຸດໃນໂລກ

ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງຄົບຮອບ 69 ປີ (10 ຕຸລາ 1954 - 10 ຕຸລາ 2023): ເປີດງານວາງສະແດງ ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງຄົບຮອບ 69 ປີ (10 ຕຸລາ 1954 - 10 ຕຸລາ 2023): ເປີດງານວາງສະແດງ "ເມືອງເກົ່າ ຖະໜົນເກົ່າ"
ພົນເອກ ຫວໍ​ ງວຽນ ​ຢາ​ບ ຜ່ານການຍອມຮັບຂອງນາຍພົນຝ່າຍຕາເວັນຕົກ ພົນເອກ ຫວໍ​ ງວຽນ ​ຢາ​ບ ຜ່ານການຍອມຮັບຂອງນາຍພົນຝ່າຍຕາເວັນຕົກ

ຈຳນວນເງິນທີ່ມາຈາກຕ່່າງປະເທດໂດຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດຝາກມາຍັງຫວຽດນາມ ໃນປີ 2023 ເພີ່ມຂຶ້ນປະມານ 25 – 30% ເມື່ອທຽບໃສ່ກັບປີ 2022. ນີ້ແມ່ນຂໍ້ມູນໂດຍຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຍົກອອກມາທີ່ການຖະແຫຼງຂ່າວໃນຕອນເຊົ້າວັນທີ 11 ມັງກອນ, ຢູ່ຮ່າໂນ້ຍ.

ຫວຽດນາມ ສືບຕໍ່ແມ່ນປະເທດຮັບເງິນທີ່ມາຈາກຕ່າງປະເທດໂດຍຊາວຫວຽດນາມອາໄສຢູ່ຕ່າງປະເທດຝາກກັບຄືນປະເທດ ຫຼາຍທີ່ສຸດໃນໂລກ
ພາບປະກອບ: baophunuthudo.vn

ຕາມທ່ານ ຫງວຽນແມ້ງດົງ, ຮອງຫົວໜ້າຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລ້ວ, ຈຳນວນເງິນທີ່ມາຈາກຕ່າງປະເທດໂດຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດຝາກມາຍັງຫວຽດນາມ ໃນຊຸມວັນທ້າຍປີ ໄດ້ເພີ່ມຂຶ້ນຢ່າງແຮງ ແລະຈະສືບຕໍ່ເພີ່ມຂຶ້ນໃນໄລຍະໃກ້ກັບບຸນປີໃໝ່ປະຈໍາຊາດ. ໃນນັ້ນ, ຈຳນວນເງິນຕາທີ່ມາຈາກຕ່າງປະເທດໂດຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຝາກມາຍັງນະຄອນໂຮ່ຈີມິນ ແມ່ນຫຼາຍທີ່ສຸດ. ຕາມທະນາຄານແຫ່ງລັດສາຂານະຄອນໂຮ່ຈີມິນ ແລ້ວ, ຈຳນວນເງິນຕາຕ່າງປະເທດໂດຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຝາກມາໃນປີ 2023 ຄາດວ່າບັນລຸ ເກືອບ 9 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 35% ເມື່ອທຽບໃສ່ກັບປີ 2022. ນີ້ແມ່ນຈຳນວນເງິນຫຼາຍທີ່ສຸດນັບ ແຕ່ກ່ອນມາຮອດປັດຈຸບັນ.

ໃນ 10 ປີມານີ້, ຈຳນວນເງິນຕາທີ່ມາຈາກຕ່າງປະເທດໂດຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດຝາກມາ ໄດ້ກາຍເປັນຈຸດພົ້ນເດັ່ນຂອງຫວຽດນາມ. ເຖິງວ່າໄດ້ຮັບຜົນສະທ້ອນລວມຈາກພື້ນຖານເສດຖະກິດທົ່ວໂລກກໍ່ຕາມ, ແຕ່ກະແສເງິນຕາທີ່ມາຈາກຕ່າງປະເທດໂດຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດຝາກມາ ຍັງສາມາດຮັກສາທີ່ຕັ້ງໄດ້ໃນທອັບ 10 ປະເທດ ທີ່ມີຈຳນວນເງິນຕາຕ່າງປະເທດ ສົ່ງກັບມາປະເທດຫຼາຍທີ່ສຸດໃນໂລກ ແລະໃນທອັບ 3 ປະເທດທີ່ໄດ້ຮັບເງິນຕາຕ່າງປະເທດທີ່ສົ່ງກັບມາປະເທດຫຼາຍທີ່ສຸດໃນພາກພື້ນອາຊີ-ປາຊີຟິກ.

ບູນມີ

ທ່ານອາດຈະມັກ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ເຫດການ