ນ້ຳໃຈອັນອົບອຸ່ນລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໃນຈຸດສູນກາງແຜ່ນດິນໄຫວ

07:09 | 10/01/2024

ຍສໝ - ​ໃນ​ສະພາບ​ການ​ທີ່​ລັດຖະບານ ຍີ່ປຸ່ນ ​ພວມເອົາ​ໃຈ​ໃສ່​ເຖິງ​ການ​ກູ້ຊີບ, ຊ່ວຍເຫຼືອ, ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ແຜ່ນ​ດິນ​ໄຫວ, ຊາວ ຫວຽດນາມ ຢູ່​ເຂດ​ຈຸດ​ສຸມ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຢ່າງ​ອົບ​ອຸ່ນ​ຈາກ​ປະຊາ​ຄົມ ​ແລະ ບັນດາ​ເພື່ອນ​ມິດ​ຊາວ ຍີ່ປຸ່ນ.

ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ
ນັກສຶກສາແມ່ນນັກການທູດເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນັກສຶກສາແມ່ນນັກການທູດເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ທ່ານ ຫງວຽນຈິແທ່ງເດືອກ, ຊາວ ​ຫວຽດນາມ ອາ​ໄສ​ຢູ່​ແຂວງ Fukui ​ໄດ້​ໄປຍັງ​ນະຄອນ Nanao, ​ເຂດສູນກາງຂອງເຫດການສັ່ນສະເທືອນ​ຢູ່​ແຂວງ Ishikawa, ​ເພື່ອ​ໜູນ​ຊ່ວຍ​ພໍ່ແມ່ພີ່ນ້ອງໃນ​ຕອນ​ຄ່ຳ​ວັນ​ທີ 3 ມັງກອນ.

ໂດຍແມ່ນໜຶ່ງໃນບັນດາຄະນະ ຫວຽດນາມ​ ຊຸດ​ທຳ​ອິດ​ທີ່​ໄປ​ຍັງເຂດ​ປະສົບ​ໄພ​ຢ່າງ​ໜັກໜ່ວງ, ທ່ານ ເດືອກ ແບ່ງປັນ​ວ່າ ເສັ້ນທາງ​ຍັງ​ຫຍຸ້ງຍາກ​ຫຼາຍ​ເພາະເສັ້ນທາງ​ຫຼາຍ​ເສັ້ນ​ຖືກ​ຫຍຸບພັງ.

ມີ​ບາງເຂດ​ທີ່​ເກືອບຖືກຕັດຂາດກັບພາຍນອກ, ​ລົດ​ບໍ່​ສາ​ມາດ​ເຂົ້າ​ເຖິງ​ໄດ້ ​ແລະ ຕ້ອງ​ເຂົ້າ​ເຖິງ​ດ້ວຍຍ່າງໄປ​. ບັນດາ​ເຄື່ອງຊ່ວຍເຫຼືອທີ່​ກຸ່ມ​ທ່ານ ເດືອກ ​ໄດ້​ນຳ​ມາ​ແມ່ນ​ໜັກ ​ແລະ ໂຄ່ງເຄ່ງ, ​ໃນ​ນັ້ນ​ມີ​ນ້ຳ, ເຂົ້າສຳເລັດຮູບ, ໝີ່ສຳເລັດຮູບ...

ການແບກເຄື່ອງເຫຼົ່ານີ້ ຍ່າງໄປຕາມເສັ້ນທາງທີ່ໄກ, ມື່ນ ແລະ ຊັນແມ່ນມີຄວາມຫຍຸ້ງຍາກຫຼາຍ, ແຕ່ທຸກຄົນກໍ່ມີຄວາມຕັ້ງໃຈທີ່ຈະອອກໄປໃນຕອນກາງຄືນເພື່ອໃຫ້ເຄື່ອງຮອດຜູ້ທີ່ຕ້ອງການໃນເວລາໄວທີ່ສຸດ.

ໜຶ່ງ​ໃນ​ກຸ່ມ​ທຳ​ອິດ​ທີ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ກຸ່ມ​ຂອງ​ທ່ານ ເດືອກ ອາ​ໄສ​ຢູ່​ເຂດ​ພູດ​ອຍ. ເຖິງວ່າສະຖານທີ່ແຫ່ງນີ້ ເປັນບ່ອນປອດໄພ ເພື່ອປ້ອງກັນຄື້ນຍັກນາມິ, ແຕ່ການໄດ້ຮັບເຄື່ອງບັນເທົາທຸກຈາກລັດຖະບານ ກໍມີຄວາມຫຍຸ້ງຍາກຫຼາຍ ເພາະຢູ່ໄກຈາກເຂດທີ່ຢູ່ອາໄສ ແລະ ເສັ້ນທາງກໍ່ຖືກເສຍຫາຍ.

ນ້ຳໃຈອັນອົບອຸ່ນລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໃນຈຸດສູນກາງແຜ່ນດິນໄຫວ

ຊາວ​ ຫວຽດ​ນາມ​ ຢູ່​ນະ​ຄອນ Nanao ໄດ້​ຮັບ​ເຄື່ອງລຳລຽງຈາກ​ກຸ່ມ​ອາ​ສາ​ສະ​ໝັກ

ບັນດາແຮງ​ງານ​ຫວຽດນາມ​ຖື​ວ່າ ນີ້​ແມ່ນ​ສະພາບ​ການລວມຂອງ​ປະຊາຊົນ​ຢູ່​ເຂດ​ນີ້, ນັບທັງຊາວ ຍີ່ປຸ່ນ. ນອກຈາກນັ້ນ, ກຸ່ມແມ່ຍິງ 19 ຄົນທີ່ອາໄສຢູ່ Wakura Onsen ໄດ້ຖືກຕັດຂາດຈາກພາຍນອກ ຍ້ອນວ່າເສັ້ນທາງທີ່ໄປທີ່ນີ້ ໄດ້ຖືກຕັດເຄິ່ງແລ້ວ.

ກໍ່ຄືກັບສະຖານທີ່ອື່ນໆ ພາຍຫຼັງເກີດແຜ່ນດິນໄຫວ, ຄວາມຕ້ອງການອັນຮີບດ່ວນທີ່ສຸດຂອງປະຊາຊົນຫວຽດນາມ ແມ່ນນ້ຳເພາະແຫຼ່ງນ້ຳໄດ້ຖືກເສຍຫາຍ, ບໍ່ມີຮ້ານຂາຍເຄື່ອງ ຫຼື ຮ້ານສັບພະສິນຄ້າຢູ່ໃກ້ໆເປີດໃນສະພາບປັດຈຸບັນ, ຖະໜົນຫົນທາງໄປຫາພວກນ້ອງກໍ່ຖືກເປ່ເພຢ່າງໜັກ ຫຼື ເຂດ​ທີ່​ເຂົາ​ເຈົ້າ​ອາ​ໄສ​ຢູ່​ຫ່າງ​ໄກ​ຈາກ​ເຂດ​ທີ່​ມີ​ປະ​ຊາ​ກອນ​ແໜ້ນ​ຫນາ ...

ບັນດາແຮງງານ ​ຫວຽດນາມ​ ຢູ່​ທີ່​ນີ້​ໃຫ້​ຮູ້​ວ່າ ​ເຂົາ​ເຈົ້າ​ຮູ້​ເຖິງ​ສະພາບ​ຄວາມ​ຫຍຸ້ງຍາກ​ທີ່ອຳນາດການປົກຄອງ​ທ້ອງ​ຖິ່ນ​ພວມ​ປະ​ເຊີນ​ໜ້າ, ສະ​ນັ້ນ ​ເຂົາ​ເຈົ້າ​ພະຍາຍາມ​ເປັນ​ເຈົ້າ​ຕົນ​ເອງ. ປະຊາຊົນເຕົ້າໂຮມກັນເປັນກຸ່ມເພື່ອໜູນຊ່ວຍເຊິ່ງກັນແລະກັນ.

​ໃນ​ໄລຍະ​ທີ່​ຂາດ​ແຄນ​ນ້ຳ​ໃຊ້, ໂດຍໂຕ່ງ​ເອົາ​ນ້ຳ​ຝົນ, ພວກນ້ອງ​ໄດ້​ພາກັນນຳໃຊ້ທີ່ຢ່າງທີ່ສາມາດບັນຈຸ​ນ້ຳ​ມາ​ວາງ​ໄວ້​ໃຕ້​ທໍ່​​ນ້ຳ​ຈາກ​ຫລັງຄາ​ ເພື່ອ​ເກັບ​ນ້ຳ​ຝົນ​ໄວ້​ໃຊ້​ໃນ​ຂະນະ​ທີ່​ລໍຖ້າ​ການ​ສະໜັບສະໜູນ​ຈາກ​ລັດຖະບານ ​ແລະ ກຸ່ມ​ອາສາ​ສະໝັກ.

ທ່ານ ໂງຕູ່ງ, ນັກເຝິກງານ ຫວຽດນາມ ຢູ່ນະຄອນ Kanazawa, ແຂວງ Ishikawa ພ້ອມດ້ວຍເພື່ອນ 2 ຄົນ, ຕອນຄ່ຳວັນທີ 3 ມັງກອນ ໄດ້ມາໜູນຊ່ວຍຊາວຫວຽດນາມ ຢູ່ນະຄອນ Nanao ເຊິ່ງເປັນຈຸດສູນກາງຂອງແຜ່ນດິນໄຫວ.

ບົນ​ຈິດ​ໃຈ​ໜູນ​ຊ່ວຍ​ຂອງ​ຊຸມ​ຊົນ, ທ່ານ ຫງວຽນ​ຕ໋ວນ​ຫງອກ ທີ່​ອາ​ໄສ​ຢູ່​ແຂວງ Fukui ໄດ້​ກະ​ກຽມ​ນ້ຳ ແລະ ສະ​ບຽງ​ອາ​ຫານ​ໄປ​ຍັງ​ເຂດ​ປະສົບ​ໄພ​ແຜ່ນ​ດິນ​ໄຫວ​ຢ່າງ​ໜັກໜ່ວງ. ດ້ວຍຈໍານວນເຄື່ອງຂອງທີ່ລາວໄດ້ກະກຽມ, ລາວຄາດວ່າຈະສາມາດຫນູນຊ່ວຍປະມານ 100 ຄົນ.

ທ່ານ​ແບ່ງປັນ​ວ່າ ​ໃນ​ຂະ​ບວນການ​ກະກຽມເຄື່ອງຂອງ, ບໍ່​ພຽງ​ແຕ່​ຊາວ ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ເພື່ອນ​ມິດ​ຊາວ ຍີ່ປຸ່ນ ມາ​ໜູນ​ຊ່ວຍ​ດ້ານ​ວັດຖຸ, ພ້ອມ​ກັບ​ຊາວ ຫວຽດນາມ ​ໄດ້​ຈັດ ​ແລະ ຂົນ​ເຄື່ອງຂຶ້ນ​ລົດ.

ທ່ານ​ນາງ ຫງວຽນ​ທິຮັງ, ໜຶ່ງ​ໃນ​ບັນດາ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ເຂດຫຼົບໄພຢູ່ Nanao, ​ແບ່ງປັນ​ວ່າ ຍ້ອນ​ປະຈຸ​ບັນທ່ານ​​ຢູ່ Nanao ພຽງ​ຄົນ​ດຽວ ສະນັ້ນ ມີຄອບຄົວ​ຊາວ​ຍີ່ປຸ່ນ​ຢູ່​ໃກ້ຄຽງ ​ໄດ້​ເຊີນ​ທ່ານມາ​ຢູ່​ນຳກັນໃນ​ໄລຍະ​ຫຍຸ້ງຍາກນີ້.

ຍັງ​ມີສະຖານທີ່ຢູ່​ເຂດຈຸດ​ສູນ​ກາງ​ແຜ່ນດິນ​ໄຫວຖືກຕັດຂາດ, ຍັງ​ມີ​ປະຊາຊົນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຂາດ​ນ້ຳ, ຂາດ​ອາຫານ... ລັດຖະບານ​ ຍີ່ປຸ່ນ​ ກໍ່ພວມ​ພະຍາຍາມ​ດຳ​ເນີນ​ວຽກ​ງານກູ້ຊີບກູ້ໄພ, ຊ່ວຍເຫຼືອໃນ​ໄລຍະ​ເວລາ​ນີ້​ໃຫ້​ໄວ​ທີ່​ສຸດ.

ພ້ອມ​ກັບ​ລັດຖະບານ ​ແລະ ​ເພື່ອນ​ມິດ ຍີ່ປຸ່ນ, ສະຖານທູດ ​ຫວຽດນາມ ປະຈຳ ຍີ່ປຸ່ນ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່ ຍີ່ປຸ່ນ ​ເຊັ່ນ: ທ່ານ ເດືອກ, ທ່ານ ຕູ່ງ, ທ່ານ ຫງອກ... ​ດ້ວຍ​ຈິດ​ໃຈ “ຮັກ​ແພງຊ່ວຍເຫຼືອ​ເຊິ່ງກັນ ​ແລະ ກັນ” ພວມ​ຮ່ວມມື​ກັນ​ຊ່ວຍ​ເຫຼືອ​ປະຊາຊົນທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ. ໂດຍແມ່ນໃນຊ່ວງເວລານີ້ ທີ່ຄໍາວ່າ "ພີ່ນ້ອງຮ່ວມຊາດ" ກາຍເປັນສິ່ງທີ່ສັກສິດ ແລະ ອົບອຸ່ນ.

ມິງດຶກ

ເຫດການ
302 Found

Found

The document has moved here.