ເຫດແຜ່ນດິນໄຫວຢູ່ ຍີ່ປຸ່ນ: ສະຖານທູດ ຫວຽດນາມ ສ້າງຕັ້ງກຸ່ມປະຕິບັດງານສະເພາະກິດ

16:55 | 03/01/2024

ຍສໝ - ພາຍຫຼັງ​ເກີດ​ແຜ່ນດິນ​ໄຫວ​ລະດັບ 7,6 ລິກ​ເຕີ ຢູ່​ພາກ​ກາງ​ຂອງ ​ຍີ່ປຸ່ນ ໃນຕອນ​ບ່າຍ​ວັນ​ທີ 1 ມັງກອນ, ສະຖານທູດ​ຫວຽດນາມ ປະຈຳ ຍີ່ປຸ່ນ ​ໄດ້​ສ້າງ​ຕັ້ງກຸ່ມປະຕິບັດງານເພື່ອຢັ້ງຢືນ​ຂໍ້​ມູນ​ທີ່​ກ່ຽວຂ້ອງເຖິງຄວາມ​ປອດ​ໄພ​ຂອງ​ຊາວ ຫວຽດນາມ ທີ່ດຳລົງຊີວິດ, ຮ່ຳຮຽນ​ ແລະ ​ເຮັດ​ວຽກຢູ່​ບັນດາຖ້ອງຖິ່ນທີ່ປະສົບ​ເຫດ​ແຜ່ນດິນ​ໄຫວ.

ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ
ນັກສຶກສາແມ່ນນັກການທູດເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນັກສຶກສາແມ່ນນັກການທູດເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ຕາມຜູ້ຕາງໜ້າພິ​ເສດ​ສຳ​ນັກ​ຂ່າວສານ​ ຫວຽດນາມ ​ປະຈຳ ​ຍີ່ປຸ່ນ, ສະຖານທູດ​ຫວຽດນາມ ​ປະຈຳ ​ຍີ່​ປຸ່ນ​ ໃຫ້​ຮູ້​ວ່າ​ ມາ​ຮອດ​ເວລາ 21 ​ໂມງ​ຂອງ​ວັນ​ທີ 1 ມັງກອນ​ນີ້ (ຕາມ​ເວລາ​ທ້ອງ​ຖິ່ນ), ສະຖານທູດ​ ​ຍັງ​ບໍ່​ທັນ​ໄດ້​ຮັບ​ລາຍ​ງານ​ຜູ້​ເສຍ​ຊີວິດ​ຍ້ອນ​ເຫດແຜ່ນດິນ​ໄຫວຄັ້ງນີ້​ເທື່ອ.

ປະຈຸ​ບັນ, ກຸ່ມປະຕິບັດງານໄດ້​ຕິດ​ຕໍ່​ກັບ​ບັນດາອົງການທີ່ມີໜ້າທີ່ປະຈຳຖິ່ນ, ບັນດາສະມາຄົມຊາວ ຫວຽດນາມ ຢູ່​ບັນດາ​ທ້ອງ​ຖິ່ນ​ທີ່ປະສົບ​ໄພ​ແຜ່ນ​ດິນ​ໄຫວ ​ເພື່ອ​ຊອກ​ຮູ້​ສະພາບ​ການ​ຊາວ ຫວຽດນາມ ຢູ່​ບັນດາ​ເຂດ​ດັ່ງກ່າວ, ກຽມພ້ອມ​​ທີ່​ຈະ​ປະຕິບັດ​ວຽກ​ງານ​ປົກປ້ອງ​ປະຊາຊົນ ຫວຽດນາມ ​ໃນ​ກໍລະນີ​ມີ​ຄວາມ​ຈຳ​ເປັນ.

ປະຈຸ​ບັນ, ​ບັນດາອົງການທີ່ມີໜ້າທີ່ຂອງ ຍີ່ປຸ່ນ ຍັງ​ຢູ່​ໃນ​ຂະ​ບວນການກວດກາລະດັບເສຍຫາຍຂອງເຫດ​ແຜ່ນດິນ​ໄຫວ. ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ແຈ້ງການວ່າ ກຸ່ມປະຕິບັດງານຂອງສະຖານທູດຍັງຮັກສາການຕິດຕໍ່ພົວພັນຢ່າງໃກ້ຊິດກັບອົງການທີ່ມີໜ້າທີ່ປະຈຳຖິ່ນ ແລະ ຈຸດເຊື່ອມຕໍ່ທີ່​ຮັບຜິດຊອບ​ປະ​ຊາ​ຄົມ​ຊາວ​ ຫວຽດນາມ ຢູ່​ບັນດາ​ທ້ອງ​ຖິ່ນ​ປະສົບ​ໄພ​ແຜ່ນ​ດິນ​ໄຫວ.

ເຫດແຜ່ນດິນໄຫວຢູ່ ຍີ່ປຸ່ນ: ສະຖານທູດ ຫວຽດນາມ ສ້າງຕັ້ງກຸ່ມປະຕິບັດງານສະເພາະກິດ

ເຫດແຜ່ນດິນໄຫວຢູ່ ຍີ່ປຸ່ນ

ນອກ​ນີ້, ສະຖານທູດ​ຍັງ​ໄດ້​ອອກ​ແຈ້ງ​ການ​ຢູ່​ໃນເວັບ​ໄຊ​ທາງ​ການ​ດ້ວຍ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ເຫດແຜ່ນດິນ​ໄຫວ, ຮຽກຮ້ອງ​ໃຫ້​ພົນລະ​ເມືອງ​ຫວຽດນາມ ຢູ່​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ປະຕິບັດ​ມາດ​ຕະການ​ເຕືອນ​ໄພ​ຂອງ​ຍີ່​ປຸ່ນ​ ​ແລະ ​ຍົກຍ້າຍ​ໄປ​ຢູ່​ບ່ອນ​ທີ່ປອດ​ໄພ​ຕາມ​ຄຳ​ຮຽກຮ້ອງ​ຂອງ​ອຳນາດ​ການ​ປົກຄອງໂດຍໄວ. ສະ​ຖານ​ທູດ​ຍັງ​ແນະ​ນຳ​ໃຫ້​ພົນ​ລະ​ເມືອງ​ໃນ​ກໍ​ລະ​ນີ​ສຸກ​ເສີນ​ຕິດ​ຕໍ່​ຫາ​ຈຸດ​ເຊື່ອມຕໍ່​ທີ່​ມີ​ໜ້າທີ່​ຮັບ​ຜິດ​ຊອບ​ຂອງ​ຊຸມ​ຊົນ​ຫວຽດ​ນາມ​ ຢູ່​ທ້ອງ​ຖິ່ນ​ທີ່​ໃກ້​ທີ່​ສຸດ ຫຼື ໂທ​ຫາ​ເບີ​ໂທ​ລະ​ສັບ​ປົກ​ປ້ອງ​ພົນ​ລະ​ເມືອງ​ທີ່​ລົງ​ໃນ​ເວັບ​ໄຊ. ໃນກໍລະນີສຸກເສີນ, ພົນລະເມືອງສາມາດຕິດຕໍ່ກັບເບີປົກປ້ອງພົນລະເມືອງດັ່ງຕໍ່ໄປນີ້:

+ ສະຖານທູດ ຫວຽດນາມ ປະຈຳ ໂຕກຽວ: +81-80-3590-9136, ຫຼື +81-80-20346868, +81-90-1255-5537

+ ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Osaka: +81-90-4769-6789

+ ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Fukuoka: +81-92263-7668.

ມິງດຶກ

ເຫດການ
302 Found

Found

The document has moved here.