ນັກສຶກສາຫວຽດນາມເຜີຍແຜ່ຮູບພາບປະເທດຊາດຢູ່ເຫດການພົບປະແລກປ່ຽນວັດທະນະທຳຢູ່ມະຫາວິທະຍາໄລຄູເວດ

00:00 | 14/12/2023

ຍສໝ - ​ເມື່ອ​ບັນດາ​ຜູ້​ແທນໄດ້ເລືອກເອົາ​ເຂົ້າ​ຮ່ວມ​ໂຄງການ​ຮຽນ​ພາສາ​ອາຣັບ ​ໂດຍ​ລັດຖະບານ ກູ​ເວດ ​ໄດ້ອຸປະຖຳ, ບັນດາ​ນັກ​ສຶກສາ ຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຂະຫຍັນ​ຂັນ​ເຂື່ອນ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ ດ້ວຍ​ການ​ແນະນຳ​ຮູບ​ພາບ​ປະ​ເທດ​ຕົນ​ໃຫ້​ບັນດາ​ຄູ​ອາຈານ, ນັກ​ສຶກສາ​ໃນ​ເຫດການແລກປ່ຽນ​ວັດທະນະທຳ​ທີ່​ດຳ​ເນີນ​ຢູ່​ມະຫາວິທະຍາ​ໄລ ຄູ​ເວດ ວັນ​ທີ 10 – 11 ທັນວາ.

ທ່ານນາຍົກລັດຖະມົນຕີຫວຽດນາມ ປຸກລະດົມກຸ່ມນັກສຶກສາຫວຽດນາມບັນລຸບັນດາຜົນງານສູງທີ່ກອງປະຊຸມ COP28 ທ່ານນາຍົກລັດຖະມົນຕີຫວຽດນາມ ປຸກລະດົມກຸ່ມນັກສຶກສາຫວຽດນາມບັນລຸບັນດາຜົນງານສູງທີ່ກອງປະຊຸມ COP28
ນັກສຶກສາຫວຽດນາມ - ຍີ່ປຸ່ນ ຈຳນວນ 320 ຄົນ ໄດ້ພົບປະແລກປ່ຽນມິດຕະພາບຢູ່ຮ່າໂນ້ຍ ນັກສຶກສາຫວຽດນາມ - ຍີ່ປຸ່ນ ຈຳນວນ 320 ຄົນ ໄດ້ພົບປະແລກປ່ຽນມິດຕະພາບຢູ່ຮ່າໂນ້ຍ

ໃນ​ສົກ​ຮຽນ 2023 - 2024, ຕາມ​ຂໍ້​ຕົກລົງ​ທີ່ໄດ້​ຫວຽດນາມ ​ແລະ ຄູ​ເວດ ລົງ​ນາມ, ລັດຖະບານ​ຄູ​ເວດ ​ໄດ້​ສະໜອງ​ທຶນ​ສຶກສາ​ພາສາ​ອາຣັບ 8 ທຶນ ​ໃຫ້​ບັນດານັກ​ສຶກສາ​ທີ່ກຳລັງ​ຮຽນ​ສະເພາະຂະແໜງງານ​ນີ້​ຢູ່ ຫວຽດນາມ ​ໃນ​ໄລຍະ 1 ປີ ຢູ່​ສູນ​ພາສາ​ຢູ່​ມະຫາວິທະຍາ​ໄລ ຄູ​ເວດ.

ນັກສຶກສາຫວຽດນາມເຜີຍແຜ່ຮູບພາບປະເທດຊາດຢູ່ເຫດການພົບປະແລກປ່ຽນວັດທະນະທຳຢູ່ມະຫາວິທະຍາໄລຄູເວດ
ງານ​ວາງສະ​ແດງ​ຂອງ​ບັນດານັກ​ສຶກສາ​ໂດດເດ່ັນກ່ຽວກັບຮູບພາບຜືນທຸງ​ຊາດ​ຫວຽດນາມ.

ນັກສຶກສາຈາກຄະນະຝ່າຍຕາເວັນອອກ, ມະຫາວິທະຍາໄລວິທະຍາສາດສັງຄົມ - ມະນຸດສະທຳ ນະຄອນ​ໂຮ່ຈິ​ມິນ ​ແລະ ຄະນະ​ພາສາ ​ແລະ ວັດທະນະທຳ ອາຣັບ, ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ - ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ, ພາຍຫຼັງ 2 ​ເດືອນ​ຮ່ຳຮຽນຢູ່ ກູ​ເວດ, ​ໄດ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊີວິດ​ປະຈຳ​ວັນ​ຢ່າງ​ວ່ອງ​ໄວ, ພ້ອມ​ທັງ​ຢືນຢັນ​ຄວາມ​ເຊື່ອ​ໝັ້ນ​ຂອງ​ຕົນ, ເອກະລັກຂອງຊາວຫວຽດນາມ ໃນການເຄື່ອນໄຫວໂຮງຮຽນທົ່ວໄປ.

ຫວ່າງ​ມໍ່ໆ​ມາ​ນີ້, ​ເຫດການພົບປະແລກປ່ຽນຂອງສູນວັດ​ທະ​ນະ​ທຳຂຶ້ນກັບ​ມະ​ຫາ​ວິ​ທະ​ຍາ​ໄລ ຄູ​ເວດ ໄດ້​ດຳ​ເນີນ​ໃນເວ​ລາ 2 ວັນ, ແຕ່​ວັນ​ທີ 10 - 11 ທັນວາ, ນັກ​ສຶກ​ສາ​ໂດຍ​ການ​ໜູນ​ຊ່ວຍ​ດ້ານ​ອຸ​ປະ​ກອນ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​​ຫວຽດ​ນາມ ປະ​ຈຳ ກູ​ເວດ ໄດ້​ອອກ​ແບບ ແລະ ວາງ​ສະ​ແດງ​ເຜີຍແຜ່​ວັດ​ທະ​ນະ​ທຳຫວຽດ​ນາມ ໂດດເດ່ັນ​ທີ່​ສຸດ. ດຶງ​ດູດ​ໄດ້ຄວາມ​ສົນ​ໃຈ​ຂອງ​ເພື່ອນ​ມິດ​ຕ່າງປະ​ເທດ ​ແລະ ຄູ​ອາຈານ​ໃນ​ໂຮງຮຽນ.

​ເມື່ອ​ໄດ້​ຮັບ​ແຈ້ງ​ຂ່າວ​ກ່ຽວ​ກັບ​ແບບວິທີ​ການ​ເຂົ້າ​ຮ່ວມເຫດການ, ນັກ​ສຶກສາ​ໄດ້​ວາງ​ແຜນການ ​ແລະ​ ຮູບການປະດັບ​ປະດາ​ຕູ້​ວາງສະ​ແດງຂອງຕົນເອງ. ການ​ອອກ​ແບບ​ທີ່​ໄດ້​ຮັບ​ການ​ເລືອກ​ເອົາ​ໄດ້​ນຳ​ມາ​ໃຫ້​ບັນ​ຍາ​ກາດ​ສົດ​ໃສ, ມ່ວນ​ຊື່ນ, ພ້ອມ​ກັບ​ຄວາມ​ປະ​ທັບ​ໃຈ​ທີ່​ນຳ​ມາ​ໃຫ້​ຈາກ​ອາ​ວ​ເສື້ອຍາວພື້ນ​ເມືອງ.

ທີ່ເຫດການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ຄັ້ງ​ນີ້, ມີ​ຮ້ານ​ວາງສະ​ແດງ​ເກືອບ 15 ​ແຫ່ງ​ທີ່​ຕົວແທນໃຫ້​ບັນດາ​ປະ​ເທດ​ປົກກະຕິ​ໄດ້​ອອກແບບເພື່ອຮັບ​ການ​ສ້າງ​ໂອກາດ​ໃຫ້​ນັກ​ສຶກສາ​ບັນດາ​ປະ​ເທດ​ແລກປ່ຽນ ​ແລະ ຮຽນ​ຮູ້​ຕື່ມກ່ຽວກັບວັດທະນະທຳ​ອື່ນໆ​ໃນ​ທົ່ວ​ໂລກ.

​ເປັນ​ທີ່​ຮູ້​ກັນ​ວ່າ​ປີ​ສຶກສາ​ນີ້, ມະຫາວິທະຍາ​ໄລ​ຄູ​ເວດ​ໄດ້​ຕ້ອນຮັບ​ນັກ​ສຶກສາຈຳນວນ 270 ກວ່າ​ຄົນ​ທີ່​ມາ​ຈາກ​ຫຼາຍ​ປະ​ເທດ​ໃນ​ເຂດ​ອ່າວ​ເຊັ່ນ: ​ໂອ​ມານ, ບາ​ເຣນ, ບັນດາລາຊະອານາຈັກນ້ອຍ ​ອາຣັບ ເອກະພາບ,... ​ກໍ່ຄື່ປະເທດ​ຕ່າງໆເຊັ່ນອິນ​ໂດ​ເນ​ເຊຍ, ມົງ​ໂກ​ລີ, ຍີ່ປຸ່ນ, ອູແກຣນ, ອາເມລິກາ...

ດີງເລື້ອງ

ເຫດການ
302 Found

Found

The document has moved here.