ແຂວງບິ່ງເຟືອກ ມອບຂອງຂວັນໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ປະຊາຊົນທີ່ມີຄວາມຫຍຸ້ງຍາກ ຢູ່ ກຳປູເຈຍ ແລະ ລາວ

09:20 | 28/11/2023

​ຍສໝ - ​ວັນ​ທີ 16-19 ພະຈິກ 2023, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ບິ່ງ​ເຟືອກ ​ແລະ ສະພາ​ກາ​ແດງ​ແຂວງ ບິ່ງ​ເຟືອກ ສົມທົບ​ກັບ​ວັດ​ ແທງເລີມ, ວັດ ຟ໋າບຫວ່ຽນ, ວັດ ແທງຫງຽມ, ບັນດາ​ກຸ່ມບໍລິຈາກ​ອາສາ​ສະໝັກ, ບັນດາ​ກະຊວງ, ຜູ້​ສະໜັບສະໜູນຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວການ​ກຸສົນ ​ແລະ ມອບ​ຂອງຂວັນ​ໃຫ້​ຊາວ​ ຫວຽດນາມ ອາ​ໄສ​ຢູ່ ກຳປູ​ເຈຍ ​ແລະ ລາວ.

ໄທຂະຫຍາຍເວລາພັກເຊົາໃຫ້ຄົນງານຕ່າງດ້າວຈາກມຽນມາ, ລາວ, ກຳປູເຈຍ ແລະ ຫວຽດນາມ ໄທຂະຫຍາຍເວລາພັກເຊົາໃຫ້ຄົນງານຕ່າງດ້າວຈາກມຽນມາ, ລາວ, ກຳປູເຈຍ ແລະ ຫວຽດນາມ
ກຳປູເຈຍ - ລາວ - ຫວຽດນາມ ເພີ່ມທະວີການຮ່ວມມືຢູ່ເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ເພີ່ມທະວີການຮ່ວມມືຢູ່ເຂດສາມຫຼ່ຽມພັດທະນາ

ການ​ຢ້ຽມຢາມແມ່ນ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ແຂວງ ບິ່ງ​ເຟືອກ ກັບ​ບັນດາ​ແຂວງ​ຂອງ​ລາຊະ​ອານາຈັກ​ ກຳປູ​ເຈຍ ​ແລະ ບັນດາ​ແຂວງ​ຂອງ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ​ລາວ.

ແຂວງບິ່ງເຟືອກ ມອບຂອງຂວັນໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ປະຊາຊົນທີ່ມີຄວາມຫຍຸ້ງຍາກ ຢູ່ ກຳປູເຈຍ ແລະ ລາວ

ຄະນະ​ຜູ້​ແທນ​ໄດ້​ມອບ​ຂອງຂວັນ 150 ພູດ​ໃຫ້​ຊາວ ຂະເໝນ ທີ່ມີເຊື້ອຊາດ ຫວຽດນາມ ຢູ່​ແຂວງ Mondulkiri, ລາຊະ​ອານາຈັກ ກຳປູ​ເຈຍ.

​ໃນ​ຖ້ຽວໄປນີ້, ຄະນະ​ຜູ້​ແທນ​ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ 350 ພູດ ​ໃຫ້​ຊາວ​ຫວຽດນາມ ອາ​ໄສຕ່າງປະເທດ ​ຢູ່​ເຂດ​ພູດອຍ ​ເມືອງ ​ປາກ​ຊ່ອງ, ​ແຂວງ​ ຈຳປາ​ສັກ ​ແຫ່ງ ສປປ ລາວ ​ແລະ ມອບ​ຂອງຂວັນ 150 ພູດ ​ໃຫ້​ປະຊາຊົນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ແຂວງ Mundulkiri (ລາຊະ​ອານາຈັກ ​ກຳປູ​ເຈຍ).

ຂອງຂວັນແຕ່ລະອັນມີມູນຄ່າ 500.000 ດົ່ງ ລວມມີ: ເຂົ້າສານ, ໝີ່ສຳເລັດຮູບ ແລະ ເຄື່ອງໃຊ້ສອຍອື່ນໆຈຳນວນໜຶ່ງ. ນອກ​ນັ້ນ, ຄະນະ​ຍັງ​ໄດ້​ມອບ​ຂອງຂວັນ 100 ພູດ​ໃຫ້​ນັກຮຽນ​ທຸກ​ຍາກ, ​ແຕ່ລະຄົນ​ມີ​ມູນ​ຄ່າ 300.000 ດົ່ງ.

ກ່າວ​ຄຳ​ປາໃສ​ທີ່​ພິທີ​ມອບ​ຂອງຂວັນ, ການ​ນຳ​ເມືອງ ປາກຊ່ອງ ​ໄດ້​ຂອບ​ໃຈ​ຄະນະ​ປະຕິບັດ​ງານທີ່​ໄດ້​ມອບ​ຂອງຂວັນ​ທີ່​ມີ​ຄວາມ​ໝາຍ ​ແລະ ​ແບ່ງປັນ​ໃຫ້​ປະຊາຊົນ​ຢູ່​ທີ່​ນີ້; ພ້ອມ​ກັນ​ນັ້ນ, ພວກ​ຂ້າພະ​ເຈົ້າກໍ່​ຫວັງ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ຊາວ​ ຫວຽດນາມ ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ທີ່​ນີ້​ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຮ່ວມ​ເດີນທາງ, ໜູນ​ຊ່ວຍ​ຂອງ​ບັນດາ​ອົງການ ​ແລະ ບັນດາ​ອົງການ​ອຸປະຖຳ.

ບິ່ງ​ເຟືອກ ​ແມ່ນ​ແຂວງ​ໜຶ່ງ​ຢູ່​ພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ມີ 11 ​ເມືອງ, ເທສະບານ, ຕົວເມືອງ, ນັ້ນ​ມີ 3 ​ເມືອງ​ຊາຍ​ແດນ (ບູຢ່າເມີບ, ບູດົບ, ລົກນິງ) ຕິດກັບ 3 ​ແຂວງ​ຂອງ​ລາຊະ​ອານາຈັກ​ກຳປູ​ເຈຍ (Mundulkiri, Kratie, Tboung Khmum), ມີຄວາມຍາວທັງໝົດ 258,939 ກິໂລແມັດ. ປະຈຸ​ບັນ, ​ແຂວງ ບິ່ງ​ເຟືອກ ພວມ​ຄຸ້ມ​ຄອງ 4 ​ດ່ານ​ຊາຍ​ແດນ (​ດ່ານ​ຊາຍ​ແດນ​ສາກົນ​ ຮ່ວາ​ລື, ດ່ານ​ຊາຍ​ແດນທ້ອງຖິ່ນ ​ຮວ່າງ​ຢ້ຽວ, ລົກ​ທິ້ງ, ​ດ່ານ​ຊາຍ​ແດນ​ປະເພນີ ເຕີນ​ຕຽນ) ​ແລະ 1 ທາງນ້ອຍ.

​ແຂວງ ບິ່ງ​ເຟືອກ ຍາມ​ໃດ​ກໍ່​ຖື​ວ່າ: ການ​ກໍ່ສ້າງ​ຊາຍ​ແດນ​ສັນຕິພາບ ​ແລະ ມິດຕະພາບ​ມີຄວາມໝາຍ​ສຳຄັນ​ພິ​ເສດ, ປະກອບສ່ວນ​ປົກ​ປັກ​ຮັກສາ ​ແລະ ຄວາມສະຖຽນ​ລະ​ພາບ​ຊາຍ​ແດນ​ຂອງ​ຊາດ​ໃນ​ໄລຍະ​ຍາວ, ເພີ່ມ​ທະວີ​ຄວາມ​ສາມັກຄີ, ມິດຕະພາບ​ກັບ​ບັນດາ​ແຂວງເພື່ອນມິດ, ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ພັດທະນາ​ເສດຖະກິດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຂອງ​ຊາດ. ການ​ປ້ອງ​ກັນ​ປະ​ເທດ, ຄວາມ​ໝັ້ນຄົງ, ຮັກສາ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ. ​ໃນ​ນັ້ນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ບິ່ງ​ເຟືອກ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຫົວໜ່ວຍ​ນຳ​ໜ້າ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ບິ່ງ​ເຟືອກ ມີ 3 ສະມາຄົມຂຶ້ນກັບ​ຄື: ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ​ແຂວງ ບິ່ງ​ເຟືອກ, ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ແຂວງ ບິ່ງ​ເຟືອກ, ສະມາຄົມ​ມິດຕະພາບ ຫວຽດນາມ - ເກົາຫຼີ ​ແຂວງ ບິ່ງ​ເຟືອກ.

​ໃນ​ໄລຍະ 5 ປີຜ່ານມາ (2017-2022), ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ບິ່ງ​ເຟືອກ ​ໄດ້​ຮຽກ​ຮ້ອງ ​ແລະ ລະດົມ​ບັນດາ​ອົງການ, ຜູ້​ອຸປະຖຳ, ຜູ້​ມີຄວາມເມດຕາ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ເຄື່ອງ​ໃຊ້​ຈຳ​ເປັນ, ອຸບປະກອນ​ການ​ແພດ, ຢ້ຽມຢາມ, ກວດ ແລະ ປິ່ນປົວ​ພະຍາດ​ໃຫ້​ບັນດາ​ທ້ອງ​ຖິ່ນ​ຂອງ​ປະ​ເທດເພື່ອນມິດຕາມຈິດ​ໃຈ​ໜູນ​ຊ່ວຍ, ຮ່ວມ​ມື ​ແລະ ໜູນ​ຊ່ວຍ, ດ້ວຍ​ຍອດ​ຈຳນວນ​ເງິນ​ກ່ວາ 1 ຕື້​ດົ່ງ. ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ຂອງ​ຕ່າງປະ​ເທດ, ​ໃນ 5 ປີຜ່ານມາ, ​ແຂວງ​ມີ 76 ​ໂຄງການ​ຂອງ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ດຳ​ເນີນ​ທຸລະ​ກິດ​ຢູ່​ແຂວງ ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ 4,5 ລ້ານ USD.

ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ເຜີຍ​ແຜ່​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ສະຫະພັນ ​ແລະ ສະມາຄົມ​ທີ່​ກ່ຽວຂ້ອງ​ໄດ້​ຮັບ​ການຊຸກຍຸ້, ປະກອບສ່ວນ​ຊ່ວຍ​ເຫຼືອ​ບັນດາ​ສະມາຊິກ ​ແລະ ປະຊາຊົນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ມູນ​ເຊື້ອ​ສາມັກຄີ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ຫວຽດນາມ ກັບ​ປະ​ເທດ​ເພື່ອນມິດ.

ມິງດຶກ

ເຫດການ
302 Found

Found

The document has moved here.