ໄທຂະຫຍາຍເວລາພັກເຊົາໃຫ້ຄົນງານຕ່າງດ້າວຈາກມຽນມາ, ລາວ, ກຳປູເຈຍ ແລະ ຫວຽດນາມ

16:21 | 21/11/2023

ຍສໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ​ບາງກອກ​ແລ້ວ, ວັນ​ທີ 14 ພະຈິກ​ນີ້, ກະຊວງ​ພາຍ​ໃນ​ຂອງ​ໄທ​ໄດ້​ປະກາດ​ຖະ​ແຫຼ​ງການ​ໃໝ່ 2 ສະບັບ​ກ່ຽວ​ກັບ​ການ​ມອບ​ສິດ​ພິ​ເສດ​ໃຫ້​ຄົນ​ງານ​ເຂົ້າ​ເມືອງ​ຈາກ 4 ປະ​ເທດ​ຄື: ມຽນມາ, ລາວ, ກຳປູ​ເຈຍ ​ແລະ ຫວຽດນາມ ສາມາດ​ຕໍ່​ອາຍຸ​ການ​ພັກ​ເຊົາ​ ແລະ ​ສືບ​ຕໍ່​ເຮັດວຽກຢ່າງຖືກຕ້ອງຕາມກົດໝາຍຢູ່ປະເທດໄທ.

ຄົນງານຕ່າງປະເທດໄດ້ຮັບການຈ່າຍເງິນເດືອນ“ມະຫາສານ” ຢູ່ຫວຽດນາມ ຄົນງານຕ່າງປະເທດໄດ້ຮັບການຈ່າຍເງິນເດືອນ“ມະຫາສານ” ຢູ່ຫວຽດນາມ
ຕ້ອງມີແຜນການຕ້ອນຮັບຄົນງານ ເພື່ອຟື້ນຟູການຜະລິດ ຕ້ອງມີແຜນການຕ້ອນຮັບຄົນງານ ເພື່ອຟື້ນຟູການຜະລິດ

ທ່ານ​ນາງ Traisuree Taisaranakul - ​ເລຂາທິການ​ລັດຖະມົນຕີ ​ແລະ ​ໂຄສົກ​ກະຊວງ​ພາຍ​ໃນ​ກ່າວ​ວ່າ, ​ແຈ້ງ​ການ​ສະບັບ​ທຳ​ອິດ ​ທີ່​ມີ​ຜົນ​ສັກສິດ​ແຕ່​ວັນ​ທີ 1 ຕຸລາ​ນີ້, ​ແມ່ນ​ກ່ຽວຂ້ອງ​ເຖິງ​ຜູ້​ອອກ​ແຮງ​ງານ 4 ປະ​ເທດ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້ ​ທີ່​ໄປ​ເຮັດ​ວຽກ​ຢູ່​ໄທ ​ແລະ ​ໄດ້​ໄປ​ເຮັດ​ວຽກ​ຢູ່​ໄທ​ກ່ອນ​ໜ້າ​ນີ້ ຈະໄດ້ພັກເຊົາຢູ່ໄທ ຈົນຮອດວັນທີ 30 ກັນຍາ 2023.

ຕາມ​ຂ່າວ​ແຈ້ງວ່າ, ຄົນ​ງານ​ກຸ່ມ​ນີ້ ​ຈະ​ສືບ​ຕໍ່​ຢູ່​ໄທ​ຈົນ​ຮອດ​ວັນ​ທີ 20 ມັງກອນ 2024. ໃນເວລານັ້ນ, ຄົນຈ້າງຜູ້ອອກແຮງງານຕ້ອງຂໍອະນຸຍາດຕາມກົດໝາຍ ເພື່ອໃຫ້ຄົນງານເຫຼົ່ານີ້ສາມາດສືບຕໍ່ອາໄສຢູ່ ແລະ ເຮັດວຽກໃນປະເທດໄທໄດ້ຈົນຮອດວັນທີ 13 ກຸມພາ 2025.

ໄທຂະຫຍາຍເວລາພັກເຊົາໃຫ້ຄົນງານຕ່າງດ້າວຈາກມຽນມາ, ລາວ, ກຳປູເຈຍ ແລະ ຫວຽດນາມ

ໄທຂະຫຍາຍເວລາພັກເຊົາໃຫ້ຄົນງານຕ່າງດ້າວຈາກມຽນມາ, ລາວ, ກຳປູເຈຍ ແລະ ຫວຽດນາມ

ແຈ້ງ​ການ​ສະບັບ​ທີ 2 ມີ​ຜົນ​ບັງຄັບ​ໃຊ້​ແຕ່​ວັນ​ທີ 14 ພະຈິກ​ນີ້ ​ກ່ຽວ​ກັບ​ຄົນ​ງານ​ອົບ​ພະຍົບ​ອີກ​ກຸ່ມ​ໜຶ່ງ​ຈາກ​ມຽນມາ, ລາວ ​ແລະ ກຳປູ​ເຈຍ ທີ່​ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ໄທ ​ໂດຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ (MoU) ລະຫວ່າງ​ລັດຖະບານ​ໄທ ​ແລະ ລັດຖະບານ​ຂອງ 3 ປະ​ເທດ​ດັ່ງກ່າວ.

ກ່ອນ​ໜ້າ​ນີ້, ກະຊວງ​ແຮງ​ງານ​ໄທ​ໄດ້​ອອກ​ດຳລັດ​ຫຼຸດ​ຄ່າ​ວີ​ຊາ​ແລະ​ຄ່າ​ທີ່​ພັກ​ໃຫ້​ຄົນ​ງານ​ກຳປູ​ເຈຍ, ລາວ, ມຽນມາ ​ແລະ ຫວຽດນາມ. ການ​ຕັດສິນ​ໃຈ​ໃໝ່​ນີ້​ແມ່ນ​ລັດຖະບານ​ໄທ​ເຫັນ​ວ່າ​ເປັນ​ການ​ແກ້​ໄຂ​ເພື່ອ​ເສີມ​ຂະຫຍາຍ​ກຳລັງ​ການ​ແຂ່ງຂັນ​ຂອງ​ປະ​ເທດ, ສະໜັບສະໜູນ​ການ​ຟື້ນ​ຟູ​ເສດຖະກິດ​ພາຍຫຼັງ​ໂລກລະບາດ​ໂຄ​ວິດ-19 ​ແລະ ຊ່ວຍ​ໄທ​ຮັກສາ​ແຫຼ່ງກຳລັງ​ແຮງ​ງານ​ໃຫ້​ໝັ້ນຄົງ​ໃນ​ສະພາບ​ທີ່​ປະ​ເທດ​ພວມ​ປະ​ເຊີນ​ໜ້າ​ກັບ​ປະຊາກອນ​ຜູ້​ສູງ​ອາຍຸ.

ເຫດການ
302 Found

Found

The document has moved here.