ປະຊາຄົມຊາວຫວຽດນາມ ຢູ່ ເຢຍລະມັນ ຮັກສາດົນຕີພື້ນເມືອງຂອງຊາດ

00:00 | 11/12/2023

ຍສໝ - ເພື່ອ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ບັນດາ​ຄຸນຄ່າ​ວັດທະນະທຳ​ຂອງ​ຊາດ, ຫວ່າງແລ້ວນີ້, ສະມາຄົມ​ຜູ້​ຮັກ​ແພງ​ສິລະ​ປະ​ພື້ນ​ເມືອງ ຫວຽດນາມ ຢູ່ ​ເຢຍລະ​ມັນ ​ໄດ້​ຈັດ​ຕັ້ງ​ລາຍການ​ສະ​ແດງ “​ກອນລຳ​ໃນ​ໃຈຜູ້ຢູ່ໄກບ້ານເກີດ” ​ຢູ່ຫໍວັດທະນາທຳສູນ​ການ​ຄ້າ ດົ່ງ​ຊວນ (​ເບີ​ລິນ, ​ເຢຍລະ​ມັນ).

ປະຊາຄົມຊາວຫວຽດນາມ ຢູ່ລາວ ມີສະຖານທີ່ກວດ ແລະ ປິ່ນປົວພະຍາດຕືື່ມອີກ ປະຊາຄົມຊາວຫວຽດນາມ ຢູ່ລາວ ມີສະຖານທີ່ກວດ ແລະ ປິ່ນປົວພະຍາດຕືື່ມອີກ
ຊຸກຍູ້ການຮ່ວມມືພັດທະນາຢ່າງເລິກເຊິ່ງກວ້າງຂວາງລະຫວ່າງ ເຢຍລະມັນ ແລະຫວຽດນາມ ຊຸກຍູ້ການຮ່ວມມືພັດທະນາຢ່າງເລິກເຊິ່ງກວ້າງຂວາງລະຫວ່າງ ເຢຍລະມັນ ແລະຫວຽດນາມ

ສະ​ມາ​ຊິກ​ຊາວ​ຫວຽດ​ນາມ​ທີ່​ຮັກ​ສິ​ລະ​ປະ​ເກືອບ 300 ຄົນ​ໃນ​ທົ່ວ​ປະ​ເທດ ​ເຢຍ​ລະ​ມັນ ໄດ້ແຕ່ງເອງ, ສະແດງເອງ​ຫຼາຍລາຍການເພື່ອ​ຕອບ​ສະ​ໜອງ​ໂຄງ​ການ​ນີ້.

ກ່າວ​ຄຳ​ປາໄສ​ທີ່​ພິທີ, ທ່ານ​ນາງ ຮວ່າງທິຢຶ່ , ປະທານ​ສະມາຄົມ​ຜູ້​ຮັກ​ສິລະ​ປະ​ພື້ນ​ເມືອງ ຫວຽດນາມ ຢູ່ ​ເຢຍລະ​ມັນ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ເຫັນ​ຄວາມ​ສາມັກຄີ, ​ຄວາມສຸດອົກສຸດໃຈຂອງ​ສ່ວນ​ບຸກ​ຄົນ ແລະ ສະ​ມາ​ຄົມ​ຊາວຫວຽດນາມ ທີ່​ຮັກ​ສາ​ສິ​ລະ​ປະ​ ຫວຽດ​ນາມ ໃນ​ທົ່ວ​ປະ​ເທດ ເຢຍ​ລະ​ມັນ.

ທ່ານ​ນາງ ຮວ່າງທິຢຶ່ ຢືນຢັນ​ວ່າ ສິລະ​ປະ​ພື້ນ​ເມືອງ​ແມ່ນ​ຂົວ​ເຊື່ອມ​ຕໍ່​ບັນດາ​ຈິດ​ວິນ​ຍານ​ທີ່​ຮັກ​ແພງ​ດ້ານ​ສິລະ​ປະ, ​ເປັນ​ທາດກະຕຸ້ນ​ເພື່ອ​ເຮັດ​ໃຫ້​ຊາວ​ ຫວຽດນາມ ອາ​ໄສ​ຢູ່ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ຫຍັບເຂົ້າໃກ້ກັນຫຼາຍ​ກວ່າ. ຈາກ​ນັ້ນ, ກໍ່ປະກອບສ່ວນ​ໜູນ​ຊ່ວຍ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ​ເຢຍລະ​ມັນ ​ໃຫ້​ນັບ​ມື້​ນັບພັດທະນາຢ່າງໝັ້ນຄົງ​ເຂັ້ມ​ແຂງ.

ປະຊາຄົມຊາວຫວຽດນາມ ຢູ່ ເຢຍລະມັນ ຮັກສາດົນຕີພື້ນເມືອງຂອງຊາດ

ການ​ສະ​ແດງກອນລຳ ທີ່ຈັດຂຶ້ນ​ຢູ່​ໃນ​ໂຄງ​ການ

ບັນດາກອນລຳຂອງ ​ຫວຽດນາມ ​ບໍ່​ພຽງ​ແຕ່​ສະຫຼຸບ​ປະສົບ​ການ​ຊີວິດ​ເທົ່າ​ນັ້ນ, ຫາກ​ຍັງ​ລວມມີ​ບັນດາທັດສະນະຄະຕິກ່ຽວກັບກິດຕິຄຸນມະນຸດ, ຄຸນນະທຳ, ຄຳສອນ​ໃຫ້​ລູກ​ຫຼານ​ມີທິດສະດີ​ປັດ​ຊະ​ຍາ​ຢ່າງ​ເລິກ​ເຊິ່ງ, ສ້າງ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ ຫວຽດນາມ. ສະນັ້ນ, ສະມາຄົມ​ຜູ້​ຮັກ​ແພງ​ສິລະ​ປະ​ພື້ນ​ເມືອງ​ຫວຽດນາມ ນອກຈາກ​ບັນດາ​ມາດຖານ​ເສີມຂະຫຍາຍ, ຮັກສາ​ເອກະລັກ​ວັດທະນະທຳ​ພື້ນ​ເມືອງ​ຂອງ​ປະ​ເທດ​ຊາດ​ແລ້ວ ຍັງ​ແມ່ນ​ບ່ອນແນະນຳ​ໃຫ້​ລູກ​ຫຼານ​ລຸ້ນທີ 2, 3 ​ແລະ ສືບ​ຕໍ່​ຢູ່​ສາທາລະນະ​ລັດ​ສະຫະພັນ ​ເຢຍລະ​ມັນ ​ເວົ້າ​ລວມ, ​ເອີ​ລົບ ​ເວົ້າສະເພາະ ໄດ້​ມີຄວາມເຂົ້າ​ໃຈ​ກວ່າ, ສືບຕໍ່ປະຕິບັດ​ຕາມຮຸ່ນພໍ່ຮຸ່ນອ້າຍເພື່ອ​ຮັກສາ​ເອກະລັກ​ວັດທະນະທຳ ​ຫວຽດນາມ.

ຕາມ​ທ່ານ ຫວູ​ຫງອກຢວານ, ຮອງ​ປະ​ທານ​ສະ​ມາ​ຄົມ​ຜູ້​ຮັກ​ສາ​ສິ​ລະ​ປະ​ພື້ນ​ເມືອງ​ຫວຽດ​ນາມ ປະ​ຈຳ​ ເຢຍ​ລະ​ມັນ ​ແລ້ວ, ກອນລຳແມ່ນ​ປະເພດດົນ​ຕີ​ບູຮານມີ​ທີ່​ຕັ້ງ​ທີ່​ສຳ​ຄັນ​ໃນສາງດົນ​ຕີ​ ຫວຽດ​ນາມ. ໂດຍຜ່ານແຕ່ລະຄຳຮ້ອງ, ທຳນອງເພງ, ຮີດຄອງ​ປະ​ເພນີ, ແນວຄິດຈິດໃຈຄວາມປາຖະໜາຂອງ​ຜູ້​ຄົນ​ກໍ່ລ້ວນ​ແຕ່​ໄດ້ປະສົມ​ປະສານເຂົ້າ​ກັນ. ບັນດາ​ຄຸນຄ່າ​ວັດທະນະທຳ​ພື້ນ​ເມືອງ​ນັ້ນ​ຈະ​ແມ່ນ​ກຳລັງຈິດໃຈ​ທີ່​ສ້າງ​ຄຸນຄ່າ​ໃຫ້​ແກ່​ເອກະລັກ​ວັດທະນະທຳ​ ຫວຽດນາມ.

ນອກຈາກ​ບັນດາ​ກອນລຳ​ແລ້ວ, ໂຄງການສີລະປະ “ກອນລຳໃນໃຈຜູ້ຢູ່ໄກບ້ານເກີດ” ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຫຼາຍ​ຮູບ​ແບບ​ສິລະ​ປະ​ພື້ນ​ເມືອງ​ຂອງ​ຫວຽດນາມ ​ເຊັ່ນ: ຟ້ອນ, ຂັບແຈ໊ວ, ບັນຍາຍບົດກະວີ, ຂັບກວານຮໍ້, ຂັບ ເຊິມ...

ມິງດຶກ

ເຫດການ
302 Found

Found

The document has moved here.