ເວທີປາໄສແຫ່ງຊາດຄັ້ງທຳອິດກ່ຽວກັບແຮງງານໃດ້ຈັດຂຶ້ນຢູ່ຕ່າງປະເທດ

00:00 | 15/12/2023

ຍສໝ - ການ​ຮ່ວມ​ມື​ດ້ານ​ແຮງ​ງານ​ລະ​ຫວ່າງ​ ຫວຽດ​ນາມ ແລະ ຍີ່​ປຸ່ນ ໄດ້​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງ​ໃນ 3 ຂົງ​ເຂດ​ຄື ການ​ສົ່ງ​ແຮງ​ງານ​ໄປ ​ຍີ່​ປຸ່ນ, ການສອນວິຊາຊີບ - ການສຶກສາວິຊາອາຊີບ ແລະ ການໝັ້ນຄົງສັງຄົມ. ແຕ່ວ່າ, ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ຍັງ​ມີ​ຫຼາຍ​ຢ່າງ.

ນະຄອນ ໂຮ່ຈີມິນ ເຊີນຊວນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມບັນດາຂົງເຂດລົງທຶນທີ່ສຳຄັນ ນະຄອນ ໂຮ່ຈີມິນ ເຊີນຊວນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມບັນດາຂົງເຂດລົງທຶນທີ່ສຳຄັນ
ແຂວງບິ່ງເຟືອກ ມອບຂອງຂວັນໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ປະຊາຊົນທີ່ມີຄວາມຫຍຸ້ງຍາກ ຢູ່ ກຳປູເຈຍ ແລະ ລາວ ແຂວງບິ່ງເຟືອກ ມອບຂອງຂວັນໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ປະຊາຊົນທີ່ມີຄວາມຫຍຸ້ງຍາກ ຢູ່ ກຳປູເຈຍ ແລະ ລາວ

ວັນ​ທີ 15 ທັນວາ, ຢູ່​ນະຄອນຫຼວງ ​ໂຕ​ກຽວ (ຍີ່ປຸ່ນ), ໃດ້ດຳເນິນເວທີ​ປາ​ໄສ​ການ​ຮ່ວມ​ມື​ດ້ານ​ແຮງ​ງານ ຫວຽດນາມ - ຍີ່ປຸ່ນ. ເວທີປາໄສໂດຍກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ກະຊວງແຜນການ ແລະ ການລົງທຶນ ແລະ ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໃດ້ຈັດຕັ້ງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິ໋ງ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ປາໃສ​ທີ່​ເວ​ທີ​ປາ​ໄສ.

ຕາມ​ໜັງສືພິມເອເລັກໂຕນິກລັດຖະບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິ໋ງ ໄດ້ສະແດງຄວາມຊົມເຊີຍການ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ - ​ແມ່ນ​ເວທີ​ປາ​ໄສ​ແຫ່ງ​ຊາດ​ຄັ້ງ​ທຳ​ອິດ​ກ່ຽວກັບແຮງ​ງານທີ່ໃດ້​ຈັດ​ຂຶ້ນ​ຢູ່​ຕ່າງປະ​ເທດ. ​ເຫດການ​ດັ່ງກ່າວ ຍິ່ງມີ​ຄວາມ​ໝາຍ​ຍິ່ງ​ກວ່າ​ອີກ ​ເມື່ອ​ສອງ​ປະ​ເທດຫາກໍ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ.

ປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ບັນລຸເກືອບ 500.000 ຄົນ, ແມ່ນປະຊາຄົມຕ່າງປະເທດໃຫຍ່ອັນດັບ 2 ຢູ່ ຍີ່ປຸ່ນ ແລະ ພວມປະກອບສ່ວນພັດທະນາເສດຖະກິດ, ສັງຄົມຂອງ ຍີ່ປຸ່ນ, ກາຍເປັນບັນດາຂົວເຊື່ອມຕໍ່ສຳຄັນຂອງການພົວພັນລະຫວ່າງ 2 ປະເທດ ແລະ ປະຊາຊົນ 2 ປະເທດ.

ເວທີປາໄສແຫ່ງຊາດຄັ້ງທຳອິດກ່ຽວກັບແຮງງານໃດ້ຈັດຂຶ້ນຢູ່ຕ່າງປະເທດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມອບ​ຂອງ​ຂວັນ​ໃຫ້​ຄົນ​ງານ​ ຫວຽດ​ນາມ ທີ່​ໄປ​ເຮັດ​ວຽກ​ຢູ່ ຍີ່​ປຸ່ນ.

ທ່ານນາຍົກລັດຖະມົນຕີ ໃດ້ຮອງຮັບ, ຕີລາຄາສູງບັນດາຄວາມມານະພະຍາຍາມ, ຄວາມຕັດສິນໃຈ ແລະ ໝາກຜົນທີ່ບັນດາກະຊວງ, ຂະແໜງການ, ອົງການ ບັນລຸໄດ້, ພິເສດແມ່ນຂະແໜງແຮງງານ; ບັນດາ​ທ້ອງ​ຖິ່ນ, ອົງການ, ສະມາຄົມ, ວິ​ສາ​ຫະກິດ 2 ປະ​ເທດ ​ແລະ ທຸກ​ຄົນແຮງງານ ຫວຽດນາມ ຢູ່ ຍີ່ປຸ່ນ. ຜ່ານ​ນັ້ນ ປະກອບສ່ວນ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ ​ກໍເປັນ​ການ​ປັບປຸງ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.

ທ່ານນາຍົກລັດຖະມົນຕີ ຫວັງວ່າ ໃນໄລຍະຈະມາເຖິງ, ການຮ່ວມມືດ້ານແຮງງານລະຫວ່າງ 2 ປະເທດນັບມື້ນັບພັດທະນາ, ບໍ່ພຽງແຕ່ເພີ່ມຈຳນວນຄົນແຮງງານ ຫຼື ຄຸນນນນະພາບແຫຼ່ງຊັບພະຍາກອນມະນຸດທີ່ມາເຮັດວຽກຢູ່ ຍີ່ປຸ່ນ ເທົ່ານັ້ນ ຫາກຍັງບັນລຸໄດ້ໝາກຜົນທາດແທ້ຕ່າງໆ ໃນບັນດາດ້ານ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ວັດທະນະທຳ, ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ການ​ແລກປ່ຽນ​ປະຊາຊົນ...

ຕາມ​ທ່ານ​ນາຍົກລັດຖະມົນຕີ​ແລ້ວ, ຫວຽດນາມ ​ແມ່ນ​ປະ​ເທດ​ພວມ​ພັດທະນາ, ​ເພື່ອ​ເໝາະສົມຄວາມ​ໄວ​ຂອງ​ການ​ພັດທະນາ​ເຕັກ​ໂນ​ໂລ​ຢີ, ຂອງວິທະຍາສາດ​ເຕັກ​ໂນ​ໂລ​ຊີຮຽກຮ້ອງຕ້ອງມີແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ, ນີ້​ແມ່ນ​ປັດໄຈຊີ້ຂາດ. ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ແຮງ​ງານ​ກັບ ​ຍີ່​ປຸ່ນ​ ສະນັ້ນຕ້ອງ​ມີ​ທິດ​ທາງ​ທີ່​ແທດ​​ເໝາະ ແລະ ແໝາະສົມກັບ​ສະພາບ​ຕົວ​ຈິງ.

ຕາມ​ນັ້ນ​ແລ້ວ, ຕ້ອງ​ມຸ່ງ​ໄປ​ເຖິງ​​ການ​ຮັບບັນຈຸ ແລະ ສົ່ງ​ຄົນ​ງານ​ທີ່​ມີ​ທັກສະ, ມີລະດັບ, ​​ມີກະໂຫຍຮ່ຳຮຽນເອົາ, ຄວາມ​ມຸ່ງ​ມາດ​ປາຖະໜາ​ທີ່​ຈະ​ເພີ່ມ​ຂຶ້ນ ​ແລະ ຄວາມ​ອົດທົນ​ຕໍ່​ກັບ​ການ​ພັດທະນາ​ຂອງ​ຍຸກ​ສະ​ໄໝ​ໃນ​ຫຼາຍ​ຂົງ​ເຂດວິຊາອາຊີບ ຍີ່ປຸ່ນ ​ທີ່​ມີ​ຄວາມ​ເຂັ້ມ​ແຂງ​ເຊັ່ນ​ເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຢີ​​ຂໍ້​ມູນ​ຂ່າວ​ສານ​, ຫັນເປັນອັດຕະໂນມັດ, ເຕັກໂນໂລຢີຊີວະວິທະຍາ, ເຕັກໂນໂລຢີໃນກະ​ສິ​ກໍາ​, ການ​ກໍ່​ສ້າງ​ລະ​ບົບ​ກິດຈະການໃຕ້ດິນຈັດການນ້ຳເສດ, ສິ່ງແວດລ້ອມຕົວເມືອງ... ຈາກ​ນັ້ນ ການກໍ່ຮ່າງສ້າງຕົວຂຶ້ນ​ກຳລັງ​ແຮງ​ງານທີ່​ໄດ້​ຮັບ​ການບຳລຸງສ້າງ ​ໂດຍ​ຜ່ານ​ການເຮັດວຽກຕົວຈິງຢູ່ ​ຍີ່ປຸ່ນ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ວິຊາອາຊີບດັ່ງກ່າວ​ຢູ່ ຫວຽດນາມ.

ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ້ບັນດາອົງການທີ່ມີໜ້າທີ່ຂອງ ຍີ່ປຸ່ນ, ຝ່າຍ ຫວຽດນາມ ແມ່ນກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ສ້າງ​ຊີວິດ​ການ​ເປັນ​ຢູ່ ​ແລະ ການ​ເຮັດ​ວຽກ​ທີ່​ດີ​ທີ່​ສຸດ, ສ້າງ​ຄວາມ​ສະດວກ, ປອດໄພ, ເປັນມິດ, ຖືກຕ້ອງ ປອງດອງ​ວັດທະນະທຳ, ​ເພື່ອ​ໃຫ້​ຄົນແຮງ​ງານ ຫວຽດນາມ ສາມາດອຸ່ນອຽນໃຈຮ່ຳຮຽນ, ​ເຮັດ​ວຽກ ​ແລະ ປະຕິບັດ​ກົດໝາຍປະຈຳຖິ່ນ, ມີ​ໂອກາດ​ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່, ໃດ້ດຳລົງ​ຊີວິດ​ໃນ​ສະພາບ​ແວດ​ລ້ອມ​ທີ່​ທັນ​ສະ​ໄໝ​ດ້ວຍ​ເອກະລັກ​ວັດທະນະທຳ​ຂອງ​ຍີ່​ປຸ່ນ, ຫຼຸດຜ່ອນ​ບັນດາ​ກໍລະນີ ລະເມີດກົດໝາຍ...

ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ພ້ອມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ​ຝ່າຍ ຫວຽດນາມ ຈະສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ​ກັບ​ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ, ເຮັດວຽກຢ່າງຕັ້ງໜ້າກັບບັນດາອົງການທີ່ມີໜ້າທີ່ຝ່າຍ ຍີ່ປຸ່ນ ຄື ກະຊວງຍຸຕິທຳ, ກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການ ຍີ່ປຸ່ນ ເພື່ອລຶບລ້າງບັນດາຂໍ້ຕິດຂັດ, ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ເຊັ່ນ ບັນຫາ​ຍົກເວັ້ນ ແລະ ຫຼຸດຜ່ອນອາກອນລາຍຮັບ, ອາກອນທີ່ຢູ່ອາໄສຂອງແຮງງານຫວຽດນາມ; ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ແຮງ​ງານ​ລະຫວ່າງ​ສອງ​ປະ​ເທດກ່ວາອີກ, ສ້າງ​ຄຸນຄ່າ​ເພີ່ມ​ເຕີມຫຼາຍຢ່າງ, ຍົກສູງຄຸນ​ນະພາ​ບຊັບພະຍາກອນ​ມະນຸດ; ພ້ອມ​ກັນ​ນັ້ນ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ວັດທະນະທຳ, ສັງຄົມ...

ທ່ານ​ນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ ລັດຖະບານ, ບັນດາ​ອົງການທີ່ມີໜ້າທີ່​ແລະ ທ້ອງ​ຖິ່ນ​ຂອງ ຍີ່ປຸ່ນ ສ້າງ​ເງື່ອນ​ໄຂ​ສະດວກ, ເຮັດໃຫ້ງ່າຍດາຍລະບຽບການໃນອອກວີຊາ, ມຸ່ງ​ໄປ​ເຖິງ​ຍົກເວັ້ນວີຊາເຂົ້າເມືອງໃຫ້​ແກ່​ພົນລະ​ເມືອງ​ ຫວຽດນາມ ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ​ສອງ​ປະ​ເທດ; ​ໂດຍ​ໄວ​ໄດ້​ຜັນ​ຂະຫຍາຍ​ຮູບ​ແບບ​ທ່ອງ​ທ່ຽວຮ່ຳຮຽນ, ເອົາໃຈໃສ່ ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ 500.000 ຄົນ​ພວມ​ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ຍີ່ປຸ່ນ, ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ເຊຶ່ອມຕໍ່ແລະ ​ເລິກ​ເຊິ່ງກ່ວາ​ອີກ, ເຂັ້ມຂຸ້ນກ່ວາ​ອີກ, ກວ້າງ​ຂວາງກ່ວາ​ອີກການ​ພົວ​ພັນ​ຮ່ວມ​ມືລະ​ຫວ່າງ​ສອງ​ປະ​ເທດ​ ແລະ​ ສອງ​ປະ​ຊາ​ຊົນ.

ຕາມ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ແລ້ວ, ປີ 2023 ​ແມ່ນ​ຈຳນວນ​ຄົນ​ແຮງງານ ​ຫວຽດນາມ ສູງ​ສຸດ​ໃນ​ໄລຍະ​ຈະ​ມາ​ເຖິງ ທັງແມ່ນ​ຈຳນວນ​ຄົນ​ໄປ ຍີ່ປຸ່ນ ​ໃນ​ແຕ່ລະ​ປີ (ຄາດ​ວ່າ​ປະມານ 85.000 ຄົນ) ​​ແລະ ທັງແມ່ນ​ຈຳນວນ​ຄົນກຳລັງ​ເຮັດ​ວຽກ​ຢູ່ ຍີ່ປຸ່ນ (ປະມານ 350,000 ຄົນ, ກວມເອົາອັດຕາສ່ວນສູງສຸດຂອງຈໍານວນແຮງງານຕ່າງປະເທດທັງຫມົດທີ່ເຮັດວຽກຢູ່ຍີ່ປຸ່ນ).

ເລີ່ມ​ຕົ້ນ​ການ​ຮ່ວມ​ມື​ດ້ານ​ແຮງ​ງານ​ນັບ​ແຕ່​ປີ 1992, ຫວຽດ​ນາມ ຍັງ​ແມ່ນ​ປະ​ເທດ​ນຳ​ໜ້າ​ໃນ​ຈຳ​ນວນ​ຄົນ​ໄປ​ເຮັດ​ວຽກ​ໃນ​ແຕ່​ລະ​ປີ ກໍແມ່ນ​ຍອດຈຳນວນຄົນກຳລັງເຮັດ​ວຽກ​ຢູ່ ຍີ່​ປຸ່ນ ໃນ​ບັນ​ດາ 15 ປະ​ເທດ​ສົ່ງ​ແຮງ​ງານ​ໄປ​ປະ​ເທດ​ນີ້.

ມິງດຶກ

ເຫດການ
302 Found

Found

The document has moved here.