ຄະນະຜູ້ແທນຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ

09:37 | 04/01/2024

ຍສໝ - ວັນທີ 20 ທັນວາ, ຢູ່ນິວຢອກ (ອາເມລິກາ), ຄະນະຜູ້ແທນຫວຽດນາມ ປະຈໍາ ສະຫະປະຊາຊາດ (ສປຊ) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 79 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22 ທັນວາ 1944 – 22 ທັນວາ 2023 ) ແລະ 34 ປີແຫ່ງ “ວັນບຸນທົ່ວປວງຊົນປ້ອງກັນຊາດ” (22 ທັນວາ 1989 – 22 ທັນວາ 2023).

ພິທີອັດການຝຶກຊ້ອມສອງຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ກ່ຽວກັບການຮັກສາສັນຕິພາບ ສະຫະປະຊາຊາດ ພິທີອັດການຝຶກຊ້ອມສອງຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ກ່ຽວກັບການຮັກສາສັນຕິພາບ ສະຫະປະຊາຊາດ
ຫວຽດນາມ ສະໜັບສະໜູນການຍູ້ແຮງການປະຕິຮູບສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຫວຽດນາມ ສະໜັບສະໜູນການຍູ້ແຮງການປະຕິຮູບສະພາຄວາມໝັ້ນຄົງ ສະຫະປະຊາຊາດ

ເຂົ້າ​ຮ່ວມ​ພິ​ທີ​ມີ​ບັນ​ດາ​ສະ​ມາ​ຊິກ​ອົງ​ການ​ຜູ້​ແທນ​ຫວຽດ​ນາມ ປະຈຳ ນິວ​ຢອກ, ພ້ອມ​ກັບ​ຜູ້​ແທນ​ບັນ​ດາ​ຜູ້​ບັນ​ຊາການ​, ນາຍທະຫານບັນດາກຳລັງກອງທັບ ແລະ ຕຳ​ຫຼວດ​ຫວຽດ​ນາມ ທີ່​ພວມເຮັດວຽກ​ຢູ່​ທີ່​ສຳ​ນັກ​​ ສ​ປ​ຊ.

ຄະນະຜູ້ແທນຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ
ທ່ານຮອງ​ຫົວໜ້າຄະນະຜູ້ແທນ​ຫວຽດນາມ ປະຈຳ ສປຊ ນາງ ​ເລ​ທີ​ມິ​ງ​ທວາ ໄດ້​ຊົມ​ເຊີຍ​ບັນ​ດາ​​ຜູ້​ຕາງ​ໜ້າບັນ​ຊາ​ການ, ນາຍທະຫານ​ບັນ​ດາ​​ກຳ​ລັງ​ທະ​ຫານ ແລະ ຕຳ​ຫຼວດ​ຫວຽດ​ນາມ ທີ່​ພວມວຽກງານ​ທີ່ຖືກສົ່ງໄປເຮັດວຽກພິເສດຢູ່ສຳນັກ ສ​ປ​ຊ. (ທີ່ມາ: VNA)

ກ່າວ​ຄຳ​ເຫັນ​ທີ່​ພິທີ, ຜູ້ຕາງໜ້າ, ຮອງ​ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳ​ ສປຊ ທ່ານນາງ ​ເລ​ທີ​ມິ​ງ​ທວາ ​ທີ່ໄດ້ເນັ້ນ​ໜັກ​ເຖິງ​ບົດບາດ​ສຳຄັນ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໃນ​ປະຫວັດສາດ​ແຫ່ງການສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ຜົນງານ​ລວມຂອງ​ປະ​ເທດ​ຊາດ, ຮັກສາ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ການ​ພົວພັນ​ອັນ​ດີງາມ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ; ຮັບປະກັນ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ການ​ເມືອງ - ສັງຄົມ, ສ້າງ​ສະພາບ​ແວດ​ລ້ອມ​ທີ່​ສະດວກ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ, ຍົກ​ສູງ​ທີ່​ຕັ້ງ ​ແລະ ອິດທິພົນຂອງ​ຫວຽດນາມ.

ກອງທັບ​ປະຊາຊົນ​ມີ​ບົດບາດ​ນັບ​ມື້​ນັບ​ສຳຄັນ​ໃນ​ສະພາບ​ການ​ໂລກ​ທີ່​ນັບ​ມື້​ນັບ​ສັບສົນ​, ມີ​ສິ່ງທ້າ​ທາຍ​ຫຼາຍ​ດ້ານ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານຜູ້ຕາງໜ້າ ນາງ ເລທີມິງທວາ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ເຂົ້າ​ຮ່ວມ ​ແລະ ການ​ປະກອບຢ່າງ​ຕັ້ງໜ້າ​ຂອງ​ບັນດາ​ຜູ້​ແທນ​ກຳລັງ​ກອງທັບ​ໃນ​ວຽກ​ງານ​ລວມ​ຂອງ​ກົມ​ກອງ​ໃນ​ໄລຍະ​ຜ່ານ​ມາ.

ສະຫາຍ ພັນ​ເອກ ບຸ່ຍ​ຊວນ​ແອງ, ທີ່​ປຶກສາ​ການ​ທະຫານຄະນະຜູ້ແທນຫວຽດນາມ ​ປະຈຳ​ ສປຊ, ຕາງໜ້າ​ໃຫ້​ບັນດາ​ສະຫາຍ​ໃນ​ກອງທັບ​ປະຊາຊົນ ກ່າວ ​ແລະ ​ແບ່ງປັນ​ກ່ຽວ​ກັບ​ປະຫວັດສາດ​ການ​ພັດທະນາ​ອັນ​ສະຫງ່າ​ງາມ​ຂອງ​ປະ​ເທດ​ຊາດ ​ແລະ ເເຕ່ລະວິລະກຳທີ່ພິລະອາດຫານ​ຂອງ​ທະຫານ ​ແລະ ປະຊາຊົນ​ຫວຽດນາມ ພາຍຫຼັງ 79 ປີ​ແຫ່ງ​ວັນ​ສ້າງຕັ້ງກອງທັບ​ປະຊາຊົນ​ຫວຽດນາມ ​ແລະ 34 ປີ​ແຫ່ງ​ວັນບຸນທົ່ວປວງຊົນ​ປ້ອງ​ກັນ​ຊາດ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.