ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຍັງມີສິດທີ່ກ່ຽວຂ້ອງກັບດິນແດນຢ່າງຄົບຖ້ວນ

16:07 | 16/01/2024

ຍສໝ - ວັນ​ທີ 15 ມັງກອນ, ທີ່​ກອງ​ປະຊຸມວິສາມັນຄັ້ງ​​ທີ 5, ສະພາ​ແຫ່ງ​ຊາດ​ ຫວຽດນາມ ຊຸດ​ທີ 15, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນແດນ (ສະບັບປັບປຸງ) ທີ່ຍື່ນສະເໜີ ໄດ້ຮັບການປັບປຸງ​ບັນດາ​ຂໍ້ກຳນົດກ່ຽວກັບສິດ​ ແລະ ພັນທະກ່ຽວກັບການນຳໃຊ້ທີ່​ດິນ​ຂອງ​ຊາວ ຫວຽດນາມ ທີ່​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ຕ່າງປະ​ເທດ.

ພາລະໜ້າທີ່, ໂຄງຮ່າງການຈັດຕັ້ງຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ພາລະໜ້າທີ່, ໂຄງຮ່າງການຈັດຕັ້ງຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ
ນະຄອນ ໂຮ່ຈີມິນ ເຊີນຊວນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມບັນດາຂົງເຂດລົງທຶນທີ່ສຳຄັນ ນະຄອນ ໂຮ່ຈີມິນ ເຊີນຊວນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມບັນດາຂົງເຂດລົງທຶນທີ່ສຳຄັນ

ລະອຽດ​, ກ່ຽວ​ກັບ​ສິດ ​ແລະ ພັນທະກ່ຽວກັບການ​ນຳ​ໃຊ້​ທີ່​ດິນ​ຂອງ​ຊາວ​ ຫວຽດນາມ ທີ່ອາ​ໄສ​ຢູ່​ຕ່າງປະ​ເທດ, ການດັດປັບ​ບັນດາ​ຂໍ້​ກຳນົດ​ໃນ​ຮ່າງ​ກົດໝາຍ ຕາມທິດ​ທາງ​ສຳລັບຊາວ ​ຫວຽດນາມ ທີ່ອາ​ໄສ​ຢູ່​ຕ່າງປະ​ເທດ ​ທີ່​ມີສັນຊາດ​ ຫວຽດນາມ ເປັນພົນລະເມືອງ​ ຫວຽດນາມ ນັ້ນ ຈະ​ມີ​ສິດ​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ​ທີ່​ດິນ (ບໍ່​ພຽງ​ແຕ່​ສິດ​ທີ່​ດິນຢູ່ອາໄສ) ຄືກັບພົນລະເມືອງ​ ຫວຽດນາມ ທີ່ຢູ່ພາຍ​ໃນ​ປະ​ເທດ (ບຸກຄົນ​ພາຍ​ໃນ); ຮັກສາ​ນະ​ໂຍບາຍຄື​ກົດໝາຍ​ທີ່ພວມມີສັກສິດສຳລັບ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ​ເພື່ອ​ປະກອບສ່ວນ​ຊຸກຍູ້​ການ​ລົງທຶນ ແລະ ດຶງ​ດູດການນຳເງິນຕາຕ່າງປະເທດ ທີ່ຊາວຫວຽດນາມ ຢູ່ຕ່າງປະເທດຝາກກັບມາ​ຫວຽດນາມ.

ທ່ານຫົວໜ້າກຳມາທິການ​ເສດຖະກິດ ຫວູຮົ່ງ​ແທ່ງ ​ໃຫ້​ຮູ້​ວ່າ ຂໍ້​ກຳນົດ​ໃນ​ຮ່າງ​ກົດໝາຍ​ໄດ້​ຮັບ​ການ​ກວດກາ​ຄືນ, ຮັບປະກັນຄວາມ​ເປັນເອກະສັນກັນກັບ​ກົດໝາຍ​ວ່າ​ດ້ວຍ​ສັນຊາດ. ກໍລະນີຜູ້ທີ່ມີເຊື້ອຊາດ ຫວຽດນາມ ດຳເນີນທຸລະກິດອະສັງຫາລິມະຊັບ, ເປັນຜູ້ລົງທຶນດຳເນີນໂຄງການເຮືອນຢູ່ອາໄສນັ້ນ ການກຳນົດເຈົ້າຂອງ ແມ່ນມີສິດປະຕິບັດໂຄງການຕາມກຳນົດຂອງກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ ແລະ ກົດໝາຍວ່າດ້ວຍເຮືອນຢູ່ອາໄສ.

ຮ່າງ​ກໍ​ຍັງຮັກສາ​ຂໍ້​ກຳນົດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ປີ 2013 ກ່ຽວກັບອົງການຈັດຕັ້ງເສດຖະກິດ​ທີ່​ມີ​ທຶນ​ລົງທຶນ​ຈາກ​ຕ່າງປະ​ເທດ, ຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ໄດ້​ຮັບ​ການ​ໂອນ​ສິດ​ນຳ​ໃຊ້​ທີ່​ດິນ​ຢູ່​ບັນດາ​ເຂດ​ອຸດສາຫະກຳ, ກຸ່ມ​ອຸດສາຫະກຳ, ​ເຂດ​ເຕັກ​ໂນ​ໂລ​ຢີສູງ (ມາດຕາ 28), ສຳລັບ​ຂົງ​ເຂດ​ອື່ນໆ ອົງການຈັດຕັ້ງເສດຖະກິດທີ່ມີທຶນລົງທຶນຈາກຕ່າງປະເທດໄດ້ເຂົ້າເຖິງທີ່ດິນໂດຍຜ່ານຮູບແບບລັດຈັດສັນ ແລະ ໃຫ້ເຊົ່າທີ່ດິນ.

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຍັງມີສິດທີ່ກ່ຽວຂ້ອງກັບດິນແດນຢ່າງຄົບຖ້ວນ

ກອງປະຊຸມວັນທີ 15 ມັງກອນ ທີ່​ກອງ​ປະຊຸມວິສາມັນຄັ້ງ​​ທີ 5, ສະພາ​ແຫ່ງ​ຊາດ ຫວຽດນາມ ​ຊຸດ​ທີ 15

ຮ່າງ​ກົດໝາຍ ​ກໍ່ຍັງ​ມີ​ຂໍ້​ກຳນົດ​ກ່ຽວ​ກັບ​ກໍລະນີ​ເວນຄືນທີ່​ດິນສຳລັບໂຄງການ​ທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ​ສະພາ​ແຫ່ງ​ຊາດ, ນາຍົກລັດຖະມົນຕີ, ຕັດສິນ​ນະ​ໂຍບາຍ​ການ​ລົງທຶນ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ​ໃນ​ຂໍ້ 31, ມາດຕາ 79. ດັ່ງ​ນັ້ນ, ບັນຫາບັນດາອົງການຈັດຕັ້ງເສດຖະກິດທີ່ມີເງິນລົງທຶນຈາກຕ່າງປະເທດ ຈັດຕັ້ງປະຕິບັດໂຄງການນໍາໃຊ້ທີ່ດິນທີ່ ໂດຍໄດ້ຮັບການອະນຸມັດຈາກບັນດາຂັ້ນທີ່ມີສິດອຳນາດ ແລະ ການຕົກລົງກກ່ຽວກັບນະໂຍບາຍການລົງທຶນ ກໍ່ໄດ້ຮັບການແກ້ໄຂໂດຍພື້ນຖານ.

ຕາມ​ບົດ​ລາຍ​ງານ​ອະພິປາຍ, ຮັບເອົາ, ດັດປັບຮ່າງ​ກົດໝາຍ​ໂດຍ​ທ່ານຫົວໜ້າ​ກຳມາທິ​ການ​ເສດຖະກິດ​ຂອງສະພາ​ແຫ່ງ​ຊາດ ຫວຽດນາມ ຫວູຮົ່ງ​ແທ່ງ ໄດ້​ນຳ​ສະ​ເໜີ​ທີ່​ກອງ​ປະຊຸມ, ​ໂດຍ​ອີງ​ໃສ່​ການ​ຄົ້ນ​ຄ້ວາ, ປຶກສາ​ຫາລືຄວາມເຫັນຢ່າງ​ລະອຽດ​ຂອງ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ແລະ ບັນດາ​ອົງການ, ຄະນະ​ກຳມາ​ການ​ປະຈຳ​ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ບັນດາແຜນນະ​ໂຍບາຍ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ລາຍ​ງານ, ຂໍຄວາມເຫັນສຸມໃສ່ການປຶກສາຫາລື​ຂອງ​ສະພາ​ແຫ່ງ​ຊາດ​ ທີ່ກອງປະຊຸມຄັ້ງ​ທີ 6.

ມິງດຶກ

ເຫດການ
302 Found

Found

The document has moved here.