ວັນທີ 19 ຕຸລາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ພ້ອມດ້ວຍທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ນີກາຣາກວາ Arlette Marenco ໄດ້ດຳເນີນກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີການຕ່າງປະເທດຄັ້ງທຳອິດ ດ້ວຍຮູບການທາງໄກ.
ຕອນບ່າຍວັນທີ 18 ຕຸລາ, ຕາງໜ້າລັດຖະບານຫວຽດນາມ, ທ່ານ ຢ້ວານແຄງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ມົງໂກລີ ໄດ້ພົບປະກັບທ່ານພົນຕີ G.Ariunbuyan ຫົວໜ້າກົມໃຫຍ່ຄຸ້ມຄອງເຫດສຸກເສີນແຫ່ງຊາດມົງໂກລີ ທັງເປັນຮອງຫົວໜ້າຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງມົງໂກລີ ແລະມອບເງິນ 50.000 ໂດລາສະຫະລັດ ໂດຍລັດຖະບານຫວຽດນາມ ຊ່ວຍເຫຼືອລັດຖະບານມົງໂກລີ ເພື່ອຮັບມືກັບພະຍາດໂຄວິດ-19.
ຍສໝ - ຫວຽດນາມ ແມ່ນຕະຫຼາດສະໜອງຜັກ ແລະ ໝາກໄມ້ປຸງແຕ່ງ ລາຍໃຫຍ່ອັນດັບທີ 6 ໃຫ້ແກ່ສະຫະພັນລັດເຊຍ, ດ້ວຍລາຄາ 1.011,2 USD/ໂຕນ ໃນ 7 ເດືອນຂອງປີ 2021, ເພີ່ມຂຶ້ນ 32,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
ບັນດານັກສິລະປິນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ປະເທດປະຈຳຖິ່ນໄດ້ສະແດງບາງບົດເພງພື້ນເມືອງ ແລະ ສະແດງເຄື່ອງດົນຕີພື້ນເມືອງຂອງຫວຽດນາມ.
ການເຄື່ອນໄຫວວັດແທກ ແລະ ແຜນທີ່ແມ່ນການເຄື່ອນໄຫວສຳຫຼວດພື້ນຖານ, ມີຄວາມສຳຄັນຍິ່ງ, ສະໜອງຂໍ້ມູນ, ຜະລິດຕະພັນຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
ວັນທີ 16 ຕຸລາ, ຢູ່ສຳນັກງານ ສະຖານທູດ ຫວຽດນາມ ປະຈຳ Berlin (ເຢຍລະມັນ) ໄດ້ດຳເນີນພິທີສ້າງຕັ້ງຕາໜ່າງປ່ຽນແປງໃໝ່ປະດິດຄິດສ້າງ ຫວຽດນາມ ຢູ່ ເອີຣົບ (VINEU).
ຕອນບ່າຍວັນທີ 15 ຕຸລາ, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Robyn Mudie ເອກອັກຄະລັດຖະທູດອົດສະຕາລີ ປະຈຳ ຫວຽດນາມ.
ເນື່ອງໃນໂອກາດນີ້, ສອງທ່ານກໍໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງ ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ນະຄອນຫຼວງ ວຽງຈັນ ໄລຍະ 2021 – 2025. ບໍລິສັດໃຫຍ່ ທ່ອງທ່ຽວ ໄຊງ່ອນ ໄດ້ມອບທຶນການສຶກສາ 5 ທຶນ ມີມູນຄ່າ 1,5 ຕື້ດົ່ງໃຫ້ແກ່ ນະຄອນຫຼວງ ວຽງຈັນ.
ສອງຝ່າຍຢັ້ງຢືນວ່າ ຈະອະນຸລັກ, ຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.
ທ່ານຮອງລັດຖະມົນຕີ Gilberto Pichetto Fratin ຢັ້ງຢືນວ່າຈະສະໜັບສະໜູນ ແລະຈະຊຸກຍູ້ຢ່າງແຮງ ເພື່ອໃຫ້ສະພາແຫ່ງຊາດ ອີຕາລີ ໃຫ້ສັດຕະຍາບັນສັນຍາ ອາລັກຂາການລົງທຶນ ລະຫວ່າງ ສະຫະພາບເອີຣົບ ກັບ ຫວຽດນາມ (EVIPA), ພ້ອມທັງສະແດງຄວາມປາດຖະໜາຢາກເຊື່ອມຕໍ່ການທ່ອງທ່ຽວໃນໄວໆນີ້, ເຫັນດີສົມທົບກັນຈັດຕັ້ງກອງປະຊຸມຄະນະກຳມະການປະສົມ ກ່ຽວກັບການຮ່ວມມືທາງດ້ານເສດຖະກິດ ຄັ້ງທີ 8.
ຍສໝ - ນາງ ເລທູຖຸຍ, ນັກສຶກສາສະຖາບັນໂຄສະນາ ແລະ ຂ່າວສານ, ຄ້ວາໄດ້ໜຶ່ງໃນ 3 ລາງວັນການແຂ່ງຂັນຖ່າຍຄຼິບວີດີໂອ ທີ່ສະຫງວນໃຫ້ແກ່ໄວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ (ASEAN Youth Video Competition) ດ້ວຍຫົວຂໍ້ “ຫຼຸດຜ່ອນມົນລະພິດຢາງປຼາດສຕິກ, ມຸ່ງໄປເຖິງການດຳລົງຊີວິດແບບຍືນຍົງ”.
ຍສໝ - ເມື່ອບໍ່ດົນມານີ້, ທີ່ການພົບປະກັບທ່ານລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດ ເລມີງຮວານ, ທ່ານ ເອກອັກຄະລັດຖະທູດສະຫະພັນຣັດເຊຍ ປະຈຳ ຫວຽດນາມ Gennady Stepanovich Bezdetko (ສຈ. Bezdetko) ໃຫ້ຮູ້ວ່າ ການຮ່ວມມື ລະຫວ່າງສະຫະພັນຣັດເຊຍກັບຫວຽດນາມແມ່ນມີຄວາມຫຼາກຫຼາຍ, ກະສິກຳພວມໄດ້ຮັບຄວາມສົນໃຈຫຼາຍຈາກທັງສອງຝ່າຍ.
ຍສໝ - ຫວ່າງແລ້ວນີ້, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງຈົດໝາຍເຖິງທ່ານປະທານາທິບໍດີອາເມລິກາ Joe Biden, ສະແດງຄວາມຂອບໃຈລັດຖະບານອາເມລິກາ ທີ່ໄດ້ໜູນຊ່ວຍວັກຊິນ, ຢາປົວພະຍາດ, ວັດຖຸ ແລະອຸປະກອນການແພດເພື່ອໃຫ້ຫວຽດນາມ ຮັບມືກັບພະຍາດໂຄວິດ-19.
ຕອນບ່າຍວັນທີ 13 ຕຸລາ, ທ່ານພົນເອກໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ມີການປະຊຸມທາງໄກກັບຄະນະຜູ້ແທນວິສາຫະກິດລະດັບສູງ ສະພາດຳເນີນທຸລະກິດອາເມລິກາ-ອາຊຽນ (USABC).
ຍສໝ - ວັນທີ 9 ຕຸລາ, ສະຖາບັນການຕ່າງປະເທດຫວຽດນາມ ສົມທົບກັບ UN Women (ອົງການສະຫະປະຊາຊາດເພື່ອສົ່ງເສີມບົດບາດຍິງ-ຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງ) ແລະ ສະຖານທູດຝລັ່ງ, ເມັກຊີໂກ, ແອັດສະປາຍ, ຊູແອັດ ແລະ ການາດາ ປະຈຳຫວຽດນາມ ໄດ້ຈັດຕັ້ງລາຍການໂອ້ລົມສົນທະນາທາງອອນໄລ “ຍົກສູງບົດບາດຂອງແມ່ຍິງໃນນະໂຍບາຍການຕ່າງປະເທດ” (ສິດທິແມ່ຍິງໃນນະໂຍບາຍການຕ່າງປະເທດ).
ຍສໝ - ມະຫາວິທະຍາໄລກວາງນາມ, ພະແນກການຕ່າງປະເທດ ແລະ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງກວາງນາມ ໄດ້ສົມທົບກັນຈັດຕັ້ງ “ການແຂ່ງຂັນຂຽນ ແລະ ບັນຍາຍດ້ວຍພາສາຫວຽດນາມສໍາລັບນັກສຶກສາລາວທີ່ພວມສຶກສາຮໍ່າຮຽນຢູ່ແຂວງກວາງນາມໃນປີ 2021”.
ການຄ້າກະສິກຳຂ້າມຊາຍແດນໄດ້ດຳເນີນໄປດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາອົງການສົ່ງເສີມການຄ້າ, ປະຊາຄົມວິສາຫະກິດອິນເດຍ ແລະ 3 ປະເທດເຂດອະນຸພາກພື້ນແມ່ນ້ຳຂອງ
ຍສໝ - ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ສະເໜີໃຫ້ຫວຽດນາມ ແລະອິນໂດເນເຊຍ ມຸ່ງໄປສູ່ການຮັບຮອງເອົາໜັງສືຜ່ານແດນວັກຊີນ ຫຼືໃບຢັ້ງຢືນການສັກວັກຊິນກັນພະຍາດໂຄວິດ -19, ເພື່ອສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ການເຂົ້າ-ອອກເມືອງຂອງພົນລະເມືອງຂອງສອງປະເທດໂດຍຕາມເງື່ອນໄຂທີ່ໄດ້ຮັບອະນຸຍາດ...
ກອງປະຊຸມ ແລະ ງານວາງແດງດີຈີຕອນໂລກ 2021 ລວມມີບັນດາການເຄື່ອນໄຫວວາງສະແດງ ແລະ ເວທີປາໄສແບບທາງໄກ.
ຍສໝ - ຫວ່າງແລ້ວນີ້, ສູນເກັບກູ້, ທຳລາຍລະເບີດແຫ່ງຊາດ ຫວຽດນາມ (VNMAC) ແລະ ອົງການຈັດຕັ້ງ Mines Advisory Group ຫວຽດນາມ (MAG ຫວຽດນາມ) ໄດ້ລົງນາມກ່ຽວກັບການຮ່ວມມືໃນການກໍ່ສ້າງ ແລະ ຍົກສູງກຳລັງຄວາມສາມາດໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ວັດຖຸລະເບີດພາຍຫຼັງສົງຄາມຢູ່ ຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ກອງທຶນສັນຕິພາບ ແລະພັດທະນາຫວຽດນາມ ແລະມະຫາວິທະຍາໄລກົດໝາຍຮ່າໂນ້ຍ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືເພື່ອປະສານສົມທົບໃນການສ້າງໂຄງການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ກ່ຽວຂ້ອງກັບການຕ່າງປະເທດ, ສັນຕິພາບ, ການພັດທະນາ.
ພາຍຫຼັງໄດ້ຈັດຕັ້ງຂຶ້ນມາເປັນເວລາ 10 ປີ, ລາຍການພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ໄທ ໄດ້ສ້າງໂອກາດເຊື່ອມຕໍ່, ແລກປ່ຽນ ແລະ ສ້າງຕາໜ່າງຊາວໜຸ່ມອັນສະໜິດແໜ້ນລະຫວ່າງສອງປະເທດ. ນັບແຕ່ຫຼັງເຫດການສະເຫຼີມສະຫຼອງການສ້າງຕັ້ງລາຍການພົບປະແລກປ່ຽນ ຄົບຮອບ 10 ປີ ເມື່ອປີ 2018, ປີນີ້, ຊາວໜຸ່ມສອງປະເທດຈຶ່ງມີໂອກາດໄດ້ພົບປະກັນໃນລາຍການ “ນ້ຳໃຈເພື່ອນມິດ ໄທ - ຫວຽດນາມ ເຊື່ອມຕໍ່ສາຍພົວພັນຂອງຊາວໜຸ່ມໃນສະພາບປົກກະຕິໃໝ່”. ລາຍການດັ່ງກ່າວໂດຍສະຖານທູດ ໄທ ປະຈຳ ຮ່າໂນ້ຍ ຈັດຂຶ້ນຕາມຮູບແບບປະສົມການພົບປະໂດຍກົງ ແລະ ທາງໄກ.
ນັບແຕ່ວັນທີ 5 – 8 ຕຸລາ 2021, ຄະນະກຳມະການສະເພາະກິດກ່ຽວກັບບັນຫາເສດຖະກິດ, ການເງິນ ຂອງ ສະມັດຊາໃຫຍ່ ສປຊ ໄດ້ຈັດວາລະປຶກສາຫາລືລວມ ດ້ວຍຫົວຂໍ້ “ວິກິດການ, ຄວາມຕ້ານທານ ແລະ ການຟື້ນຟູ - ເພີ່ມຄວາມໄວໃນການປະຕິບັດໂຄງການດຳເນີນງານ 2030”.
ວັນທີ 8 ຕຸລາ, ທີ່ນະຄອນດົ່ງເຮີ໊ຍ, ຄະນະກໍາມະການປະຊາຊົນແຂວງກວ໋າງບິ່ງ ໄດ້ຈັດການພົບປະສັງສັນກັບຄະນະປະຕິບັດງານເຂົ້າຮ່ວມການໜູນຊ່ວຍແຂວງຄໍາມ່ວນ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
ວັນທີ 8 ຕຸລາ, ຢູ່ຮ່າໂນ້ຍ, ທ່ານພົນໂທຮ່ວາງຊວັນຈຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ແສງເພັດ ຮຸງບຸນຍວງ ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ.
ຍສໝ - ກອງທຶນຊ່ວຍເຫຼືອເດັກນ້ອຍທີ່ບໍ່ມີພໍ່ແມ່ (ACWP) ແລະ ອົງການຜ່າຕັດຮອຍຍິ້ມOperation Smile ຂອງສະຫະລັດອາເມລິກາ ຫາກໍ່ມອບປຶ້ມແບບຮຽນ ແລະ ໜ້າກາກຜ້າຕ້ານເຊື້ອໃຫ້ກັບນັກຮຽນປະຖົມ 106 ຄົນຈາກບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ ຢູ່ໃນແຂວງ ເທື້ອທຽນ-ເຫວ້.
ຕອນເຊົ້າວັນທີ 7 ຕຸລາ, ທ່ານ ຫງວຽນ ຮ່ວາບິ່ງ ປະທານສານ ປະຊາຊົນສູງສຸດ ຫວຽດນາມ ພ້ອມກັບ ຄະນະຜູ້ແທນສານປະຊາຊົນສູງສຸດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສະພາປະທານສານບັນດາປະເທດ ອາຊຽນ (CACJ) ຄັ້ງທີ 9 ແບບທາງໄກ, ໂດຍສານສູງສຸດ ອິນໂດເນເຊຍ ຈັດຕັ້ງ.
ວັນທີ 06 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງຈົດໝາຍຂອບໃຈທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ທີ່ໄດ້ໃຫ້ການຊ່ວຍເຫຼືອວັກຊິນ ພ້ອມດ້ວຍວັດຖຸອຸປະກອນການແພດຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ແກ່ ຫວຽດນາມ.
ຕອນບ່າຍວັນທີ 5 ຕຸລາ, ຄ້າຍທະຫານຊາຍແດນວິ້ງຢາ (ທະຫານຊາຍແດນແຂວງອານຢາງ) ສົມທົບກັບຄະນະກໍາມະການປະຊາຊົນຕາແສງວິ້ງຢາ (ເມືອງຈີຕົນ, ແຂວງອານຢາງ) ຈັດຕັ້ງການໜູນຊ່ວຍເຄື່ອງໃຊ້ທີ່ຈໍາເປັນໃຫ້ອໍານາດການປົກຄອງຕາແສງ Ta Ou, ກໍາລັງປ້ອງກັນຊາຍແດນເມືອງ Kirivong, ແຂວງ Takeo, ກໍາປູເຈຍ.
ວັນທີ 05 ຕຸລາ, ທ່ານ ຫງວຽນດັງຮຸ່ງ, ຫົວໜ້າສະຖານກົງສູນ ຫວຽດນາມ ປະຈຳ ແຂວງ ຫຼວງພະບາງ ໄດ້ມອບເງິນຈຳນວນ 20.000 USD ໃຫ້ທ່ານ ຄຳຂັນ ຈັນທະວີສຸກ, ເລຂາພັກແຂວງ, ເຈົ້າແຂວງແຂວງຫຼວງພະບາງ.