ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ຮ່ວມ​ມື​ກັບ ສ​ປ​ຊ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19

14:07 | 10/10/2021

ນັບແຕ່ວັນທີ 5 – 8 ຕຸລາ 2021, ຄະນະກຳມະການສະເພາະກິດກ່ຽວກັບບັນຫາເສດຖະກິດ, ການເງິນ ຂອງ ສະມັດຊາໃຫຍ່ ສປຊ ໄດ້ຈັດວາລະປຶກສາຫາລືລວມ ດ້ວຍຫົວຂໍ້ “ວິກິດການ, ຄວາມຕ້ານທານ ແລະ ການຟື້ນຟູ - ເພີ່ມຄວາມໄວໃນການປະຕິບັດໂຄງການດຳເນີນງານ 2030”.

ການນຳພັກ, ລັດ,ສະພາແຫ່ງຊາດຫວຽດນາມ ພົບປະກັບຜູ້ມີສິດເລືອກຕັ້ງ ການນຳພັກ, ລັດ,ສະພາແຫ່ງຊາດຫວຽດນາມ ພົບປະກັບຜູ້ມີສິດເລືອກຕັ້ງ
ຫວ​ຽດ​ນາມ ສືບ​ຕໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ ໃນ​ການ​ຮັບ​ມື ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ ຫວ​ຽດ​ນາມ ສືບ​ຕໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ ໃນ​ການ​ຮັບ​ມື ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ
ພາບປະກອບ
ພາບປະກອບ

ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາງ ຫງວຽນເຟືອງຈ່າ ອຸປະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ມາດຕະການຄວບຄຸມໂລກລະບາດ, ໃນນັ້ນ ແຜ່ຫຼາຍແມ່ນການສັກວັກຊິນໃຫ້ປະຊາຊົນໃຫ້ໝົດທຸກຄົນ ເພື່ອຮັບມືກັບໂລກລະບາດ ໃນສະພາບປົກກະຕິໃໝ່ ແລະ ຮັບປະກັນຊີວິດສັງຄົມ ເພື່ອຮັກສາຄວາມໝັ້ນຄົງດ້ານການເມືອງ - ສັງຄົມ. ຜູ້ຕາງໜ້າ ຫວຽດນາມ ກໍ່ສະໜັບສະໜູນ ມາດຕະການເພື່ອຊຸກຍູ້ປະຕິບັດເປົ້າໝາຍພັດທະນາແບບຍືນຍົງ 2030 (SDGs 2030), ພິເສດແມ່ນການໜູນຊ່ວຍປະເທດກຳລັງພັດທະນາສ້າງກຳລັງຄວາມສາມາດ, ຖ່າຍທອດເຕັກໂນໂລຢີ ແລະ ໃຫ້ບຸລິມະສິດດ້ານການເງິນ. ເນື່ອງໃນໂອກາດນີ້, ຫວຽດນາມ ຢັ້ງຢືນຄຳໝັ້ນສັນຍາ ປະຕິບັດ SDGs 2030 ແລະ ແຈ້ງໃຫ້ຊາບກ່ຽວກັບເປົ້າໝາຍພັດທະນາແບບຍືນຍົງທີ່ຫວຽດນາມ ໄດ້ສົມທົບໃສ່ນະໂຍບາຍແຫ່ງຊາດ. ຜູ້ຕາງໜ້າ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການຮ່ວມມືກັບ ສປຊ ແລະ ອົງການຈັດຕັ້ງສາກົນ ໃນການຮັບມືກັບໂລກລະບາດໂຄວິດ - 19 ແລະປະຕິບັດເປົ້າໝາຍພັດທະນາແບບຍືນຍົງ.

vovworld.vn

ເຫດການ
302 Found

Found

The document has moved here.