ຊຸກຍູ້ການພົວພັນຮ່ວມມືດຳເນີນທຸລະກິດ, ການຄ້າຫວຽດນາມ-ອາເມລິກາ

18:30 | 14/10/2021

ຕອນບ່າຍວັນທີ 13 ຕຸລາ, ທ່ານພົນເອກໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ມີການປະຊຸມທາງໄກກັບຄະນະຜູ້ແທນວິສາຫະກິດລະດັບສູງ ສະພາດຳເນີນທຸລະກິດອາເມລິກາ-ອາຊຽນ (USABC).

ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ແນະນຳປື້ມປົກຂາວຫົວທຳອິດກ່ຽວກັບອຸດສາຫະກຳຫວຽດນາມ ປີ 2019 ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ແນະນຳປື້ມປົກຂາວຫົວທຳອິດກ່ຽວກັບອຸດສາຫະກຳຫວຽດນາມ ປີ 2019
ຫວຽດນາມ - ອາເມລິກາ ຮ່ວມມືກັນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ: ການສ້າງສາ ແລະ ການປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ - ອາເມລິກາ ຫວຽດນາມ - ອາເມລິກາ ຮ່ວມມືກັນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ: ການສ້າງສາ ແລະ ການປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ - ອາເມລິກາ
ຊຸກຍູ້ການພົວພັນຮ່ວມມືດຳເນີນທຸລະກິດ, ການຄ້າຫວຽດນາມ-ອາເມລິກາ
ທ່ານພົນເອກໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ກ່າວຄຳເຫັນທີ່ການປະຊຸມ. ພາບ: TTXVN

ທີ່ການປະຊຸມ, ທ່ານພົນເອກໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເນັ້ນໜັກວ່າ ອາເມລິກາໃນປະຈຸບັນ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືດ້ານການຄ້າແຖວໜ້າ, ພ້ອມທັງແມ່ນໜຶ່ງໃນບັນດາຕະຫຼາດສົ່ງອອກແຖວໜ້າໃນໂລກຂອງຫວຽດນາມ. ທ່ານພົນເອກໂຕເລີມ ສະແດງຄວາມຫວັງວ່າ ໃນໄລຍະທີ່ຈະມາເຖິງ, ປະຊາຄົມວິສາຫະກິດອາເມລິກາ ຈະຮ່ວມເດີນທາງພ້ອມກັບຫວຽດນາມດ້ວຍເນື້ອໃນຈິດໃຈ “ຄວາມກົມກຽວທາງດ້ານຜົນປະໂຫຍດ” ຍາດແຍ່ງເອົາໂອກາດ, ຊອກຫາທິດກ້າວເດີນໃໝ່ທີ່ແທດເໝາະເພື່ອແນໃສ່ຮັກສາ ແລະ ພັດທະນາການດຳເນີນທຸລະກິດໃນສະພາບການໃໝ່.

ສ່ວນທ່ານ Michael Michalak ຮອງປະທານອາວຸໂສ ທັງເປັນຜູ້ອຳນວຍການບໍລິຫານພາກພື້ນຂອງ USABC ໄດ້ຕີລາຄາສູງບາດກ້າວຂະຫຍາຍຕົວຂອງການພົວພັນຮ່ວມມືລະຫວ່າງອາເມລິກາ-ຫວຽດນາມໃນໄລຍະຜ່ານມາ ແລະ ສະແດງຄວາມຫວັງວ່າ ໄລຍະຕໍ່ໄປ, ລັດຖະບານຫວຽດນາມເວົ້າລວມ ກໍຄືກະຊວງຕຳຫຼວດຫວຽດນາມເວົ້າສະເພາະ ສືບຕໍ່ເອົາໃຈໃສ່ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດອາເມລິກາ ເຂົ້າມາລົງທຶນເປັນປົກກະຕິຍາວນານຢູ່ຫວຽດນາມ. ທີ່ການປະຊຸມ, 2 ຝ່າຍໄດ້ແລກປ່ຽນບາງບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື ກົດໝາຍວ່າດ້ວຍຄວາມປອດໄພທາງອິເຕີເນັດ, ດຳລັດວ່າດ້ວຍການຮັກສາຂໍ້ມູນສ່ວນຕົວ, ບັນຫາຊັບສິນທາງປັນຍາ.

vovworld.vn

ເຫດການ
302 Found

Found

The document has moved here.