ກອງ​ປະ​ຊຸມສະ​ພາປະ​ທານ​ສານ ບັນ​ດາ​ປະ​ເທດ ອາ​ຊຽນ ແມ່ນອົງ​ການ​ດ້ານ​ການ​ເມືອງ ​ສຳ​ຄັນ​ຂອງ ອາ​ຊຽ​ນ

09:07 | 08/10/2021

ຕອນເຊົ້າວັນທີ 7 ຕຸລາ, ທ່ານ ຫງວຽນ ຮ່ວາບິ່ງ ປະທານສານ ປະຊາຊົນສູງສຸດ ຫວຽດນາມ ພ້ອມກັບ ຄະນະຜູ້ແທນສານປະຊາຊົນສູງສຸດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສະພາປະທານສານບັນດາປະເທດ ອາຊຽນ (CACJ) ຄັ້ງທີ 9 ແບບທາງໄກ, ໂດຍສານສູງສຸດ ອິນໂດເນເຊຍ ຈັດຕັ້ງ.

ຫວຽດ​ນາມ ກ່າວ​ປະ​ນາມ​ບັນ​ດາ​ການ​ກະ​ທຳ​ໃຊ້​ຄວາມ​ຮຸນ​ແຮງ​ຂອງ​ບັນ​ດາ​ກຸ່ມ​ອາດ​ຊະ​ຍາ​ກຳ​ກໍ່​ຄວາມ​ບໍ່​ສະ​ຫງົບ​ທາງ​ການ​ເມືອງ, ສັງ​ຄົມ​ຢູ່ ​ໄຮ​ຕີ ຫວຽດ​ນາມ ກ່າວ​ປະ​ນາມ​ບັນ​ດາ​ການ​ກະ​ທຳ​ໃຊ້​ຄວາມ​ຮຸນ​ແຮງ​ຂອງ​ບັນ​ດາ​ກຸ່ມ​ອາດ​ຊະ​ຍາ​ກຳ​ກໍ່​ຄວາມ​ບໍ່​ສະ​ຫງົບ​ທາງ​ການ​ເມືອງ, ສັງ​ຄົມ​ຢູ່ ​ໄຮ​ຕີ
ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ກ​ານ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ບັນ​ດາ​ປະ​ເທດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ກ​ານ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ບັນ​ດາ​ປະ​ເທດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ
ກອງ​ປະ​ຊຸມສະ​ພາປະ​ທານ​ສານ ບັນ​ດາ​ປະ​ເທດ ອາ​ຊຽນ ແມ່ນອົງ​ການ​ດ້ານ​ການ​ເມືອງ ​ສຳ​ຄັນ​ຂອງ ອາ​ຊຽ​ນ
ທ່ານ ຫງວຽນຮ່ວາບິ່ງ ປະທານສານ ປະຊາຊົນສູງສຸດ ຫວຽດນາມ. ພາບ: congly.vn

ໃນຖານະເປັນປະທານ CACJ ອາຍຸການ 2020 - 2021, ທ່ານ ຫງວຽນຮ່ວາບິ່ງ ໄດ້ເປັນປະທານວາລະໄຂກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຮ່ວາບິ່ງ ໄດ້ເນັ້ນໜັກວ່າ, ນັບແຕ່ເມື່ອສ້າງຕັ້ງມາແຕ່ປີ 2013 ຈົນຮອດປັດຈຸບັນ, CACJ ໄດ້ຢັ້ງຢືນເປັນອົງການການເມືອງສຳຄັນຂອງ ອາຊຽນ, ຕັ້ງໜ້າ ປະກອບສ່ວນ ໃຫ້ການພັດທະນາຂອງພາກພື້ນ ກໍ່ຄືຂອງແຕ່ລະປະເທດສະມາຊິກ, ເປັນຕົ້ນແມ່ນ ໃນການປົກປ້ອງຜົນປະໂຫຍດຂອງປະຊາຊົນ ເພື່ອຄວາມຍຸຕິທຳ. ທ່ານກ່າວວ່າ:

ປະຊາຄົມປະທານສານ ອາຊຽນ ໄດ້ສາມັກຄີ ແລະ ໜູນຊ່ວຍກັນ ໃນການປະຕິບັດເປົ້າໝາຍຂອງ CACJ. ຄວາມສາມັກຄີນີ້ ໄດ້ໜູນຊ່ວຍເຊິ່ງກັນແລະກັນຫຼາຍທີ່ສຸດ ໃນການປະຕິບັດໜ້າທີ່ຂອງແຕ່ລະປະເທດ. ພວກເຮົາພວມປະເຊີນໜ້າກັບ ໂລກລະບາດໂຄວິດ - 19 ທີ່ບໍ່ເຄີຍມີມາກ່ອນ. ສະພາບຄວາມຫຍຸ້ງຍາກນີ້ ໄດ້ບັງຄັບ ໃຫ້ພວກເຮົາຕ້ອງໝູນໃຊ້ເຕັກໂນໂລຢີໂດຍໄວກ່ວາອີກ, ອາດຈະດຳເນີນບາງຂັ້ນຕອນການດຳເນີນຄະດີ ແບບທາງໄກຄື: ຈັດກອງປະຊຸມ ແບບທາງໄກ, ພິພາກສາແບບທາງໄກ, ຕອບສະໜອງການບໍລິການພາກລັດທາງດ້ານຕຸລາການໃຫ້ມະຫາຊົນ ແບບທາງໄກ.

vovworld.vn

ເຫດການ
302 Found

Found

The document has moved here.