ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ

19:07 | 17/10/2021

ຕອນບ່າຍວັນທີ 15 ຕຸລາ, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Robyn Mudie ເອກອັກຄະລັດຖະທູດອົດສະຕາລີ ປະຈຳ ຫວຽດນາມ.

ໃນ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 3.221 ຄົນ, ຫຼຸດລົງເກືອບ 580 ຄົນເມື່ອທຽບໃສ່ມື້ວານນີ້ ໃນ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 3.221 ຄົນ, ຫຼຸດລົງເກືອບ 580 ຄົນເມື່ອທຽບໃສ່ມື້ວານນີ້
ຫົວໜ້າຄະນະຈັດຕັ້ງສູນກາງພັກພົບປະກັບບັນດາເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນກ່ອນທີ່ຈະຮັບໜ້າທີ່ ຫົວໜ້າຄະນະຈັດຕັ້ງສູນກາງພັກພົບປະກັບບັນດາເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນກ່ອນທີ່ຈະຮັບໜ້າທີ່
undefined
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານນາງເອກອັກຄະລັດຖະທູດອົດສະຕາລີ Robyn Mudie. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຟ້າມມິງຈິ໊ງ ຂອບໃຈລັດຖະບານອົດສະຕາລີ ທີ່ໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອວັກຊີນ 5,2 ລ້ານໂດສ ແລະອຸປະກອນການແພດຈຳນວນຫຼວງຫຼາຍໃຫ້ແກ່ຫວຽດນາມ ພາຍຫຼັງການໂອ້ລົມທາງໂທລະສັບລະຫວ່າງນາຍົກລັດຖະມົນຕີສອງທ່ານ, ສະແດງໃຫ້ເຫັນອາລົມຈິດອັນລ້ຳຄ່າຂອງລັດຖະບານ ແລະປະຊາຊົນອົດສະຕາລີ ທີ່ສະຫງວນຫວຽດນາມ ໃນເວລາທີ່ຫຍຸ້ງຍາກ; ທ່ານຫວັງວ່າ ອົດສະຕາລີ ຈະສືບຕໍ່ຮ່ວມເດີນທາງ ແລະຊ່ວຍເຫຼືອຫວຽດນາມ ໃນການຕໍ່ສູ້ຕ້ານພະຍາດ.

ທ່ານນາງເອກອັກຄະລັດຖະທູດ Robyn Mudie ຢືນຢັນວ່າ ອົດສະຕາລີ ຈະສືບຕໍ່ຊ່ວຍເຫຼືອວັກຊິນ, ອຸປະກອນການແພດ ແລະຍົກສູງກໍາລັງຄວາມສາມາດດ້ານການແພດໃຫ້ແກ່ຫວຽດນາມ. ທ່ານນາງເອກອັກຄະລັດຖະທູດ Robyn Mudie ໃຫ້ຮູ້ວ່າ ອົດສະຕາລີ ຖືເປັນສໍາຄັນ ແລະປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ ຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ.

ສອງຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ອາລົມຈິດ ແລະຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດທີ່ນັບມື້ນັບໄດ້ຮັບການປັບປຸງ, ປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນໃຫ້ເຂົ້າສູ່ແທດຈິງ ແລະມີປະສິດທິຜົນ. ເນື່ອງໃນໂອກາດນີ້, ສອງຝ່າຍກໍ່ໄດ້ແລກປ່ຽນບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

la.qdnd.vn

ເຫດການ
302 Found

Found

The document has moved here.