ຊຸກຍູ້ການຮ່ວມມືດ້ານກະສິກຳ ລະຫວ່າງ ຫວຽດນາມ ແລະຣັດເຊຍ

11:30 | 15/10/2021

ຍສໝ - ເມື່ອບໍ່ດົນມານີ້, ທີ່ການພົບປະກັບທ່ານລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດ ເລມີງຮວານ, ທ່ານ ເອກອັກຄະລັດຖະທູດສະຫະພັນຣັດເຊຍ ປະຈຳ ຫວຽດນາມ Gennady Stepanovich Bezdetko (ສຈ. Bezdetko) ໃຫ້ຮູ້ວ່າ ການຮ່ວມມື ລະຫວ່າງສະຫະພັນຣັດເຊຍກັບຫວຽດນາມແມ່ນມີຄວາມຫຼາກຫຼາຍ, ກະສິກຳພວມໄດ້ຮັບຄວາມສົນໃຈຫຼາຍຈາກທັງສອງຝ່າຍ.

ການສົ່ງອອກໝາກໄມ້ ແລະ ຜັກຂອງຫວຽດນາມໄປຍັງ ສ.ເກົາຫຼີ ເພີ່ມຂຶ້ນຢ່າງແຮງ ການສົ່ງອອກໝາກໄມ້ ແລະ ຜັກຂອງຫວຽດນາມໄປຍັງ ສ.ເກົາຫຼີ ເພີ່ມຂຶ້ນຢ່າງແຮງ
ປະທານປະເທດຫວຽດນາມ ສະແດງຄວາມຂອບໃຈ ລັດຖະບານອາເມລິກາ ທີ່ໄດ້ໜູນຊ່ວຍໃນການຮັບມືກັບພະຍາດໂຄວິດ-19 ປະທານປະເທດຫວຽດນາມ ສະແດງຄວາມຂອບໃຈ ລັດຖະບານອາເມລິກາ ທີ່ໄດ້ໜູນຊ່ວຍໃນການຮັບມືກັບພະຍາດໂຄວິດ-19

ທ່ານເອກອັກຄະລັດຖະທູດ Bezdetko ສະແດງຄວາມດີໃຈຕໍ່ການຮ່ວມມືໃນຂົງເຂດກະສິກໍາຂອງສອງປະເທດຍັງພວມມີທ່າພັດທະນາ ເຖິງວ່າຈະມີຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ -19 ກໍ່ຕາມ. ທ່ານໃຫ້ຮູ້ວ່າ ທັງສອງປະເທດມີຄວາມສາມາດບົ່ມຊ້ອນໃນການຮັດແໜ້ນການຮ່ວມມືດ້ານກະສິກຳ ໂດຍສະເພາະແມ່ນຂົງເຂດການນຳເຂົ້າ ແລະ ສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົ່ງ ແລະສິນໃນນໍ້າ.

ຊຸກຍູ້ການຮ່ວມມືດ້ານກະສິກຳ ລະຫວ່າງ ຫວຽດນາມ ແລະຣັດເຊຍ
ບັນຍາກາດທີ່ການພົບປະ. ພາບ: nongnghiep.vn

ຕາມທ່ານລັດຖະມົນຕີ ເລມີງຮວານ ແລ້ວ, ຣັດເຊຍ ໄດ້ກໍານົດຂະແໜງສິນຄ້າການກຳສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົ່ງ ແລະສິນໃນນໍ້າຂຶ້ນສູ່ລະດັບສູງໃໝ່. ຫວຽດນາມ ແລະຣັດເຊຍ ໄດ້ຈັດຕັ້ງຫຼາຍໂຄງການສົ່ງເສີມການຄ້າ ແລະເວທີປາໄສລະຫວ່າງວິສາຫະກິດຂອງສອງຝ່າຍ. ບັນດາສິ່ງເຫຼົ່ານັ້ນເປັນປັດໄຈເພື່ອສອງປະເທດຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນດ້ານການຄ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົ່ງ ແລະສິນໃນນໍ້າ ໃນເວລາທີ່ຈະມາເຖິງ, ພ້ອມກັນນັ້ນ ກໍ່ເປັນໂອກາດເພື່ອຍູ້ແຮງຄວາມສົນໃຈ, ເພີ່ມຄວາມຖີ່ຂອງການຄ້າລະຫວ່າງບັນດາວິສາຫະກິດຂອງສອງປະເທດ ສົມກັບຄວາມສາມາດບົ່ມຊ້ອນ ແລະທ່າແຮງ ໃນຫຼາຍຊ່ອງວ່າງການເຄື່ອນໄຫວທີ່ມີຢູ່ ເພື່ອເປີດກວ້າງ.

ມາຮອດປັດຈຸບັນ, ສອງຝ່າຍໄດ້ເຊັນເອກະສານ/ຂໍ້ຕົກລົງການຮ່ວມມື 7 ສະບັບ ທີ່ກ່ຽວຂ້ອງກັບຂົງເຂດສັດຕະວະແພດ, ການປ້ອງກັນພືດ, ການກະສິກໍາ, ຄວາມປອດໄພຜະລິດຕະພັນສິນໃນນໍ້ານໍາເຂົ້າ ແລະສົ່ງອອກ, ການຄວບຄຸມກວດກາຄຸນນະພາບ, ຄວາມປອດໄພ ແລະສຸຂະອະນາໄມຂອງຜະລິດຕະພັນສິນໃນນໍ້າທີ່ນໍາເຂົ້າ ແລະສົ່ງອອກ ແລະ ການຮ່ວມມືດ້ານການປະມົງ. ສະບັບຫຼ້າສຸດແມ່ນບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືໃນການຄຸ້ມຄອງຄຸນນະພາບ ແລະການນຳເຂົ້າ-ສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົ່ງ ແລະສິນໃນນໍ້າ (2019).

ທີ່ການເຮັດວຽກ, ສອງຝ່າຍໄດ້ສະເໜີການກຳນົດທິດທາງເພື່ອຊຸກຍູ້ການເປີດປະຕູຕະຫຼາດ ແລະການສົ່ງເສີມການຄ້າລະຫວ່າງສອງປະເທດ, ສຸມໃສ່ບັນດາຜະລິດຕະພັນທີ່ມີທ່າໄດ້ປຽບດ້ານການແກ່ງແຍ້ງ ເປັນຕົ້ນຄື: ຜະລິດຕະພັນສິນໃນນໍ້າ, ກາເຟ, ຊາ, ພິກໄທ, ໝາກໄມ້, ຢາງພາລາ ... ຂອງຫວຽດນາມ; ຊີ້ນ, ເຂົ້າສາລີ, ຝຸ່ນ, ນໍ້ານົມ ... ຂອງສະຫະພັນຣັດເຊຍ.

ສອງຝ່າຍໄດ້ປະສານກັນເພື່ອກໍານົດ ຫຼື ແນະນໍາບັນດາວິສາຫະກິດເຊື່ອມຕໍ່ທີ່ມີຄວາມສາມາດຢ່າງພຽງພໍເພື່ອເກັບທ້ອນຜະລິດຕະພັນກະເສດຂອງແຕ່ລະຝ່າຍ ເພື່ອສ້າງທ່າໄດ້ປຽບດ້ານຂອບຂະໜາດ ແລະຫຼຸດຄ່າໃຊ້ຈ່າຍດ້ານການຂົນສົ່ງ (ການຂົນສົ່ງທາງທະເລໃຊ້ເວລາ 45-50 ມື້) ເພື່ອເຊື່ອມຕໍ່ບັນດາລະບົບສັບພະສິນຄ້າ/ການຈໍາໜ່າຍ.

ຝ່າຍຫວຽດນາມຈະພິຈາລະນາຢ່າງລະອຽດກ່ຽວກັບການອອກໃບອະນຸຍາດໃຫ້ບັນດາວິສາຫະກິດສົ່ງອອກຊີ້ນ ແລະຜະລິດຕະພັນສິນໃນນໍ້າຂອງຣັດເຊຍ ເພື່ອເປັນພື້ນຖານໃຫ້ກັບຂໍ້ສະເໜີ/ການເຈລະຈາຂອງຣັດເຊຍ ໃນການເພີ່ມຈໍານວນວິສາຫະກິດສົ່ງອອກຜະລິດຕະພັນສິນໃນນໍ້າຈາກຫວຽດນາມ, ໂດຍສະເພາະແມ່ນປາຂ່າ, ປາທູນາ ແລະກຸ້ງ.

ສະເໜີອົງການ ກັກກັນພະຍາດສັດ ແລະ ພືດຂອງຣັດເຊຍ (FSVPS) ໃຫ້ບຸລິມະສິດການອະນຸຍາດໃຫ້ວິສາຫະກິດຜະລິດຕະພັນສິນໃນນໍ້າຈໍານວນໜຶ່ງ ຜະລິດເພື່ອສົ່ງອອກໄປຣັດເຊຍ ແລະໄດ້ສົ່ງເອກະສານແລ້ວ...

ໄຊພອນ

ເຫດການ
302 Found

Found

The document has moved here.