ຫວຽດນາມ ໜູນຊ່ວຍວັດຖຸອຸປະກອນປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ກໍາປູເຈຍ

16:38 | 07/10/2021

ຕອນບ່າຍວັນທີ 5 ຕຸລາ, ຄ້າຍທະຫານຊາຍແດນວິ້ງຢາ (ທະຫານຊາຍແດນແຂວງອານຢາງ) ສົມທົບກັບຄະນະກໍາມະການປະຊາຊົນຕາແສງວິ້ງຢາ (ເມືອງຈີຕົນ, ແຂວງອານຢາງ) ຈັດຕັ້ງການໜູນຊ່ວຍເຄື່ອງໃຊ້ທີ່ຈໍາເປັນໃຫ້ອໍານາດການປົກຄອງຕາແສງ Ta Ou, ກໍາລັງປ້ອງກັນຊາຍແດນເມືອງ Kirivong, ແຂວງ Takeo, ກໍາປູເຈຍ.

ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນໍ້າຂອງຫວຽດນາມ ສືບຕໍ່ຮັກສາທ່າເຕີບໂຕ ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນໍ້າຂອງຫວຽດນາມ ສືບຕໍ່ຮັກສາທ່າເຕີບໂຕ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງຈົດໝາຍອວຍພອນ ທ່ານ Motegi Toshimitsu ເຊິ່ງໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງຈົດໝາຍອວຍພອນ ທ່ານ Motegi Toshimitsu ເຊິ່ງໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ

ເນື່ອງໃນໂອກາດນີ້, ຄ້າຍທະຫານຊາຍແດນວິ້ງຢາ ໄດ້ໜູນຊ່ວຍເຄື່ອງໃຊ້ທີ່ຈໍາເປັນໃຫ້ຄະນະກໍາມະການບໍລິຫານຕາແສງ Ta Ou, ຄ້າຍຕໍາຫຼວດປ້ອງກັນຊາຍແດນ 2 ແຫ່ງແມ່ນ Komnopkeo ແລະ Cheav Bdei (ຂຶ້ນກັບກອງພັນຕໍາຫຼວດປ້ອງກັນຊາຍແດນ 603, ແຂວງ Takeo) ແລະໝວດທີ 1 ທະຫານຊາຍແດນ (ຂຶ້ນກັບກອງຮ້ອຍທະຫານຊາຍແດນທີ 1, ກອງພັນ 01, ແຂວງ Takeo) ດ້ວຍຍອດມູນຄ່າປະມານ 45 ລ້ານດົ່ງ.

ຫວຽດນາມ ໜູນຊ່ວຍວັດຖຸອຸປະກອນປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ກໍາປູເຈຍ
ຄ້າຍທະຫານຊາຍແດນວິ້ງຢາ ມອບວັດຖຸອຸປະກອນໃຫ້ຜູ້ຕາງໜ້າອໍານາດການປົກຄອງ ແລະກໍາລັງປ້ອງກັນຊາຍແດນກໍາປູເຈຍ. ພາບ: bienphong.com.vn.

ການເຄື່ອນໄຫວດັ່ງກ່າວເພື່ອແນໃສ່ແບ່ງປັນຄວາມຫຍຸ້ງຍາກກັບອໍານາດການປົກຄອງ, ກໍາລັງປ້ອງກັນຊາຍແດນ ແລະປະຊາຊົນເມືອງ Kirivong, ແຂວງ Takeo, ກໍາປູເຈຍ ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19. ຜ່ານນັ້ນ, ປັບປຸງສາຍພົວພັນສາມັກຄີ, ມິດຕະພາບ, ການຮ່ວມມືລະຫວ່າງອໍານາດການປົກຄອງ, ກໍາລັງປະກອບອາວຸດ ແລະປະຊາຊົນຕິດກັບຊາຍແດນ; ເພີ່ມທະວີການຄຸ້ມຄອງ, ປ້ອງກັນຊາຍແດນ, ສະກັດກັ້ນການເຂົ້າອອກເມືອງທີ່ຜິດກົດໝາຍ, ຕ້ານອາດຊະຍາກໍາທຸກປະເພດ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19.

la.qdnd.vn

ເຫດການ
302 Found

Found

The document has moved here.