ນະ​ຄອນຫຼວງ ຮ່າ​ໂນ້ຍ ຊ່ວຍ​ເຫຼືອ ແຂວງ ຫຼວງ​ພະ​ບ​າງ (ລາວ) ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດໂຄວິດ - 19

11:30 | 07/10/2021

ວັນທີ 05 ຕຸລາ, ທ່ານ ຫງວຽນດັງຮຸ່ງ, ຫົວໜ້າສະຖານກົງສູນ ຫວຽດນາມ ປະຈຳ ແຂວງ ຫຼວງພະບາງ ໄດ້ມອບເງິນຈຳນວນ 20.000 USD ໃຫ້ທ່ານ ຄຳຂັນ ຈັນທະວີສຸກ, ເລຂາພັກແຂວງ, ເຈົ້າແຂວງແຂວງຫຼວງພະບາງ.

ກະ​ຊວງ​ສ​າ​ທາ​ລະ​ນະ​ສຸ​ກ ຫວຽດ​ນາມ ຮັບ​ວັກ​ຊິນ​ກັ​ນ​ພະ​ຍາ​ດ​ໂຄວິດ - 19 ຈຳ​ນວ​ນ 300.000 ໂດ​ສ ແລະ ເຄື່ອງ​ອຸ​ປະ​ກອນ​ຕ້ານ​ໂລກ​ລະ​ບາດ​ຈາກ ອົດ​ສະ​ຕາ​ລີ ກະ​ຊວງ​ສ​າ​ທາ​ລະ​ນະ​ສຸ​ກ ຫວຽດ​ນາມ ຮັບ​ວັກ​ຊິນ​ກັ​ນ​ພະ​ຍາ​ດ​ໂຄວິດ - 19 ຈຳ​ນວ​ນ 300.000 ໂດ​ສ ແລະ ເຄື່ອງ​ອຸ​ປະ​ກອນ​ຕ້ານ​ໂລກ​ລະ​ບາດ​ຈາກ ອົດ​ສະ​ຕາ​ລີ
ຄູ​ບາ, ​ສຳ​ມ​ະ​ເນນ ແລະ ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ຫວຽດ​ນາມ ​ອາ​ໄສ ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ຊາ​ຊົນ​ ລາວ ​ຕ້ານ​ໂລກ​ລະ​ບາດ ຄູ​ບາ, ​ສຳ​ມ​ະ​ເນນ ແລະ ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ຫວຽດ​ນາມ ​ອາ​ໄສ ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ຊາ​ຊົນ​ ລາວ ​ຕ້ານ​ໂລກ​ລະ​ບາດ
ນະ​ຄອນຫຼວງ ຮ່າ​ໂນ້ຍ ຊ່ວຍ​ເຫຼືອ ແຂວງ ຫຼວງ​ພະ​ບ​າງ (ລາວ) ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດໂຄວິດ - 19
ນະຄອນຫຼວງ ຮ່າໂນ້ຍ ມອບຈຳນວນເງິນ 20.000 USD ໃຫ້ແກ່ ແຂວງຫຼວງພະບາງ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ພາບ: TTXVN

ນີ້ແມ່ນຂອງຂວັນຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງ ຮ່າໂນ້ຍ ຊ່ວຍເຫຼືອແຂວງ ຫຼວງພະບາງ - ເຊິ່ງແມ່ນໜຶ່ງໃນ 8 ແຂວງທາງພາກເໜືອຂອງລາວ ທີ່ໄດ້ຮັບການຊ່ວຍເຫຼືອຈາກນະຄອນຫຼວງ ຮ່າໂນ້ຍ ໃນຄັ້ງນີ້ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ກ່າວຄຳເຫັນທີ່ການພົບປະ, ທ່ານ ຫງວຽນດັງຮຸ່ງ ຫົວໜ້າສະຖານກົງສູນ ຫວຽດນາມ ປະຈຳ ແຂວງຫຼວງພະບາງ ໄດ້ເນັ້ນໜັກວ່າ ເຖິງວ່ານະຄອນ ຮ່າໂນ້ຍ ພວມສຸມທຸກແຫຼ່ງກຳລັງເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ກໍຕາມ, ແຕ່ດ້ວຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ຮ່າໂນ້ຍ ປາດຖະໜາ ຢາກຮ່ວມແຮງຮ່ວມໃຈພ້ອມກັບອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຫຼວງພະບາງ ຮັບມືກັບໂລກລະບາດໂຄວິດ - 19; ພ້ອມທັງເຊື່ອໝັ້ນວ່າ ແຂວງ ຫຼວງພະບາງຈະຄວບຄຸມໂລກລະບາດໄດ້ໂດຍໄວ.

ຄາດວ່າ ໃນຊຸມວັນຈະມາເຖິງ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ແຂວງ ຫຼວງພະບາງ ຈະສືບຕໍ່ມອບຂອງຂວັນຈາກນະຄອນຫຼວງ ຮ່າໂນ້ຍ ແນໃສ່ຊ່ວຍເຫຼືອ ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ 7 ແຂວງພາກເໜືອທີ່ຍັງເຫຼືອຂອງ ລາວ.

vovworld.vn

ເຫດການ
302 Found

Found

The document has moved here.