ຫວຽດນາມ ຍົກສູງບົດບາດຂອງແມ່ຍິງໃນນະໂຍບາຍການຕ່າງປະເທດ

14:46 | 14/10/2021

ຍສໝ - ວັນທີ 9 ຕຸລາ, ສະຖາບັນການຕ່າງປະເທດຫວຽດນາມ ສົມທົບກັບ UN Women (ອົງການສະຫະປະຊາຊາດເພື່ອສົ່ງເສີມບົດບາດຍິງ-ຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງ) ແລະ ສະຖານທູດຝລັ່ງ, ເມັກຊີໂກ, ແອັດສະປາຍ, ຊູແອັດ ແລະ ການາດາ ປະຈຳຫວຽດນາມ ໄດ້ຈັດຕັ້ງລາຍການໂອ້ລົມສົນທະນາທາງອອນໄລ “ຍົກສູງບົດບາດຂອງແມ່ຍິງໃນນະໂຍບາຍການຕ່າງປະເທດ” (ສິດທິແມ່ຍິງໃນນະໂຍບາຍການຕ່າງປະເທດ).

ຫາງສຽງລັດເຊຍຕີລາຄາຢ່າງຕັ້ງໜ້າ ຕໍ່ການຢ້ຽມຢາມຂອງ ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ຫາງສຽງລັດເຊຍຕີລາຄາຢ່າງຕັ້ງໜ້າ ຕໍ່ການຢ້ຽມຢາມຂອງ ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ຈະໄປຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ຈະໄປຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ

ເຂົ້າຮ່ວມການໂອ້ລົມສົນທະນາ ມີ ທ່ານຮອງລັດຖະມົນຕີການຕ່າງປະເທດ ຝ້າມກ່ວາງຫ້ຽວ ; ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ. ລາຍການດັ່ງກ່າວ ຈັດຂຶ້ນພາຍໃຕ້ການປະສານງານໂດຍ ທ່ານ ດຣ. ຝ່າມລານຢູງ, ຮັກສາການຜູ້ອຳນວຍການ ສະຖາບັນການຕ່າງປະເທດຫວຽດນາມ ແລະ ທ່ານນາງ Elisa Fernandez, ຜູ້ຕາງໜ້າ UN Women ປະຈຳ ຫວຽດນາມ.

ບັນດານັກປາຖະກະຖາ ລວມມີ: ທ່ານເອກອັກຄະລັດຖະທູດຝຣັ່ງ ປະຈຳ ຫວຽດນາມ Nicolas Warnery, ທ່ານເອກອັກຄະລັດຖະທູດສະເປນ ປະຈຳ ຫວຽດນາມ Pilar MendezJiménez, ທ່ານເອກອັກຄະລັດຖະທູດເມັກຊິໂກ ປະຈຳ ຫວຽດນາມ Sara Valdes, ທ່ານເອກອັກຄະລັດຖະທູດ ຊູແອັດ ປະຈຳຫວຽດນາມ Ann Make ແລະ ທ່ານເອກອັກຄະລັດຖະທູດການາດາ ປະຈຳ ຫວຽດນາມ Deborah Paul.

ຫວຽດນາມ ຍົກສູງບົດບາດຂອງແມ່ຍິງໃນນະໂຍບາຍການຕ່າງປະເທດ
ທ່ານຮອງລັດຖະມົນຕີການຕ່າງປະເທດ ຝ້າມກ່ວາງຫ້ຽວ. (ພາບ: vietnamnet)

ເຂົ້າຮ່ວມການໂອ້ລົມສົນທະນາ ມີນັກຮຽນ 500 ກວ່າຄົນ ທີ່ມາຈາກສະຖາບັນການຕ່າງປະເທດ, ມະຫາວິທະຍາໄລການຄ້າຕ່າງປະເທດ, ມະຫາວິທະຍາໄລ VinUni ແລະ ມະຫາວິທະຍາໄລ Fulbright ຫວຽດນາມ.

ຈຸດປະສົງຂອງການໂອ້ລົມສົນທະນາ ແມ່ນເພື່ອແນະນໍານິຍາມ "ສິດທິແມ່ຍິງໃນນະໂຍບາຍການຕ່າງປະເທດ" ແລະ ຄວາມໝາຍຂອງມັນຕໍ່ກັບການເມືອງສາກົນ, ແລະ ການຈັດຕັ້ງປະຕິບັດຄໍາໝັ້ນສັນຍາສາກົນ ເຊັ່ນ: SDGs; ການແບ່ງປັນຕົວຈິງຢູ່ໃນ 5 ປະເທດຊູແອັດ, ການາດາ, ຝຣັ່ງ, ເມັກຊິໂກ ແລະ ສະເປນ.

ການສົນທະນາປະກອບດ້ວຍ 2 ພາກ. ໃນກອງປະຊຸມພາກທໍາອິດ, ທ່ານເອກອັກຄະລັດຖະທູດຂອງປະເທດຕ່າງໆ ໄດ້ແລກປ່ຽນກ່ຽວກັບສິດທິແມ່ຍິງໃນນະໂຍບາຍການຕ່າງປະເທດ ທີ່ກໍາລັງຈັດຕັ້ງປະຕິບັດຢູ່ໃນປະເທດຂອງເຂົາເຈົ້າ.

ທ່ານເອກອັກຄະລັດຖະທູດຝຣັ່ງ Nicolas Warnery ໄດ້ແບ່ງປັນວ່າ ນະໂຍບາຍຂອງຝຣັ່ງ ແມ່ນສຸມໃສ່ການຊຸດຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍໃນທຸກອາຊີບ, ໂດຍສະເພາະໃນທາງດ້ານການພັດທະນາ ແລະ ທາງດ້ານມະນຸດສະທໍາ. ສຽງເວົ້າ ແລະ ທັດສະນະຂອງແມ່ຍິງ ຍາມໃດກໍ່ໄດ້ຮັບການຮັບຟັງ ແລະ ບໍ່ວ່າໃນແງ່ມູມໃດໆ. ການຮັບປະກັນລາຍຮັບທີ່ເທົ່າທຽມກັນ ລະຫວ່າງຍິງ ແລະ ຊາຍ ແມ່ນໜຶ່ງໃນຄວາມມານະພະຍາຍາມທີ່ສຳຄັນໃນການຊຸກຍູ້ສະພາບແວດລ້ອມການເຮັດວຽກໃນອຸດົມຄະຕິ ແລະ ກ້າວໜ້າ.

ສໍາລັບປະເທດແມັກຊິໂກ, ນະໂຍບາຍສິດທິແມ່ຍິງບູລິມະສິດໃຫ້ກັບຄົນທີ່ມີຄວາມສ່ຽງ ແລະ ຖືກຈໍາແນກຢູ່ໃນສັງຄົມ, ພ້ອມກັນນັ້ນ ກໍ່ມານະພະຍາຍາມປະຕິບັດລັດທິຫຼາຍຝ່າຍ ເພື່ອຊອກຫາວິທີແກ້ໄຂລວມໃນບັນຫາຕ່າງໆ. ບັນດາບັນຫາທາງສັງຄົມຈະຖືກເຮັດແຈ້ງ, ລວມທັງຄວາມບໍ່ສະເໝີພາບທາງສັງຄົມ ແລະ ຄວາມບໍ່ສະເໝີພາບລະຫວ່າງຍິງ ແລະ ຊາຍ.

ທ່ານເອກອັກຄະລັດຖະທູດເມັກຊິໂກ ປະຈໍາ ຫວຽດນາມ ກ່າວວ່າ ຄວາມເປັນເອກະພາບໃນການຍົກອອກນະໂຍບາຍ ແລະ ການຈັດຕັ້ງປະຕິບັດແມ່ນສໍາຄັນທີ່ສຸດ. ສິ່ງນັ້ນໄດ້ສະແດງອອກໃຫ້ເຫັນ ໃນການປະຕິຮູບສະພາບແວດລ້ອມການເຮັດວຽກ ຕາມທິດທາງສຳຜັດເຂົ້າໃກ້ກັບສິດທິຂອງແມ່ຍິງ, ຮັບປະກັນສະພາບແວດລ້ອມການເຮັດວຽກທີ່ຍຸດຕິທໍາ, ສ້າງເງື່ອນໄຂໃຫ້ແມ່ຍິງມີສຽງເວົ້າ ແລະ ປະກອບຄຳເຫັນຢ່າງຈິງຈັງໃນການສ້າງແນວທາງນະໂຍບາຍ.

ຢູ່ໃນກອງປະຊຸມພາກທີສອງ, ທ່ານເອກອັກຄະລັດຖະທູດຂອງປະເທດຕ່າງໆ ໄດ້ແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍສິດທິຂອງແມ່ຍິງ.

ຫວຽດນາມ ຍົກສູງບົດບາດຂອງແມ່ຍິງໃນນະໂຍບາຍການຕ່າງປະເທດ
ຫວຽດນາມ ຍົກສູງບົດບາດຂອງແມ່ຍິງໃນນະໂຍບາຍການຕ່າງປະເທດ. (ພາບ: vietnamnet)

ທ່ານເອກອັກຄະລັດຖະທູດ ຫງວຽນເຟືອງງາ ເນັ້ນໜັກວ່າ: “ແມ່ຍິງກໍ່ຍັງມີທ່າແຮງຫຼາຍຢ່າງ ເມື່ອທຽບກັບຜູ້ຊາຍ ເມື່ອເປັນເຈົ້າຄຸນລັກສະນະພິເສດ ແລະ ກົມກຽວກັນ. ເຂົາເຈົ້າບໍ່ພຽງແຕ່ຮູ້ວິທີຮັບຟັງ, ເຂົ້າໃຈ, ມີໄຫວພິບ, ອ່ອນໂຍນ ແຕ່ຍັງມີຄວາມອົດທົນ ແລະ ຕັ້ງໃຈທີ່ສຸດ. ນັ້ນແມ່ນຄຸນນະທາດທີ່ນັກການທູດຕ້ອງການ.”

ທ່ານເອກອັກຄະລັດຖະທູດແອັດສະປາຍ ປະຈຳ ຫວຽດນາມ Pilar MéndezJiménez ໃຫ້ຮູ້ວ່າ ວັດທະນະທຳບໍ່ຄົງຕົວຕະຫຼອດໄປ ແລະ ມີການປ່ຽນແປງສະເໝີ. ມະນຸດສ້າງວັດທະນະທຳຂຶ້ນ, ສະນັ້ນ ການທີ່ຜູ້ຍິງຖືກ "ຂັດຂວາງ" ຍ້ອນວັດທະນະທຳ ແມ່ນສິ່ງທີ່ຕ້ອງປ່ຽນແປງ...

ຢູ່ທີ່ບັນດາການປຶກສາຫາລື, ບັນດານັກປາຖະກະຖາ ໄດ້ໃຊ້ເວລາເພື່ອຕອບຄໍາຖາມຂອງນັກສຶກສາ. ຜູ້ບັນດານັກປາຖະກະຖາກ່າວວ່າ ເມື່ອນະໂຍບາຍສິດທິຂອງແມ່ຍິງໄດ້ຮັບການຍູ້ແຮງ, ແມ່ຍິງຈະນັບມື້ນັບມີຄວາມເທົ່າທຽມກັບຜູ້ຊາຍຫຼາຍຂື້ນໃນຫຼາຍດ້ານ ແລະ ຫຼາຍບັນຫາ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.