ຫວຽດນາມ ເປັນເຈົ້າພາບຈັດງານວາງສະແດງດີຈີຕອນໂລກ

07:38 | 12/10/2021

ກອງປະຊຸມ ແລະ ງານວາງແດງດີຈີຕອນໂລກ 2021 ລວມມີບັນດາການເຄື່ອນໄຫວວາງສະແດງ ແລະ ເວທີປາໄສແບບທາງໄກ.

ຫວຽດນາມ ໃກ້ຈະມີສູນ Decoding gene ໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ ຫວຽດນາມ ໃກ້ຈະມີສູນ Decoding gene ໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້
ລາຍການສິລະປະສະເຫຼີມສະຫຼອງ 67 ປີແຫ່ງວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ ຢູ່ ສ.ເຊັກ ລາຍການສິລະປະສະເຫຼີມສະຫຼອງ 67 ປີແຫ່ງວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ ຢູ່ ສ.ເຊັກ
ງານວາງສະແດງດີຈີຕອນໂລກ 2020 (ພາບປະກອບ: Vietnam+)
ງານວາງສະແດງດີຈີຕອນໂລກ 2020 (ພາບປະກອບ: Vietnam+)

ໃນລະຫວ່າງວັນທີ 12 -14 ຕຸລາ 2021, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ເປັນເອກະພາບກັບສະຫະພາບໂທລະຄົມມະນາຄົມສາກົນ (ITU) ສືບຕໍ່ຈັດຈັ້ງກອງປະຊຸມ ແລະ ງານວາງສະແດງດີຈີຕອນໂລກ (ITU Digital World 2021) ແບບທາງໄກ, ບົນພື້ນຖານດີຈີຕອນໂດຍ ຫວຽດນາມ ຄົ້ນຄວ້າ ແລະ ກໍ່ສ້າງ.

ກອງປະຊຸມ ແລະ ງານວາງແດງດີຈີຕອນໂລກ 2021 ລວມມີບັນດາການເຄື່ອນໄຫວວາງສະແດງ ແລະ ເວທີປາໄສແບບທາງໄກ. ທີ່ງານວາງສະແດງແບບທາງໄກ, ບັນດາອົງການຈັດຕັ້ງ, ວິສາຫະກິດຈະສະເໜີບັນດາຮ້ານວາງສະແດງແບບທາງໄກ 2 ມິຕິ ແລະ 3 ມິຕິ, ວາງສະແດງບັນດາຜະລິດຕະພັນການບໍລິການ, ມາດຕະການແກ້ໄຂດີຈີຕອນຂອງວິສາຫະກິດ, ບັນດາຮ້ານວາງສະແດງຂອງປະເທດ. ບັນດາຮ້ານວາງສະແດງຈະໄດ້ນຳມາວາງສະແດງໃນເວລາ 1 ເດືອນ ນັບແຕ່ວັນທີ 12 ຕຸລາ ຫາວັນທີ 11 ພະຈິກ 2021. ງານວາງສະແດງແບບທາງໄກ ແມ່ນກາລະໂອກາດໃຫ້ແກ່ວິສາຫະກິດ ຫວຽດນາມ ໂຄສະນາເຄື່ອງໝາຍການຄ້າ, ເປີດກວ້າງຕະຫຼາດ, ສຳຜັດກັບລູກຄ້າ ແລະ ຄູ່ຮ່ວມມືທີ່ມາຈາກ 193 ປະເທດສະມາຊິກຂອງ ITU.

ເວທີປາໄສແບບທາງໄກດຳເນີນນັບແຕ່ເດືອນ ກັນຍາ ຮອດເດືອນ ພະຈິກ 2021 ແລະ ກອງປະຊຸມແບບທາງໄກຂັ້ນລັດຖະມົນຕີດຳເນີນໃນລະຫວ່າງວັນທີ 12 – 14 ຕຸລາ.

vovworld.vn

ເຫດການ
302 Found

Found

The document has moved here.