ລັດເຊຍ ເພີ່ມການນຳເຂົ້າຜັກ ແລະ ໝາກໄມ້ປຸງແຕ່ງຈາກຫວຽດນາມ

15:54 | 19/10/2021

ຍສໝ - ຫວຽດນາມ ແມ່ນຕະຫຼາດສະໜອງຜັກ ແລະ ໝາກໄມ້ປຸງແຕ່ງ ລາຍໃຫຍ່ອັນດັບທີ 6 ໃຫ້ແກ່ສະຫະພັນລັດເຊຍ, ດ້ວຍລາຄາ 1.011,2 USD/ໂຕນ ໃນ 7 ເດືອນຂອງປີ 2021, ເພີ່ມຂຶ້ນ 32,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ຫວຽດນາມແມ່ນຄູ່ຮ່ວມມືສຳຄັນຂອງລັດເຊຍຢູ່ພາກພື້ນອາຊີ-ປາຊີຟິກ ຫວຽດນາມແມ່ນຄູ່ຮ່ວມມືສຳຄັນຂອງລັດເຊຍຢູ່ພາກພື້ນອາຊີ-ປາຊີຟິກ
ຫວຽດນາມໄດ້ຮັບງວດວັກຊີນ Sputnik V ພາຍຫຼັງການຢ້ຽມຢາມລັດເຊຍຂອງທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ຫວຽດນາມໄດ້ຮັບງວດວັກຊີນ Sputnik V ພາຍຫຼັງການຢ້ຽມຢາມລັດເຊຍຂອງທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ

ອີງຕາມກົມການນຳເຂົ້າ-ສົ່ງອອກ ອ້າງອີງຂໍ້ມູນຈາກອົງການພາສີລັດເຊຍ ໃຫ້ຮູ້ວ່າ ໃນ 7 ເດືອນ ທຳອິດຂອງປີ 2021, ມູນຄ່າການນຳເຂົ້າຜັກ ແລະ ໝາກໄມ້ປຸງແຕ່ງທີ່ມີລະຫັດ HS 20 ຂອງລັດເຊຍບັນລຸ 599.000 ໂຕນ, ເປັນມູນຄ່າ 746,4 ລ້ານ USD, ເພີ່ມຂຶ້ນ 11,8% ທາງດ້ານປະລິມານ ແລະ ເພີ່ມຂຶ້ນ 15,1% ທາງດ້ານມູນຄ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ລາຄານຳເຂົ້າຜັກ ແລະ ໝາກໄມ້ປຸງແຕ່ງສະເລ່ຍບັນລຸ 1.246,0 USD/ໂຕນ, ເພີ່ມຂຶ້ນ 2,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ລັດເຊຍ ເພີ່ມການນຳເຂົ້າຜັກ ແລະ ໝາກໄມ້ປຸງແຕ່ງຈາກຫວຽດນາມ

ລັດເຊຍ ເພີ່ມການນຳເຂົ້າຜັກ ແລະ ໝາກໄມ້ປຸງແຕ່ງຈາກຫວຽດນາມ. (ພາບ: TTXVN)

ລັດເຊຍ ນຳເຂົ້າຜັກ ແລະ ໝາກໄມ້ປຸງແຕ່ງ ດ້ວຍປະລິມານກວມເອົາອັດຕາສ່ວນສູງສຸດຈາກຕະຫຼາດຈີນ. ແນວໃດກໍ່ຕາມ, ປະລິມານ ແລະ ມູນຄ່າການນຳເຂົ້າຈາກຈີນ ຫຼຸດລົງໃນ 7 ເດືອນຂອງປີ 2021, ບັນລຸເຖິງ 119.000 ໂຕນ, ມີມູນຄ່າ 110,9 ລ້ານ USD, ຫຼຸດລົງ 15% ດ້ານປະລິມານ ແລະ 12% ຂອງມູນຄ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ລາຄານຳເຂົ້າຜັກ ແລະ ໝາກໄມ້ປຸງແຕ່ງຈາກປະເທດຈີນ ຢູ່ອັດຕາຕໍ່າ, ບັນລຸສະເລ່ຍ 935,2 USD/ໂຕນ, ເພີ່ມຂຶ້ນ 3,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020; ຖັດໄປ ແມ່ນບນດາຕະຫຼາດ ເຊັ່ນ: ເບລາຣຸດ, ໂປແລນ, ອີຣ່ານ ...

ຕາມກົມນຳເຂົ້າ-ສົ່ງອອກ, ຫວຽດນາມ ແມ່ນຄູ່ຮ່ວມມືທຳອິດ ທີ່ໄດ້ລົງນາມໃນສັນຍາການຄ້າເສລີກັບສະຫະພັນເສດຖະກິດເອີລົບ (EAEU) ດ້ວຍອັດຕາສ່ວນ ເກືອບ 90 % ອັດຕາພາສີຖືກຕັດ ຫຼື ຫຼຸດລົງ, ໃນນັ້ນ 59,3 % ຖືກຍົກເລີກ. ນີ້ແມ່ນໂອກາດດີສຳລັບຜູ້ສົ່ງອອກຂອງຫວຽດນາມ; ໃນນັ້ນຜັກ ແລະ ໝາກໄມ້ປຸງແຕ່ງເປັນສິນຄ້າສົ່ງອອກທີ່ມີທ່າແຮງຂອງຫວຽດນາມໄປຍັງລັດເຊຍ.

ຫວຽດນາມ ແມ່ນຕະຫຼາດສະໜອງຜັກ ແລະ ໝາກໄມ້ປຸງແຕ່ງ ລາຍໃຫຍ່ອັນດັບທີ 6 ໃຫ້ແກ່ສະຫະພັນລັດເຊຍ, ດ້ວຍລາຄາ 1.011,2 USD/ໂຕນ ໃນ 7 ເດືອນຂອງປີ 2021, ເພີ່ມຂຶ້ນ 32,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ຫວຽດນາມເປັນຜູ້ສະໜອງຜັກ ແລະ ໝາກໄມ້ປຸງແຕ່ງລາຍໃຫຍ່ທີ່ສຸດ ດ້ວຍລະຫັດ HS 2008 ໃຫ້ແກ່ລັດເຊຍ, ສິນຄ້າປະເພດນີ້ ລັດເຊຍ ນຳເຂົ້າພາຍໃນ 7 ເດືອນຂອງປີ 2021, ບັນລຸ 84.000 ໂຕນ, ມີມູນຄ່າ 149,8 ລ້ານ USD, ເພີ່ມຂຶ້ນ 6,3% ດ້ານປະລິມານ ແລະ ເພີ່ມຂຶ້ນ 10,5% ດ້ານມູນຄ່າ ເມືອທຽບໃສ່ໄລຍະດຽວກັນຂອງປີ 2020. ໃນນັ້ນ, ການນໍາເຂົ້າຈາກຫວຽດນາມ ທີ່ມີລະຫັດ HS 2008 ກວມເອົາ 19,5% ດ້ານປະລິມານທັງໝົດໃນ 7 ເດືອນຂອງປີ 2021, ຖັດຈາກນັ້ນ ແມ່ນຕະຫຼາດ ໄທ ແລະ ຈີນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.