ປະທານປະເທດຫວຽດນາມ ສະແດງຄວາມຂອບໃຈ ລັດຖະບານອາເມລິກາ ທີ່ໄດ້ໜູນຊ່ວຍໃນການຮັບມືກັບພະຍາດໂຄວິດ-19

06:30 | 15/10/2021

ຍສໝ - ຫວ່າງແລ້ວນີ້, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງຈົດໝາຍເຖິງທ່ານປະທານາທິບໍດີອາເມລິກາ Joe Biden, ສະແດງຄວາມຂອບໃຈລັດຖະບານອາເມລິກາ ທີ່ໄດ້ໜູນຊ່ວຍວັກຊິນ, ຢາປົວພະຍາດ, ວັດຖຸ ແລະອຸປະກອນການແພດເພື່ອໃຫ້ຫວຽດນາມ ຮັບມືກັບພະຍາດໂຄວິດ-19.

ຊຸກຍູ້ການພົວພັນຮ່ວມມືດຳເນີນທຸລະກິດ, ການຄ້າຫວຽດນາມ-ອາເມລິກາ ຊຸກຍູ້ການພົວພັນຮ່ວມມືດຳເນີນທຸລະກິດ, ການຄ້າຫວຽດນາມ-ອາເມລິກາ
ຫວຽດນາມ ຍົກສູງບົດບາດຂອງແມ່ຍິງໃນນະໂຍບາຍການຕ່າງປະເທດ ຫວຽດນາມ ຍົກສູງບົດບາດຂອງແມ່ຍິງໃນນະໂຍບາຍການຕ່າງປະເທດ
ປະທານປະເທດຫວຽດນາມ ສະແດງຄວາມຂອບໃຈ ລັດຖະບານອາເມລິກາ ທີ່ໄດ້ໜູນຊ່ວຍໃນການຮັບມືກັບພະຍາດໂຄວິດ-19
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ. ພາບ: TTXVN

ໃນຈົດໝາຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ທີ່ແນໃສ່ເພີ່ມທະວີການຮ່ວມມືກັບປະເທດຕ່າງໆ, ຊ່ວຍຄວບຄຸມພະຍາດໂຄວິດ-19 ແລະໜູນຊ່ວຍໂລກຜ່ານຜ່າຄວາມຫຍຸ້ງຍາກ.

ທ່ານ ຫງວຽນຊວນຟຸກ ຫວັງວ່າ ອາເມລິກາ ຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນການຕໍ່ສູ້ຕ້ານພະຍາດໂຄວິດ-19 ແລະບໍລິສັດ Pfizer ຈະມອບໂອນວັກຊິນຈຳນວນ 31 ລ້ານໂດສ ໃຫ້ແກ່ຫວຽດນາມ ໃນປີ 2021, ພ້ອມກັບວັກຊິນຈຳນວນ 20 ລ້ານໂດສ ເພື່ອສັກໃຫ້ເດັກນ້ອຍທີ່ມີອາຍຸແຕ່ 12 ເຖິງ 18 ປີ.

ກໍ່ໃນວັນດຽວກັນ, ຢູ່ສະຖາບັນອະນາໄມ ແລະໂລກລະບາດວິທະຍາສູນກາງ ໄດ້ດຳເນີນພິທີມອບ-ຮັບຕູ້ເກັບຮັກສາວັກຊິນ Pfizer 77 ໜ່ວຍ ໂດຍລັດຖະບານອາເມລິກາ ອຸປະຖຳ. ໄລ່ຮອດປັດຈຸບັນ, ໂດຍຜ່ານກົນໄກ COVAX ສະຫະລັດອາເມລິກາ ໄດ້ສະໜັບສະໜູນ ຫວຽດນາມ ດ້ານວັກຊີນປ້ອງກັນພະຍາດໂຄວິດ -19 ຈຳນວນ 8,5 ລ້ານໂດສ; ພ້ອມກັນນັ້ນກໍ່ໃຫ້ການຊ່ວຍເຫຼືອໂດຍກົງ ດ້ານວັກຊີນ Pfizer ໃຫ້ແກ່ຫວຽດນາມ 1 ລ້ານໂດສ, ຕູ້ເກັບຮັກສາວັກຊິນ 77 ໜ່ວຍ.

ໄຊພອນ

ເຫດການ
302 Found

Found

The document has moved here.