ກອງທຶນສັນຕິພາບ ແລະ ພັດທະນາ ຫວຽດນາມ ແລະມະຫາວິທະຍາໄລກົດໝາຍຮ່າໂນ້ຍ ຮ່ວມມືກັນໃນການບໍາລຸງສ້າງຊັບພະຍາກອນມະນຸດ

10:07 | 11/10/2021

ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ກອງທຶນສັນຕິພາບ ແລະພັດທະນາຫວຽດນາມ ແລະມະຫາວິທະຍາໄລກົດໝາຍຮ່າໂນ້ຍ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືເພື່ອປະສານສົມທົບໃນການສ້າງໂຄງການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ກ່ຽວຂ້ອງກັບການຕ່າງປະເທດ, ສັນຕິພາບ, ການພັດທະນາ.

Samsung ລົງທຶນເຂົ້າໃນການຄົ້ນຄວ້າ ແລະ ພັດທະນາ 5G ຢູ່ ຫວຽດນາມ Samsung ລົງທຶນເຂົ້າໃນການຄົ້ນຄວ້າ ແລະ ພັດທະນາ 5G ຢູ່ ຫວຽດນາມ
SOM ASEAN+3 ຄົ້ນຄວ້າ, ພັດທະນາ ແລະ ສຳຜັດກັບວັກຊິນກັນໂຄວິດ-19 ຢ່າງປອດໄພ, ມີປະສິດທິຜົນ SOM ASEAN+3 ຄົ້ນຄວ້າ, ພັດທະນາ ແລະ ສຳຜັດກັບວັກຊິນກັນໂຄວິດ-19 ຢ່າງປອດໄພ, ມີປະສິດທິຜົນ
ກອງທຶນສັນຕິພາບ ແລະ ພັດທະນາ  ຫວຽດນາມ ແລະມະຫາວິທະຍາໄລກົດໝາຍຮ່າໂນ້ຍ ຮ່ວມມືກັນໃນການບໍາລຸງສ້າງຊັບພະຍາກອນມະນຸດ
ກອງທຶນສັນຕິພາບ ແລະ ພັດທະນາ ຫວຽດນາມ ແລະມະຫາວິທະຍາໄລກົດໝາຍຮ່າໂນ້ຍ ຮ່ວມມືກັນໃນການບໍາລຸງສ້າງຊັບພະຍາກອນມະນຸດ. ພາບ: baophapluat.vn

ໃນພິທີ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາແຜນການຮ່ວມມືໃນ 3 ເດືອນທ້າຍປີ 2021, ລະອຽດຄື: ກອງທຶນສັນຕິພາບ ແລະການພັດທະນາຫວຽດນາມໄດ້ສົ່ງຜູ້ຊ່ຽວຊານເຂົ້າຮ່ວມໃນບັນດາການສຳມະນາທີ່ຈັດໂດຍມະຫາວິທະຍາໄລກົດໝາຍຮ່າໂນ້ຍ ໃນໄຕມາດທີສີ່ຂອງປີ 2021 ກ່ຽວກັບບັນດາເນື້ອໃນທີ່ກ່ຽວຂ້ອງກັບລັດແຫ່ງອຳນາດກົດໝາຍ, ການວິພາກນະໂຍບາຍສັງຄົມ...

ສອງຝ່າຍຍັງເຫັນດີເປັນເອກະພາບຍູ້ແຮງການສື່ສານຜ່ານເວັບໄຊຂອງກອງທຶນສັນຕິພາບ ແລະການພັດທະນາຫວຽດນາມ. ໃນການສ້າງໂຄງການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ກ່ຽວຂ້ອງກັບການຕ່າງປະເທດ, ສັນຕິພາບ, ການພັດທະນາ..

ກ່າວຄຳເຫັນທີ່ພິທີ, ທ່ານ ຮ່າຮູ່ງເກື່ອງ - ປະທານກອງທຶນສັນຕິພາບ ແລະພັດທະນາຫວຽດນາມ ໄດ້ສະແດງຄວາມປາດຖະໜາວ່າ ສອງຝ່າຍຈະມານະພະຍາຍາມຮ່ວມກັນເພື່ອນໍາ ມາເຊິ່ງປະສິດທິຜົນສູງຂອງບັນດາການເຄື່ອນໄຫວຮ່ວມມືໃນໄລຍະຈະມາເຖິງ.

ໄຊພອນ

ເຫດການ
302 Found

Found

The document has moved here.