ອີຕາ​ລີ ປາດ​ຖະ​ໜາຢ​າກຊຸກ​ຍູ້​ການ​ພົວ​ພັນ​ກັບ ຫວຽດ​ນາມ

19:07 | 15/10/2021

ທ່ານຮອງລັດຖະມົນຕີ Gilberto Pichetto Fratin ຢັ້ງຢືນວ່າຈະສະໜັບສະໜູນ ແລະຈະຊຸກຍູ້ຢ່າງແຮງ ເພື່ອໃຫ້ສະພາແຫ່ງຊາດ ອີຕາລີ ໃຫ້ສັດຕະຍາບັນສັນຍາ ອາລັກຂາການລົງທຶນ ລະຫວ່າງ ສະຫະພາບເອີຣົບ ກັບ ຫວຽດນາມ (EVIPA), ພ້ອມທັງສະແດງຄວາມປາດຖະໜາຢາກເຊື່ອມຕໍ່ການທ່ອງທ່ຽວໃນໄວໆນີ້, ເຫັນດີສົມທົບກັນຈັດຕັ້ງກອງປະຊຸມຄະນະກຳມະການປະສົມ ກ່ຽວກັບການຮ່ວມມືທາງດ້ານເສດຖະກິດ ຄັ້ງທີ 8.

ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ຮ່ວມ​ມື​ກັບ ສ​ປ​ຊ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ຮ່ວມ​ມື​ກັບ ສ​ປ​ຊ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19
ຫວຽດ​ນາມ ຮ່ວມ​ມື​ກັບ​ປະ​ຊາ​ຄົມ​ສາ​ກົນ ພ້ອມ​ກັນ​ຊຸກ​ຍູ້​ການ​ຄ້າ ແລະ ການ​ພັດ​ທະ​ນາ ຫວຽດ​ນາມ ຮ່ວມ​ມື​ກັບ​ປະ​ຊາ​ຄົມ​ສາ​ກົນ ພ້ອມ​ກັນ​ຊຸກ​ຍູ້​ການ​ຄ້າ ແລະ ການ​ພັດ​ທະ​ນາ
ອີຕາ​ລີ ປາດ​ຖະ​ໜາຢ​າກຊຸກ​ຍູ້​ການ​ພົວ​ພັນ​ກັບ ຫວຽດ​ນາມ
ການຕ້ອນຮັບທ່ານຮອງລັດຖະມົນຕີກະຊວງພັດທະນາເສດຖະກິດ ອີຕາລີ Gilberto Pichetto Fratin (ພາບ: baoquocte.vn)

ວັນທີ 13 ຕຸລາ, ກ່າວຄຳເຫັນໃນຂະນະໄປຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ອີຕາລີ, ທ່ານຮອງລັດຖະມົນຕີກະຊວງພັດທະນາເສດຖະກິດ ອີຕາລີ Gilberto Pichetto Fratin ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອີຕາລີ ພວມພັດທະນາຢ່າງດີງາມ, ພ້ອມທັງຢັ້ງຢືນວ່າ ອີຕາລີ ປາດຖະໜາຢາກຊຸກຍູ້ການພົວພັນກັບ ຫວຽດນາມຫຼາຍກວ່າອີກ - ໜຶ່ງໃນບັນດາຕະຫຼາດສຳຄັນຂອງປະເທດນີ້ໃນພາກພື້ນ ອາຊີ - ປາຊີຟິກ.

ທ່ານຮອງລັດຖະມົນຕີ Gilberto Pichetto Fratin ຢັ້ງຢືນວ່າຈະສະໜັບສະໜູນ ແລະຈະຊຸກຍູ້ຢ່າງແຮງ ເພື່ອໃຫ້ສະພາແຫ່ງຊາດ ອີຕາລີ ໃຫ້ສັດຕະຍາບັນສັນຍາ ອາລັກຂາການລົງທຶນ ລະຫວ່າງ ສະຫະພາບເອີຣົບ ກັບ ຫວຽດນາມ (EVIPA), ພ້ອມທັງສະແດງຄວາມປາດຖະໜາຢາກເຊື່ອມຕໍ່ການທ່ອງທ່ຽວໃນໄວໆນີ້, ເຫັນດີສົມທົບກັນຈັດຕັ້ງກອງປະຊຸມຄະນະກຳມະການປະສົມ ກ່ຽວກັບການຮ່ວມມືທາງດ້ານເສດຖະກິດ ຄັ້ງທີ 8.

ທີ່ການຕ້ອນຮັບ, ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ຫງວຽນທິບິກເຫວ້ ປາດຖະໜາວ່າ ສະພາແຫ່ງຊາດ ອີຕາລີ ຈະໃຫ້ສັດຕະຍາບັນສັນຍາ EVIPA ໂດຍໄວ ເພື່ອຊຸກຍູ້ການພົວພັນເສດຖະກິດລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ທ່ານນາງເອກອັກຄະລັດຖະທູດ ຫງວຽນທິບິກເຫ້ວ ກໍຕີລາຄາສູງຕໍ່ບັນດາຄຳໝັ້ນສັນຍາຂອງ ອີຕາລີ ດ້ວຍຖານະເປັນສະມາຊິກຂອງກຸ່ມ 7 ປະເທດອຸດສາຫະກຳພັດທະນາ (G7), ເຈົ້າພາບຂອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໂລກ (G20) ໃນບັນຫາທົ່ວໂລກ ເປັນຕົ້ນແມ່ນ ສາທາລະນະສຸກ, ການປ່ຽນແປງຂອງດິນຟ້າອາກາດ ແລະ ສະແດງຄວາມສົນໃຈຂອງ ຫວຽດນາມ ຕໍ່ຂະບວນວິວັດຟື້ນຟູ ແລະ ຫັນປ່ຽນເສດຖະກິດ, ຖືນີ້ແມ່ນໂອກາດເພື່ອໃຫ້ສອງຝ່າຍເພີ່ມທະວີຄຸນນະພາບການພົວພັນ.

vovworld.vn

ເຫດການ
302 Found

Found

The document has moved here.