ຫວຽດນາມ ແລະ ລາວ ແລກປ່ຽນບົດຮຽນໃນການສ້າງກົດໝາຍວ່າດ້ວຍການວັດແທກ ແລະ ແຜນທີ່

08:07 | 19/10/2021

ການເຄື່ອນໄຫວວັດແທກ ແລະ ແຜນທີ່ແມ່ນການເຄື່ອນໄຫວສຳຫຼວດພື້ນຖານ, ມີຄວາມສຳຄັນຍິ່ງ, ສະໜອງຂໍ້ມູນ, ຜະລິດຕະພັນຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

SEA Games 31 ຄາດວ່າຈະຈັດຂຶ້ນໃນເດືອນ ພຶດສະພາ 2022 SEA Games 31 ຄາດວ່າຈະຈັດຂຶ້ນໃນເດືອນ ພຶດສະພາ 2022
ຫວຽດ​ນາມ ສະ​ເໜີ​ບໍ​ລິ​ສັດ Pfizer ຮ່ວມ​ມື​ກັນ​ຜະ​ລິດ​ຢາ​ປິ່ນ​ປົວ​ພະ​ຍາດ​ໂຄວິດ - 19 ຫວຽດ​ນາມ ສະ​ເໜີ​ບໍ​ລິ​ສັດ Pfizer ຮ່ວມ​ມື​ກັນ​ຜະ​ລິດ​ຢາ​ປິ່ນ​ປົວ​ພະ​ຍາດ​ໂຄວິດ - 19
undefined

ທ່ານ ເລກວາງຮຸຍ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ.(ພາບ: quochoi.vn)

ຕອນເຊົ້າວັນທີ 18 ຕຸລາ, ຄະນະກຳມາທິການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ລາວ ຈັດກອງປະຊຸມສຳມະນາແບບທາງໄກ ແລກປ່ຽນບົດຮຽນໃນການສ້າງກົດໝາຍວ່າດ້ວຍການວັດແທກ ແລະ ແຜນທີ່.

ກ່າວຄຳເຫັນໄຂກອງປະຊຸມສຳມະນາແບບທາງໄກ, ທ່ານຫົວໜ້າກຳມາທິການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດ ຫວຽດນາມ ເລກວາງຮຸຍ, ຢືນຢັນວ່າ ການເຄື່ອນໄຫວວັດແທກ ແລະ ແຜນທີ່ແມ່ນການເຄື່ອນໄຫວສຳຫຼວດພື້ນຖານ, ມີຄວາມສຳຄັນຍິ່ງ, ສະໜອງຂໍ້ມູນ, ຜະລິດຕະພັນຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຮັບໃຊ້ການວາງແຜນກຳນົດ, ຄຸ້ມຄອງຜືນແຜ່ນດິນ, ຕິດຕາມກວດກາຊັບພະຍາກອນ, ສິ່ງແວດລ້ອມ; ການປ້ອງກັນຕ້ານໄພທຳມະຊາດ… ປະກອບສ່ວນປົກປັກຮັກສາ ແລະ ຢັ້ງຢືນອະທິປະໄຕຂອງປະເທດຊາດ. ສະພາແຫ່ງຊາດ ລາວ ພວມຄົ້ນຄວ້າ, ກະກຽມໃຫ້ແກ່ການພິຈາລະນາ, ປະກາດໃຊ້ກົດໝາຍຈຳນວນໜຶ່ງຄື: ກົດໝາຍວ່າດ້ວຍການວັດແທກ ແລະ ແຜນທີ່, ກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ. ສະນັ້ນ, ຝ່າຍ ລາວ ຢາກທາບທາມບົດຮຽນຈາກ ຫວຽດນາມ.

ຕອນບ່າຍວັນທີ 18 ຕຸລາ, ຄະນະກຳມາທິການປ້ອງກັນຊາດ ແລະ ຄວາມໝັ້ນຄົງສະພາແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບບັນດາກຳມາທິການຂອງສະພາແຫ່ງຊາດ ລາວ ຈັດກອງປະຊຸມສຳມະນາແບບທາງໄກ ເພື່ອແລກປ່ຽນບົດຮຽນກ່ຽວກັບການສ້າງກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ.

vov.world.vn

ເຫດການ
302 Found

Found

The document has moved here.