ມຸ່ງໄປສູ່ການຮັບຮອງເອົາ “ໜັງສືຜ່ານແດນວັກຊີນ” ລະຫວ່າງ ຫວຽດນາມ ແລະອິນໂດເນເຊຍ

16:54 | 12/10/2021

ຍສໝ - ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ສະເໜີໃຫ້ຫວຽດນາມ ແລະອິນໂດເນເຊຍ ມຸ່ງໄປສູ່ການຮັບຮອງເອົາໜັງສືຜ່ານແດນວັກຊີນ ຫຼືໃບຢັ້ງຢືນການສັກວັກຊິນກັນພະຍາດໂຄວິດ -19, ເພື່ອສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ການເຂົ້າ-ອອກເມືອງຂອງພົນລະເມືອງຂອງສອງປະເທດໂດຍຕາມເງື່ອນໄຂທີ່ໄດ້ຮັບອະນຸຍາດ...

ເວີນດົ່ນຕ້ອນຮັບຖ້ຽວບິນທົດລອງ ເວີນດົ່ນຕ້ອນຮັບຖ້ຽວບິນທົດລອງ "ໜັງສືຜ່ານແດນວັກຊີນ" ຄັ້ງທີ 4
ຊຸກຍູ້ການຮ່ວມມືດ້ານກະສິກຳສອງຝ່າຍ ລະຫວ່າງຫວຽດນາມ ແລະ ແບນຊິກ ຊຸກຍູ້ການຮ່ວມມືດ້ານກະສິກຳສອງຝ່າຍ ລະຫວ່າງຫວຽດນາມ ແລະ ແບນຊິກ
ມຸ່ງໄປສູ່ການຮັບຮອງເອົາ “ໜັງສືຜ່ານແດນວັກຊີນ” ລະຫວ່າງ ຫວຽດນາມ ແລະອິນໂດເນເຊຍ
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານ ເອກອັກຄະລັດຖະທູດອິນໂດເນເຊຍ Denny Abdi. ພາບ: kinhtexaydung.petrotimes.vn

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ມີການສະເໜີຂ້າງເທິງໃນການພົບປະກັບ ທ່ານ ເອກອັກຄະລັດຖະທູດອິນໂດເນເຊຍ Denny Abdi ໃນວັນທີ 10 ຕຸລາ.

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ຊົມເຊີຍທ່ານ Denny Abdi ທີ່ໄດ້ຮັບຕໍາແໜ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງສາທາລະນະລັດອິນໂດເນເຊຍ ປະຈໍາຫວຽດນາມ. ພ້ອມກັນນັ້ນ, ທ່ານ ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ກໍ່ຢືນຢັນວ່າ ກະຊວງການຕ່າງປະເທດຫວຽດນາມຈະສ້າງເງື່ອນໄຂສະດວກເພື່ອໃຫ້ທ່ານເອກອັກຄະລັດຖະທູດປະຕິບັດສໍາເລັດໜ້າທີ່ຂອງຕົນໃຫ້ເປັນຢ່າງດີ.

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທັງເຊີນ ສະເໜີໃຫ້ທ່ານເອກອັກຄະລັກຖະທູດ Denny Abdi ເອົາໃຈໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດກ່ວາອີກ, ໃນນັ້ນ ມີການພົວພັນດ້ານການເມືອງການຕ່າງປະເທດ ແລະ ເສດຖະກິດ; ສູ້ຊົນນຳວົງເງິນສອງຝ່າຍໃຫ້ບັນລຸ 10 ຕື້ USD ໂດຍໄວ.

ສອງຝ່າຍຕ້ອງຍູ້ແຮງການລົງທຶນໃນບັນດາຂົງເຂດທີ່ສອງຝ່າຍມີຄວາມສາມາດບົ່ມຊ້ອນ ແລະ ມີທ່າແຮງ; ພັດທະນາແຫຼ່ງຊັບພະຍາກອນມະນຸດ, ເພີ່ມທະວີການຮ່ວມມືທາງທະເລ; ມຸ່ງໄປສູ່ການຮັບຮອງເອົາໜັງສືຜ່ານແດນວັກຊີນ ຫຼື ໃບຢັ້ງຢືນການສັກວັກຊິນກັນພະຍາດໂຄວິດ-19 ຂອງກັນແລະກັນ, ເພື່ອສ້າງຄວາມສະດວກໃຫ້ແກ່ການເຂົ້າ-ອອກເມືອງຂອງພົນລະເມືອງຂອງສອງປະເທດໂດຍຕາມເງື່ອນໄຂທີ່ໄດ້ຮັບອະນຸຍາດ.

ສ່ວນທ່ານເອກອັກຄະລັກຖະທູດ Denny Abdi ໄດ້ເນັ້ນໜັກວ່າ ຍາມໃດ ອິນໂດເນເຊຍ ກໍ່ຖືການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ ເປັນສຳຄັນ,

ສັນລະເສີນບັນດາຜົນສຳເລັດການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ແລະເຊື່ອໝັ້ນວ່າຫວຽດນາມຈະສາມາດຄວບຄຸມໂລກລະບາດໄດ້ໃນໄວໆນີ້, ສືບຕໍ່ພັດທະນາໃນສະພາບການປົກກະຕິໃໝ່.

ທ່ານເອກອັກຄະລັກຖະທູດ Denny Abdi ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມຜັນຂະຫຍາຍບັນດາຂໍ້ສະເໜີຂອງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທັງເຊີນ; ປະສານສົມທົບຢ່າງແໜ້ນແຟ້ນກັບກະຊວງການຕ່າງປະເທດ ແລະບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມເພື່ອແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ຢ່າງແທດຈິງໃນບັນດາຂົງເຂດການຮ່ວມມືທັງສອງຝ່າຍ ແລະຫຼາຍຝ່າຍ, ປະກອບສ່ວນເຂົ້າໃນການຊຸກຍູ້ສັນຕິພາບ ແລະສະຖຽນລະພາບໃນພາກພື້ນ.

ໄຊພອນ

ເຫດການ
302 Found

Found

The document has moved here.