ວັນວັດທະນະທຳຫວຽດນາມ-ສະວິດ ຢູ່ ເຊີແນວ ຊຸກຍູ້ການພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ

11:30 | 19/10/2021

ບັນດານັກສິລະປິນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ປະເທດປະຈຳຖິ່ນໄດ້ສະແດງບາງບົດເພງພື້ນເມືອງ ແລະ ສະແດງເຄື່ອງດົນຕີພື້ນເມືອງຂອງຫວຽດນາມ.

ຫວຽດນາມ ແລະ ລາວ ແລກປ່ຽນບົດຮຽນໃນການສ້າງກົດໝາຍວ່າດ້ວຍການວັດແທກ ແລະ ແຜນທີ່ ຫວຽດນາມ ແລະ ລາວ ແລກປ່ຽນບົດຮຽນໃນການສ້າງກົດໝາຍວ່າດ້ວຍການວັດແທກ ແລະ ແຜນທີ່
SEA Games 31 ຄາດວ່າຈະຈັດຂຶ້ນໃນເດືອນ ພຶດສະພາ 2022 SEA Games 31 ຄາດວ່າຈະຈັດຂຶ້ນໃນເດືອນ ພຶດສະພາ 2022
undefined

ສະແດງເຄື່ອງດົນຕີພື້ນເມືອງຂອງຫວຽດນາມ.(ພາບ: baoquocte.vn)

ວັນທີ 16 ຕຸລາ, ວັນບຸນວັດທະນະທຳ ຫວຽດນາມ - ສະວິດ ໄດ້ດຳເນີນຢູ່ສຳນັກງານຄະນະຜູ້ຕາງໜ້າ ຫວຽດນາມ ຄຽງຂ້າງບັນດາອົງການຈັດຕັ້ງສາກົນຢູ່ ເຊີແນວ, ປະເທດ ສະວິດ. ການເຄື່ອນໄຫວທີ່ມີຄວາມໝາຍດັ່ງກ່າວໂດຍຄະນະຜູ້ແທນ ຫວຽດນາມ ຄຽງຂ້າງບັນດາອົງການຈັດຕັ້ງສາກົນຢູ່ ເຊີແນວ ເປັນເຈົ້າພາບຈັດຂຶ້ນ ສົມທົບກັບສະຖານທູດ ຫວຽດນາມ ປະຈຳ Bern ແລະ ເພື່ອນມິດຄູ່ຮ່ວມມື ແນໃສ່ປະກອບສ່ວນສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ສະວິດ (1971 – 2021), ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ວັດທະນະທຳ, ເສດຖະກິດລະຫວ່າງ 2 ປະເທດ.

ບັນດານັກສິລະປິນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ປະເທດປະຈຳຖິ່ນໄດ້ສະແດງບາງບົດເພງພື້ນເມືອງ ແລະ ສະແດງເຄື່ອງດົນຕີພື້ນເມືອງຂອງຫວຽດນາມ. ນອກນັ້ນ, ຍັງມີການສະແດງຟ້ອນສິງໂຕ, ສະແດງການຕີມວຍ ຫວຽດນາມ ອີກ.

ວັນບຸນວັດທະນະທຳ ຫວຽດນາມ - ສະວິດ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ແຂກເຂົ້າຮ່ວມ ແລະ ປະກອບສ່ວນເຮັດໃຫ້ຄວາມເຂົ້າໃຈ, ນ້ຳໃຈສາມັກຄີ ແລະ ການແລກປ່ຽນວັດທະນະທຳລະຫວ່າງ 2 ປະເທດ, ກໍ່ຄືເພື່ອນມິດສາກົນ ເລິກເຊິ່ງຂຶ້ນຕື່ມ.

vov.world.vn

ເຫດການ
302 Found

Found

The document has moved here.