ກວ໋າງບິ່ງ ຈັດສົ່ງຄະນະປະຕິບັດງານໄປຍັງແຂວງຄໍາມ່ວນ ເພື່ອໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດ

06:30 | 10/10/2021

ວັນທີ 8 ຕຸລາ, ທີ່ນະຄອນດົ່ງເຮີ໊ຍ, ຄະນະກໍາມະການປະຊາຊົນແຂວງກວ໋າງບິ່ງ ໄດ້ຈັດການພົບປະສັງສັນກັບຄະນະປະຕິບັດງານເຂົ້າຮ່ວມການໜູນຊ່ວຍແຂວງຄໍາມ່ວນ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

ແຂວງ ກວາງນິງ ໃຫ້ບຸລິມະສິດການທ່ອງທ່ຽວຄົບວົງຈອນຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດ ແຂວງ ກວາງນິງ ໃຫ້ບຸລິມະສິດການທ່ອງທ່ຽວຄົບວົງຈອນຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດ
ບູລະນະຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19 ບູລະນະຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19
ກວ໋າງບິ່ງ ຈັດສົ່ງຄະນະປະຕິບັດງານໄປຍັງແຂວງຄໍາມ່ວນ ເພື່ອໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດ
ກວ໋າງບິ່ງ ຈັດສົ່ງຄະນະປະຕິບັດງານໄປຍັງແຂວງຄໍາມ່ວນ ເພື່ອໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດ. ພາບ: baotintuc.vn

ຄາດວ່າ ວັນທີ 11 ຕຸລາ, ຄະນະປະຕິບັດງານແຂວງກວ໋າງບິ່ງ ຈະໄປຍັງແຂວງຄຳມ່ວນ ເພື່ອໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດ. ໃນເວລາ 15 ມື້ທີ່ເຂົ້າຮ່ວມການໜູນຊ່ວຍຢູ່ໃນແຂວງຂອງປະເທດເພື່ອນ, ສະມາຊິກໃນຄະນະປະຕິບັດງານແຂວງກວ໋າງບິ່ງ ຈະເຂົ້າຮ່ວມການກວດຫາເຊື້ອພະຍາດໂຄວິດ-19 ແລະວຽກງານປ້ອງກັນ, ຕ້ານໂລກລະບາດໂດຍກົງ ເພື່ອກວດພົບຜູ້ຕິດເຊື້ອໂດຍໄວ, ຄຸ້ມຄອງຢ່າງແທດເໝາະ, ປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ຢ່າງມີປະສິດທິຜົນປະກອບສ່ວນຈໍາກັດການແຜ່ລະບາດ ແລະມຸ່ງໄປເຖິງການຄວບຄຸມໄດ້ສະພາບໂລກລະບາດ. ພ້ອມກັນນັ້ນ, ຄະນະກໍ່ແບ່ງປັນບົດຮຽນທີ່ຖອດຖອນໄດ້ໃນວິວັດການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງແຂວງກວ໋າງບິ່ງ ເພື່ອຮ່ວມແຮງຮ່ວມໃຈຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປໂດຍໄວ.

ຄະນະປະຕິບັດງານນຳໂດຍທ່ານ ຫງວຽນແທງຊວນ, ຮອງຫົວໜ້າພະແນກພົວພັນຕ່າງປະເທດ ພ້ອມດ້ວຍສະມາຊິກແມ່ນພະນັກງານ, ພາລະກອນທີ່ມີທາດແທ້ຄຸນສົມບັດ, ລະດັບວິຊາສະເພາະດີ, ມີສີມືເກັ່ງ ແລະມີປະສົບການໃນການເຮັດວຽກຢູ່ສູນຄວບຄຸມພະຍາດຂອງແຂວງ (ພະແນກສາທາລະນະສຸກແຂວງກວ໋າງບິ່ງ), ກອງບັນຊາການທະຫານແຂວງ ແລະກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ.

ຄະນະປະຕິບັດງານແຂວງກວ໋າງບິ່ງ ໄດ້ກະກຽມເອົາອຸປະກອນການແພດຄົບຊຸດໄປນຳ, ເພື່ອປະກອບສ່ວນໜູນຊ່ວຍວຽກງານປ້ອງກັນ, ຕ້ານໂລກລະບາດຢູ່ໃນແຂວງຂອງປະເທດເພື່ອນ.

ເນື່ອງໃນໂອກາດນີ້, ຕາງໜ້າໃຫ້ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງຄຳມ່ວນ, ທ່ານ ວັນໄຊ ພອງສະຫວັນ ເລຂາພັກແຂວງ, ເຈົ້າແຂວງໆຄຳມ່ວນ ໄດ້ສົ່ງຈົດໝາຍຊົມເຊີຍແຂວງກວ໋າງບິ່ງ ກ່ຽວກັບຜົນສຳເລັດອັນສຳຄັນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19; ພ້ອມທັງສະແດງຄວາມຂອບໃຈຢ່າງເລິກເຊິ່ງເຖິງການນໍາ ແລະປະຊາຊົນແຂວງກວ໋າງບິ່ງ ທີ່ໄດ້ໃຫ້ການຊ່ວຍເຫຼືອ, ແບ່ງປັນຢ່າງທັນການໃນຂະບວນການປ້ອງກັນ, ຕ້ານໂລກລະບາດໃຫ້ແຂວງຄໍາມ່ວນ.

la.qdnd.vn

ເຫດການ
302 Found

Found

The document has moved here.