VNMAC ແລະ MAG ຮ່ວມ​ມື​ກັນ​ແກ້​ໄຂຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກພາຍຫຼັງ​ສົງ​ຄາມ ຢູ່ ຫວຽດ​ນາມ

15:18 | 11/10/2021

ຍ​ສ​ໝ - ຫວ່າງແລ້ວນີ້, ສູນ​ເກັບ​ກູ້, ທຳ​ລາຍ​ລະ​ເບີດ​ແຫ່ງ​ຊາດ ຫວຽດ​ນາມ (VNMAC) ແລະ ອົງ​ການຈັດ​ຕັ້ງ Mines Advisory Group ຫວຽດ​ນາມ (MAG ຫວຽດ​ນາມ) ໄດ້​ລົງ​ນາມ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ການ​ກໍ່​ສ້າງ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລູກລະ​ເບີດ​​, ວັດ​ຖຸ​ລະ​ເບີດ​ພາຍຫຼັງ​ສົງ​ຄາມ​ຢູ່ ຫວຽດ​ນາມ.

ມີ​ເງິນ​ລົງ​ທຶນ​ນັບຕື້ USD ເຂົ້າ​ມາ​ຫວຽດ​ນາມ​ໂດຍ​ບໍ່​ຫົວ​ຊາ​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19 ມີ​ເງິນ​ລົງ​ທຶນ​ນັບຕື້ USD ເຂົ້າ​ມາ​ຫວຽດ​ນາມ​ໂດຍ​ບໍ່​ຫົວ​ຊາ​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19
ໜູນຊ່ວຍການ​ທໍາ​ມາ​ຫາ​ກິນ​ໃຫ້​ແກ່​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ​ຍັງ​ບໍ່ທັນແຕກພາຍຫຼັງສົງຄາມ ຢູ່ ຫວຽດນາມ ໜູນຊ່ວຍການ​ທໍາ​ມາ​ຫາ​ກິນ​ໃຫ້​ແກ່​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ​ຍັງ​ບໍ່ທັນແຕກພາຍຫຼັງສົງຄາມ ຢູ່ ຫວຽດນາມ
VNMAC ແລະ MAG ຮ່ວມ​ມື​ກັນ​ແກ້​ໄຂຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກພາຍຫຼັງ​ສົງ​ຄາມ ຢູ່ ຫວຽດ​ນາມ
ພິ​ທີ ລົງ​ນາມ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ການ​ກໍ່​ສ້າງ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລູກລະ​ເບີດ​​, ວັດ​ຖຸ​ລະ​ເບີດ​ພາຍຫຼັງ​ສົງ​ຄາມ​ຢູ່ ຫວຽດ​ນາມ (ພາບ: tuoitre.vn)

ບົດ​ບັນ​ທຶກ​ຊ່ວຍ​ຈຳ​ແມ່ນ​ພື້ນ​ຖານ​ເພື່ອ MAG ແບ່ງ​ປັນ​ວິ​ຊາ​ການ​ເຕັກ​ນິກກັບ VNMAC ຜ່ານ​ວຽ​ກ​ງານ​ບຳ​ລຸງ​ສ້າງ, ສ້າງ​ລະ​ບົບ​ຄຸ້ມ​ຄອງ​ທີ່​ມີ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ, ຈັດ​ຕັ້ງ​ການ​ລົງ​ພື້ນ​ທີ່​ຕົວ​ຈິງ ເພື່ອ​ພ້ອມ​ກັນ​ເຄື່ອນ​ໄຫວ ແລະ ຮ່ວມ​ມື​ເພື່ອ​ສະ​ສົມ​ບົດ​ຮຽນ, ສ້າງ​ກາ​ລະ​ໂອ​ກາດ​ຊ່ວຍ​ໃຫ້​ທັງ​ສອງ​ຝ່າຍ​ພັດ​ທະ​ນາ​ຢ່າງ​ແຮງ​ກ່​ວາ​ອີກ​.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່າ​ນນາງ Helene Kuperman ຜູ້​ອຳ​ນວຍ​ການ​ແຫ່ງ​ຊາດ MAG ຫວຽດາມ ໃຫ້​ຮູ້​ວ່າ: ບັນ​ດາ​ໝາ​ກ​ຜົນ MAG ບັນ​ລຸ​ໄດ້​ໃນ​ການ​ເຄື່ອນ​ໄຫວເກັບ​ກູ້​ທຳ​ລາຍ​ລະ​ເບີດ​ທີ່​ບໍ່​ທັນ​ແຕກ​ ແບບ​ມະ​ນຸດ​ສະ​ທຳ ຢູ່ ຫວຽດ​ນາມ ມີ​ການ​ໜູນ​ຊ່ວຍ ແລະ ຮ່ວມ​ມືທີ່​ສຳ​ຄັນ​ຂອງ VNMAC, ກະ​ຊວງ​ປ້ອງ​ກັນ​ປະ​ເທດ (ຜ່ານ​ການ​ເຂົ້າ​ຮ່ວມ​ຂອງ ກອງ​ບັນ​ຊາ​ການ​ທະ​ຫານ ບັນ​ດາ​ແຂວງ, ນະ​ຄອນ) ແລະ ບັນ​ດາ​ອົງ​ການ​ອຳ​ນາດ​ການ​ປົກ​ຄອງ​ຢູ່​ຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ ເຊິ່ງ​ແມ່ນ MAG ພວມ​ເຄື່ອນ​ໄຫວ.

ການ​ຮ່ວມ​ມື​ໜູນ​ຊ່ວຍ​ນັ້ນ​ແມ່ນພື້ນ​ຖານ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ MAG ໃນ​ວິ​ກິດ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລະ​ເບີດທີ່​ຍັງ​ບໍ່​ທັນ​ແຕກ​ພາຍຫຼັງ​ສົງ​ຄາມ​ຢູ່ ຫວຽດ​ນາມ.

ທ່ານ ​ຜູ້​ອຳ​ນວຍ​ການ​ແຫ່ງ​ຊາດ MAG ຫວຽດ​ນາມ ເຈິ່ນ​ຈຸງ​ຮ່​ວາ ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ການ​ລົງ​ນາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ຈະ​ສ້າງ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ສອງ​ຝ່າຍມາ​ນະ​ພະ​ຍາ​ຍາມ​ຮ່ວມ​ແຮງ​ຮ່​ວມ​ໃຈ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ລູກ​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕ​ກ​ບົນ​ຜືນ​ແຜ່ນ​ດິນ ຫວຽດ​ນາມ, ແມ່ນ​ປະ​ຖົມ​ປັດ​ໄຈ​ສຳ​ຄັນ​ເພື່ອ​ໃຫ້​ສອງ​ຝ່າຍ​ເຂົ້າ​ສູ່​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ລະ​ອຽດ.

ທ່ານ​ ຮ່​ວາ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ປະ​ກອບ​ສ່ວນ​ຢ່​າງ​ຕັ້ງ​ໜ້າ​ຂອງ​ລັດ​ຖະ​ບານບັນ​ດາ​ປະ​ເທດ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ສ່ວນ​ບຸກ​ຄົນ ແລະ ປະ​ຊາ​ຄົມ​ພາຍ​ໃນ​ປະ​ເທດ​, ສາ​ກົນ​ຕໍ່​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ລູກ​ລະ​ເບີດທີ່​ບໍ່​ທັນ​ແຕ​ກ​ພາຍຫຼັງ​ສົງ​ຄາມ​ຢູ່ ຫວຽດ​ນາມ ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ພ້ອມ​ທັງ​ມີ​ຄວາມ​ປາດ​ຖະ​ໜາ​ວ່າ ຈະ​ສືບ​ຕໍ່ໄດ້ຮັບ​ການສະ​ໜັບ​ສະ​ໜູນ, ໜູນ​ຊ່ວຍ​ຈາກ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄົນ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.