ນັກສຶກສາລາວ Natsa Douangpanya ໄດ້ຮັບລາງວັນທີໜຶ່ງ ໃນການແຂ່ງຂັນບັນຍາຍດ້ວຍພາສາຫວຽດນາມຢູ່ແຂວງກວາງນາມ

22:48 | 13/10/2021

ຍສໝ - ມະຫາວິທະຍາໄລກວາງນາມ, ພະແນກການຕ່າງປະເທດ ແລະ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງກວາງນາມ ໄດ້ສົມທົບກັນຈັດຕັ້ງ “ການແຂ່ງຂັນຂຽນ ແລະ ບັນຍາຍດ້ວຍພາສາຫວຽດນາມສໍາລັບນັກສຶກສາລາວທີ່ພວມສຶກສາຮໍ່າຮຽນຢູ່ແຂວງກວາງນາມໃນປີ 2021”.

ນັກສຶກສາລາວ ທີ່ຈົບຈາກມະຫາວິທະຍາໄລ ໃນປະເທດຍີ່ປຸ່ນ ແລກປ່ຽນປະສົບການຮ່ວມກັນ ນັກສຶກສາລາວ ທີ່ຈົບຈາກມະຫາວິທະຍາໄລ ໃນປະເທດຍີ່ປຸ່ນ ແລກປ່ຽນປະສົບການຮ່ວມກັນ
ນັກສຶກສາລາວ ລົງທະບຽນເຂົ້າຮ່ວມທີມງານອາສາສະໝັກ ເພື່ອຕ້ານການລະບາດໃນແຂວງຫາຍເຢື່ອງ ນັກສຶກສາລາວ ລົງທະບຽນເຂົ້າຮ່ວມທີມງານອາສາສະໝັກ ເພື່ອຕ້ານການລະບາດໃນແຂວງຫາຍເຢື່ອງ
ນັກສຶກສາລາວ Natsa Douangpanya ໄດ້ຮັບລາງວັນທີໜຶ່ງ ໃນການແຂ່ງຂັນບັນຍາຍດ້ວຍພາສາຫວຽດນາມຢູ່ແຂວງກວາງນາມ
ການແຂ່ງຂັນແມ່ນບ່ອນເພື່ອໃຫ້ນັກສຶກສາລາວທີ່ພວມຮໍ່າຮຽນຢູ່ແຂວງກວາງນາມ ໄດ້ມີໂອກາດຍົກສູງຄວາມສາມາດດ້ານພາສາຫວຽດນາມຂອງເຂົາເຈົ້າ ພ້ອມທັງໃຫ້ມີຄວາມເຂົ້າໃຈກ່ຽວກັບມູນເຊື້ອ, ປະຫວັດສາດ, ວັດທະນະທໍາ, ຜູ້ຄົນ, ການພົວພັນພິເສດລະຫວ່າງສອງປະເທດລາວ - ຫວຽດນາມ ເວົ້າລວມ ແລະ ລະຫວ່າງສອງທ້ອງຖິ່ນກວາງນາມ - ເຊກອງ ເວົ້າສະເພາະອີກດ້ວຍ.

ການແຂ່ງຂັນໄດ້ຈັດຂຶ້ນໃນເດືອນສິງຫາ 2021 ແລະ ໄດ້ສິ້ນສຸດລົງໃນເດືອນກັນຍາ 2021, ມີບົດສົ່ງເຂົ້າຮ່ວມການແຂ່ງຂັນທັງໝົດ 28 ບົດ ໂດຍນັກສຶກສາລາວຢູ່ແຂວງກວາງນາມ. ບັນດາບົດສົ່ງທີ່ເຂົ້າຮ່ວມການແຂ່ງຂັນໄດ້ລົງພິມຢູ່ໃນ Facebook ເພື່ອໃຫ້ຜູ້ອ່ານໃຫ້ຄະແນນ.

ທ່ານ ຮສຈ. ດຣ ຮວີ່ງຈ້ອງເຢືອງ - ອະທິການບໍດີມະຫາວິທະຍາໄລກວາງນາມ, ຫົວໜ້າຄະນະຈັດຕັ້ງການແຂ່ງຂັນ ໃຫ້ຮູ້ວ່າ: ເນື້ອໃນ, ຮູບແບບຂອງບັນດາບົດທີ່ສົ່ງເຂົ້າຮ່ວມການແຂ່ງຂັນມີຫຼາຍຮູບຫຼາຍແບບ, ອຸດົມສົມບູນ ແລະ ມີຄຸນນະພາບ, ສະແດງໃຫ້ເຫັນວ່າ ນັກສຶກສາຕ່າງປະເທດໄດ້ມີການເຊື່ຶອມໂຍງເຂົ້າກັບສະພາບແວດລ້ອມການຮໍ່າຮຽນ, ດໍາລົງຊີວິດຢູ່ໃນກວາງນາມ ເປັນຢ່າງດີ. ການແຂ່ງຂັນໄດ້ສ້າງກຳລັງແຜ່ຂະຫຍາຍອອກໄປເປັນວົງກວ້າງ ເຊິ່ງມີ 5,754 ຄັ້ງແຊ ແລະ 12,394 ຄັ້ງ ທີ່ກົດ Like ຕໍ່ບັນດາບົດທີ່ສົ່ງເຂົ້າຮ່ວມການແຂ່ງຂັນໃນ Facebook.

ການແຂ່ງຂັນແມ່ນບ່ອນເພື່ອໃຫ້ນັກສຶກສາລາວທີ່ພວມຮໍ່າຮຽນຢູ່ແຂວງກວາງນາມ ໄດ້ມີໂອກາດຍົກສູງຄວາມສາມາດດ້ານພາສາຫວຽດນາມຂອງເຂົາເຈົ້າ ພ້ອມທັງໃຫ້ມີຄວາມເຂົ້າໃຈກ່ຽວກັບມູນເຊື້ອ, ປະຫວັດສາດ, ວັດທະນະທໍາ, ຜູ້ຄົນ, ການພົວພັນພິເສດລະຫວ່າງສອງປະເທດລາວ - ຫວຽດນາມ ເວົ້າລວມ ແລະ ລະຫວ່າງສອງທ້ອງຖິ່ນກວາງນາມ - ເຊກອງ ເວົ້າສະເພາະອີກດ້ວຍ.

ຄະນະຈັດຕັ້ງໄດ້ມອບສອງລາງວັນທີໜຶ່ງມີ 02 ລາງວັນ ຄື: 2.000.000 ດົ່ງ/ລາງວັນ; ລາງວັນທີສອງ ມີ 02 ລາງວັນ: 1,000,000 ດົ່ງ/ລາງວັນ; ລາງວັນທີສາມ ມີ 02 ລາງວັນ : 500,000 ດົ່ງ/ລາງວັນ ແລະ ລາງວັນຊົມເຊີຍມີ 05 ລາງວັນ: 200,000 ດົ່ງ/ລາງວັນ.

ຜົນງານທີ່ໄດ້ຮັບລາງວັນທີໜຶ່ງແມ່ນເພງ "ກວາງນາມທີ່ຮັກແພງ" ໄດ້ຮັບການຂັບຮ້ອງໂດຍນັກສຶກສາລາວ Natsa Douangpanya ແລະ ຜົນງານ "ຊີວິດຂອງນັກສຶກສາລາວຢູ່ນະຄອນ ຕາມກີ່, ແຂວງ ກວາງນາມ" ໄດ້ຮັບການບັນຍາຍ ໂດຍກຸ່ມນັກສຶກສາລາວຢູ່ມະຫາວິທະຍາໄລກວາງນາມ. ເນື່ອງໃນໂອກາດນີ້, ມະຫາວິທະຍາໄລກວາງນາມຍັງໄດ້ມອບໃບຢັ້ງຢືນການຮຽນຈົບໂຄງການພາສາຫວຽດນາມໃນສົກຮຽນ 2020-2021 ໃຫ້ກັບນັກສຶກສາລາວ 67 ຄົນ.

ໄຊພອນ

ເຫດການ
302 Found

Found

The document has moved here.