ສ້າງ​ຕັ້ງ​ຕາ​ໜ່​າງ​ປ່ຽນ​ແປງ​ໃໝ່​ປະ​ດິ​ດ​ຄິດ​ສ້າງ ຫວຽດ​ນາມ ຢູ່ ເອີ​ຣົບ

11:30 | 18/10/2021

ວັນທີ 16 ຕຸລາ, ຢູ່ສຳນັກງານ ສະຖານທູດ ຫວຽດນາມ ປະຈຳ Berlin (ເຢຍລະມັນ) ໄດ້ດຳເນີນພິທີສ້າງຕັ້ງຕາໜ່າງປ່ຽນແປງໃໝ່ປະດິດຄິດສ້າງ ຫວຽດນາມ ຢູ່ ເອີຣົບ (VINEU).

ເພິ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ລາວ ເພິ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ລາວ
ແຕ່​ງ​ຕັ້ງ 8 ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ຕ່າງ​ປະ​ເທດ ແຕ່​ງ​ຕັ້ງ 8 ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ຕ່າງ​ປະ​ເທດ
ສ້າງ​ຕັ້ງ​ຕາ​ໜ່​າງ​ປ່ຽນ​ແປງ​ໃໝ່​ປະ​ດິ​ດ​ຄິດ​ສ້າງ ຫວຽດ​ນາມ ຢູ່ ເອີ​ຣົບ
ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເຈິ່ນຮຸຍດົງ ເຂົ້າຮ່ວມພິທີ (ພາບ: baodautu.vn)

ພິທີດັ່ງກ່າວຖືກດຳເນີນແບບທາງໄກ ແລະ ເຊື່ອມຕໍ່ກັບ ສະຖານທີ່ເຊື່ອມຕໍ່ ຫຼາຍກວ່າ20 ແຫ່ງ ຢູ່ບັນດາປະເທດ ໂດຍມີຜູ້ຕາງໜ້າກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ (NIC), ຄະນະກຳມະການກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂຮນລັງ ແລະ ແຟງລັງ ພ້ອມດ້ວຍນັກຊ່ຽວຊານ, ວິສາຫະກິດ, ສູນໃຫ້ຄຳປຶກສາ - ການລົງທຶນ ແລະ ຕາໜ່າງປ່ຽນແປງໃໝ່ປະດິດຄິດສ້າງ ຫວຽດນາມ ປະຈຳ ເຢຍລະມັນ, ອົດສະຕາລີ, ຍີ່ປຸ່ນ ແລະ ສ.ເກົາຫຼີ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

ກ່າວຄຳເຫັນທີ່ເຫດການ, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເຈິ່ນຮຸຍດົງ ຕີລາຄາວ່າ ການສ້າງຕັ້ງ VINEU ແມ່ນເຫດການທີ່ມີຄວາມໝາຍທີ່ສຸດ, ຊ່ວຍສຳຜັດກັບເຕັກໂນໂລຢີ, ພູມປັນຍາກ່ຽວກັບວິທະຍາສາດ - ເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດຄິດສ້າງຂອງປະເທດອື່ນໆຢູ່ ເອີຣົບ ໂດຍຜ່ານນັກຊ່ຽວຊານຫວຽດນາມ ແນໃສ່ສໍາຜັດ, ຂຸດຄົ້ນແຫຼ່ງກຳລັງໜູນແກ່ການປ່ຽນແປງໃໝ່ປະດິດຄິດສ້າງຂອງປະເທດຕ່າງໆ; ເປີດກວ້າງກາລະໂອກາດຮ່ວມມື, ລົງທຶນ, ດຳເນີນທຸລະກິດ, ໃຫ້ຄຳປຶກສາແກ່ບັນດາການເຄື່ອນໄຫວປ່ຽນແປງໃໝ່ປະດິດຄິດສ້າງຢູ່ພາຍໃນປະເທດ, ພິເສດແມ່ນໃນຂົງເຂດ ພູມປັນຍາທຽມ, big data, ສາທາລະນະສຸກ...

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຫວຽດແອັງ, ປະທານຕາໜ່າງປ່ຽນແປງໃໝ່ປະດິດຄິດສ້າງ ຫວຽດນາມ ຢູ່ ເອີຣົບ ແບ່ງປັນວ່າ: ກ່ຽວກັບວິໄສທັດຍາວນານ, VINEU ມີຄວາມປາດຖະໜາຢາກປະກອບສ່ວນນຳ ຫວຽດນາມ ກາຍເປັນສູນປ່ຽນແປງໃໝ່ປະດິດຄິດສ້າງຂອງໂລກ. VINEU ຈະສາມັກຄີເປັນເອກະພາບກັນ, ເຊື່ອມໂຍງເປັນຢ່າງດີ ເພື່ອປະຕິບັດການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ພັດທະນາແບບຍືນຍົງ, ປະກອບສ່ວນຢັ້ງຢືນທີ່ຕັ້ງບົດບາດຂອງ ຊາວ ຫວຽດນາມ ກໍຄື ຖັນແຖວນັກຊ່ຽວຊານ, ປັນຍາຊົນຊາວ ຫວຽດນາມ ແລະ ຜູ້ມີເຊື້ອຊາດຫວຽດນາມ ອາໄສຢູ່ ເອີຣົບ.

vov.world.vn

ເຫດການ
302 Found

Found

The document has moved here.