ນ​ັກ​ສຶກ​ສາ ຫວຽດ​ນາມ ຄ້​ວາ​ໄດ້​ລາງວັນ​ຢູ່ ການ​ແຂ່ງ​ຂັນ ASEAN Youth Video

15:07 | 15/10/2021

ຍ​ສ​ໝ - ນາງ ເລ​ທູ​ຖຸຍ, ນັກ​ສຶກ​ສາ​ສະ​ຖາ​ບັນ​ໂຄ​ສະ​ນາ​ ແລະ ຂ່າວສານ, ຄ້​ວາ​ໄດ້​ໜຶ່ງ​ໃນ 3 ລາງວັນ​ການ​ແຂ່ງ​ຂັນ​ຖ່າຍ​ຄຼິບ​ວີ​ດີ​ໂອ ທີ່​ສະ​ຫງວນ​ໃຫ້​ແກ່​ໄວ​ໜຸ່ມ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ (ASEAN Youth Video Competition) ດ້ວຍ​ຫົວ​ຂໍ້ “ຫຼ​ຸດ​ຜ່ອນ​ມົນລະ​ພິດ​ຢາງ​ປ​ຼາດສ​ຕິກ, ມຸ່ງ​ໄປ​ເຖິງ​ການ​ດຳ​ລົງ​ຊີ​ວິດ​ແບບ​ຍື​ນ​ຍົງ”.

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ ແບ່ງ​ປັ​ນ​ຄວາມ​ຫຍຸ້ງ​ຍາກ, ຊ່ວຍ​ກັນ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19 ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ ແບ່ງ​ປັ​ນ​ຄວາມ​ຫຍຸ້ງ​ຍາກ, ຊ່ວຍ​ກັນ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19
WWF ຫວຽດ​ນາມ​ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນກ່​ວາ 65 ຕື້​ດົ່ງ ໃຫ້​ແກ່​ໂຄ​ງ​ການຫຼຸດ​ຜ່ອນ​ປ​ຼາດ​ສ​ຕິກ ຢູ່​ພາກ​ກາງ WWF ຫວຽດ​ນາມ​ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນກ່​ວາ 65 ຕື້​ດົ່ງ ໃຫ້​ແກ່​ໂຄ​ງ​ການຫຼຸດ​ຜ່ອນ​ປ​ຼາດ​ສ​ຕິກ ຢູ່​ພາກ​ກາງ
ນ​ັກ​ສຶກ​ສາ ຫວຽດ​ນາມ ຄ້​ວາ​ໄດ້​ລາງວັນ​ຢູ່ ການ​ແຂ່ງ​ຂັນ ASEAN Youth Video
ພາບ​ປະ​ກອບ

ຢູ່​ຮອບ​ຊີງ​ຊະ​ນະ​ເລີດ​ທີ່​ໄດ​້​ຈັດແບບ​ທາງ​ໄກ ໃນ​ວັນ​ທີ 8 ຕຸ​ລາ ທີ່​ຜ່ານ​ມາ ດ້ວຍ​ຜູ້​ເຂົ້າ​ຮ່ວມ​ການ​ແຂ່​ງ​ຂັນທີ່ຜ່ານການຄັດເລືອກ 10 ຄົນ, ນາງ ​ທູ​ຖຸຍ ພ້ອມ​ກັບ Tayzar Min Aung ນັກ​ສຶກ​ສາ​ມະ​ຫາ​ວິ​ທ​ະ​ຍາ​ໄລ ເສດ​ຖະ​ກິດ ແລະ Trisha ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ ອິ​ນ​ໂດ​ເນ​ເຊຍ ໄດ້ຮັບການຄັດເລືອກຈາກ​ຄະ​ນະ​ຈັດ​ຕັ້ງ ​​ມອບ​ຂອງ​ຂວັນ​ທີ່​ມີ​ມູນ​ຄ່າ 750 USD/ລາງວັນ.

ການ​ແຂ່ງ​ຂັນ​ໂດຍ​ສູນ​ຄົ້ນ​ຄ້​ວາ ອາ​ຊີ​ຕາ​ເວັນ​ອອກສຽງໃຕ້ ແລະ ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ປະ​ເທດ ນອກ​ແວ ສົມ​ທົບ​ກັນ​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ໄວ​ໜຸ່ມ ອາ​ຊຽນ ກ່ຽວ​ກັບ​ການ​ມົນ​ລະ​ພິດ​ຂ​ີ້​ເຫຍື້ອ ປ​ຼາດ​ສ​ຕິກ ມະ​ຫາ​ສະ​ໝຸດ ແລະ ແນະ​ນຳ​ໃຫ້​ເຂົາ​ເຈົ້າ​ນຳ​ໃຊ້​ພື້ນ​ຖານ​ດີ​ຈີ​ຕອນ ເພື່ອ​ສະ​ແດງ​ຂໍ້​ລິ​ເລີ່ມ​ປະ​ດິດ​ສ້າງ ແລະ ປ່ຽນ​ແປງ​ໃໝ່​ກ່ຽວ​ກັບ​ການຫຼຸດ​ຜ່ອນ​ມົນ​ລະ​ພິດ​ຂີ້​ເຫຍື້ອ​ປ​ຼາດ​ສຕິກ. ການ​ແຂ່ງ​ຂັນ​ກໍ່ແນ​ໃສ່​ໜູນ​ຊ່ວຍ​ແຜນ​ການ​ກະ​ທຳໃນ​ພາກ​ພື້ນ ອາ​ຊຽນ ​ກ່ຽວ​ກັບ​ການ​ຕ້ານ​ຂີ້​ເຫຍື້ອ​ປ​ຼາດ​ສຕິກ ມະ​ຫາ​ສະ​ໝຸດ ຢູ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ.

ໂດຍ​ບໍ່​ຫົວ​ຊາ​ຕໍ່​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ການ​ແຂ່​ງ​ຂັນ​ດຶງ​ດູດ​ໄດ້​ການ​ເຂົ້າ​ຮ່ວມ​ຂອງ 150 ບົດ ທີ່​ມາ​ຈາກ​ບັນ​ດາ​ປະ​ເທດ​ຄື: ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປິນ, ມາ​ເລ​ເຊຍ, ມຽນ​ມາ, ຫວຽດ​ນາມ ແລະ ໄທ. ສະ​ພາ​ກຳ​ມະ​ການ​ເຕົ້​າ​ໂຮມ​ບັນ​ດາ​ນັກ​ຊ່ຽວ​ຊານທີ່ມາ​ຈາກ Facebook, Google, BBC, CNN, ກອງ​ທຶນ ASEAN ແລະ NIVA.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.