ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງຈົດໝາຍອວຍພອນ ທ່ານ Motegi Toshimitsu ເຊິ່ງໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງຈົດໝາຍອວຍພອນ ທ່ານ Motegi Toshimitsu ເຊິ່ງໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ

ຍສໝ - ເນື່ອງໃນໂອກາດ ສະພາແຫ່ງຊາດ ຍີ່ປຸ່ນ ເລືອກຕັ້ງທ່ານ Kishida Fumio ເປັນນາຍົກລັດຖະມົນຕີ ຄົນທີ 100 ຂອງຍີ່ປຸ່ນ, ວັນທີ 4 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງຈົດໝາຍອວຍພອນ.

ພິທີມອບ-ຮັບວັກຊິນກັນໂຄວິດ-19 ຈຳນວນ 1,5 ລ້ານໂດສ ໃຫ້ແກ່ຫວຽດນາມ

ພິທີມອບ-ຮັບວັກຊິນກັນໂຄວິດ-19 ຈຳນວນ 1,5 ລ້ານໂດສ ໃຫ້ແກ່ຫວຽດນາມ

ຍສໝ - ຕອນບ່າຍວັນທີ 4 ຕຸລາ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດພິທີມອບ-ຮັບວັກຊິນກັນໂຄວິດ-19 Pfizer/BioNtech 1,5 ລ້ານໂດສ ໂດຍໂຄງການ COVAX ສະໜອງດ້ວຍການໜູນຊ່ວຍຂອງລັດຖະບານສະຫະລັດອາເມລິກາ.

ທ່ານ ເລຫາຍຮວ່າ ໄດ້ຖືກເລືອກໃຫ້ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ແຂວງ ກາວບັ່ງ

ທ່ານ ເລຫາຍຮວ່າ ໄດ້ຖືກເລືອກໃຫ້ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ແຂວງ ກາວບັ່ງ

ຍສໝ - ວັນທີ 5 ຕຸລາ, ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ກາວບັ່ງ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ II, ອາຍຸການ 2021 - 2026. ທ່ານ ເລຫາຍຮວ່າ - ຮອງປະທານຄະນະກຳມະການປະຊາຊົນແຂວງ ກາວບັ່ງ ໄດ້ຖືກເລືອກໃຫ້ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ແຂວງ ກາວບັ່ງ, ຊຸດທີ II, ອາຍຸການ 2021 - 2026.

ສະ​ຫະ​ພັນ​ບານ​ເຕະຈີນຫ້າມ​ສື່​ມວນ​ຊົນຫວຽດ​ນາມປະ​ຕິ​ບັດ​ວຽກ​ງາ​ນ​ສື່ມວນ​ຊົນ​ຢູ່ UAE

ສະ​ຫະ​ພັນ​ບານ​ເຕະຈີນຫ້າມ​ສື່​ມວນ​ຊົນຫວຽດ​ນາມປະ​ຕິ​ບັດ​ວຽກ​ງາ​ນ​ສື່ມວນ​ຊົນ​ຢູ່ UAE

ຍ​ສ​ໝ - ສະ​ຫະ​ພັນ​ບານ​ເຕະຈີນມີ​ຄຳ​ຕັດ​ສິນ​ທີ່​ເຮັດ​ໃຫ້​ສື່ມວນ​ຊົນຫວຽດ​ນາມທີ່​ພວມ​ປະ​ຕິ​ບັດ​ວຽກ​ງານ​ສື່ມວນ​ຊົນຢູ່ UAE ຕົກສະເງີ້.

ວິສາຫະກິດຕ່າງປະເທດ ມີຄວາມເຊື່ອໝັ້ນຕໍ່ຫວຽດນາມ

ວິສາຫະກິດຕ່າງປະເທດ ມີຄວາມເຊື່ອໝັ້ນຕໍ່ຫວຽດນາມ

ໃນບົດສະຫຼຸບຂ່າວເດັ່ນປະຈຳອາທິດທີ່ລົງໃນວັນທີ 2 ຕຸລາ ໃນໜັງສືພິມຕ່າງປະເທດ, ສໍານັກຂ່າວສານ Sputnik ເນັ້ນໜັກວ່າ ໃນສະຖານະການພະຍາດໂຄວິດ-19, ບັນດາວິສາຫະກິດຕ່າງປະເທດ ຍັງມີຄວາມເຊື່ອໝັ້ນຕໍ່ຫວຽດນາມ.

ການນຳພັກ, ລັດຫວຽດນາມສົ່ງສານອວຍພອນເນື່ອງໃນໂອກາດວັນຊາດຈີນ

ການນຳພັກ, ລັດຫວຽດນາມສົ່ງສານອວຍພອນເນື່ອງໃນໂອກາດວັນຊາດຈີນ

ຍ​ສ​ໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ຄົບຮອບ 72 ປີ (01/10/1949 – 01/10/2021), ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ສົ່ງສານອວຍພອນມາຍັງ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດຈີນ ສີຈີ້ນຜິງ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ, ທ່ານປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ ຫຼີຈາງຊູ.

Samsung ລົງທຶນເຂົ້າໃນການຄົ້ນຄວ້າ ແລະ ພັດທະນາ 5G ຢູ່ ຫວຽດນາມ

Samsung ລົງທຶນເຂົ້າໃນການຄົ້ນຄວ້າ ແລະ ພັດທະນາ 5G ຢູ່ ຫວຽດນາມ

ຍສໝ - ຜູ້ອຳນວຍການໃຫຍ່ບໍລິສັດ Samsung ຫວຽດນາມ Choi Joo Ho ໃຫ້ຮູ້ວ່າ Samsung ພວມສ້າງສູນຄົ້ນຄ້ວາ ແລະ ພັດທະນາດ້ວຍຂອບຂະໜາດກວ່າ 220 ລ້ານ USD ຢູ່ຮ່າໂນ້ຍ ໂດຍຈະຄົ້ນຄ້ວາພັດທະນາ 5G ແລະ ປັນຍາປະດິດຢູ່ຫວຽດນາມ…

ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ກ​ານ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ບັນ​ດາ​ປະ​ເທດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ

ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ກ​ານ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ບັນ​ດາ​ປະ​ເທດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ

ຕອນບ່າຍວັນທີ 30 ກັນຍາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອູຣູກວາຍ Pollak Giampietro; ທ່ານເອກອັກຄະລັດທູດ ແຟງລັງ Keijo Ensio Norvanto; ທ່ານເອກອັກຄະລັດຖະທູດ ໂອຕາລິດ Hans-Peter Glanzer.

ຫາງສຽງລັດເຊຍຕີລາຄາຢ່າງຕັ້ງໜ້າ ຕໍ່ການຢ້ຽມຢາມຂອງ ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ

ຫາງສຽງລັດເຊຍຕີລາຄາຢ່າງຕັ້ງໜ້າ ຕໍ່ການຢ້ຽມຢາມຂອງ ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ

ຍສໝ - ຫາງສຽງລັດເຊຍຕີລາຄາຢ່າງຕັ້ງໜ້າ ຕໍ່ການຢ້ຽມຢາມ ສະຫະພັນລັດເຊຍຢ່າງເປັນທາງການ (ແຕ່ວັນທີ 25-28 ກັນຍາ) ຂອງ ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ.

ບັນດາວິສາຫະກິດ ແລະຊາວຕ່າງປະເທດຢູ່ນະຄອນໂຮ່ຈີມິນໜູນຊ່ວຍການປ້ອງກັນພະຍາດ COVID-19

ບັນດາວິສາຫະກິດ ແລະຊາວຕ່າງປະເທດຢູ່ນະຄອນໂຮ່ຈີມິນໜູນຊ່ວຍການປ້ອງກັນພະຍາດ COVID-19

ຍສໝ - ວັນທີ 29 ກັນຍາ, ທ່ານນາງ Yovanka Yoan Siahainenia, ຜູ້ຮັກສາການກົງສູນໃຫຍ່ອິນໂດເນເຊຍປະຈຳ ນະຄອນໂຮ່ຈີມິນໄດ້ມອບໃຫ້ຜູ້ຕາງໜ້າຄະນະກຳມະການແນວໂຮມປະເທດຊາດຫວຽດນາມຢູ່ນະຄອນ 169 ລ້ານດົ່ງ ແລະ ເຄື່ອງໃຊ້ທີ່ຈໍາເປັນຈໍານວນໜຶ່ງ ທີ່ມີມູນຄ່າກວ່າ 120 ລ້ານດົ່ງ ໂດຍບັນດາວິສາຫະກິດອິນໂດເນເຊຍ ແລະ ຊາວອິນໂດເນເຊຍຢູ່ນະຄອນ ໜູນຊ່ວຍການປ້ອງກັນ ແລະຄວບຄຸມພະຍາດ COVID-19.

ຈີນເປັນຕະຫຼາດນຳເຂົ້າລາຍໃຫຍ່ທີ່ສຸດຂອງຫວຽດນາມໃນ 9 ເດືອນຜ່ານມາ

ຈີນເປັນຕະຫຼາດນຳເຂົ້າລາຍໃຫຍ່ທີ່ສຸດຂອງຫວຽດນາມໃນ 9 ເດືອນຜ່ານມາ

ຍສໝ - ອີງຕາມກົມໃຫຍ່ສະຖິຕິແລ້ວ, ຈີນເປັນຕະຫຼາດນໍາເຂົ້າລາຍໃຫຍ່ທີ່ສຸດຂອງຫວຽດນາມໃນ 9 ເດືອນຜ່ານມາ, ດ້ວຍວົງເງິນການຄ້າ ບັນລຸ 81,3 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 41,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ສັກຢາກັນພະຍາດໂຄວິດ-19 ໃຫ້ແກ່ນັກສຶກສາລາວເກືອບ 300 ຄົນ

ສັກຢາກັນພະຍາດໂຄວິດ-19 ໃຫ້ແກ່ນັກສຶກສາລາວເກືອບ 300 ຄົນ

ຍສໝ - ວັນທີ 29 ກັນຍາ, ທີ່ສູນສາທາລະນະສຸກ ຕາແສງ ຕືເຊີນ, ແຂວງ ບັກນິງ, ມະຫາວິທະຍາໄລທຸລະກິດ ແລະເຕັກໂນໂລຍີຮ່າໂນ້ຍ ສົມທົບກັບຄະນະຊີ້ນໍາການປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19 ຂອງແຂວງບັກນິງ ໄດ້ຈັດການສັກຢາກັນພະຍາດໂຄວິດ -19 ໃຫ້ກັບນັກສຶກສາລາວເກືອບ 300 ຄົນ ທີ່ພວມດໍາລົງຊີວິດ ແລະຮໍ່າຮຽນຢູ່ໂຮງຮຽນ.

ຫວຽດນາມ ຮຽກຮ້ອງການຫຼຸດຜ່ອນອາວຸດນິວເຄຼຍ

ຫວຽດນາມ ຮຽກຮ້ອງການຫຼຸດຜ່ອນອາວຸດນິວເຄຼຍ

ຍສໝ - ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຢັ້ງຢືນນະໂຍບາຍຂອງ ຫວຽດນາມກ່ຽວກັບຕ້ານການເຜີຍແຜ່ ແລະ ຫຼຸດຜ່ອນອາວຸດນິວເຄຼຍ, ທ່ານເນັ້ນໜັກວ່າ ຫວຽດນາມ ໄດ້ເຂົ້າຮ່ວມ, ປະຕິບັດບັນດາພັນທະຕາມບັນດາສົນທິສັນຍາສາກົນຢ່າງຄົບຖ້ວນ...

ລັດ​ຖະ​ບານເຫັນດີ​ຊື້​ວັກ​ຊິນ Vero Cell ຂອງ Sinopharm 20 ລ້ານ​ໂດ​ສ

ລັດ​ຖະ​ບານເຫັນດີ​ຊື້​ວັກ​ຊິນ Vero Cell ຂອງ Sinopharm 20 ລ້ານ​ໂດ​ສ

ຍ​ສ​ໝ - ລັດ​ຖະ​ບານ​ຫາ​ກໍ່​ປະ​ກາດ​ໃຊ້​ມະ​ຕິ​ເລກ​ທີ 110/NQ-CP ກ່ຽວ​ກັບ​ການ​ສັ່ງ​ຊື້​ວັກ​ຊິນ​ກັນ​ໂຄວິດ -19 Vero Cell ຂອງ​ກຸ່ມ​ບໍ​ລິ​ສັດ Sinopharm, ປະ​ເທດ​ຈີນ.

ຫວຽດນາມ ພ້ອມແລ້ວທີ່ຈະເປັນສູນກາງປະດິດສ້າງດ້ານອາຫານ

ຫວຽດນາມ ພ້ອມແລ້ວທີ່ຈະເປັນສູນກາງປະດິດສ້າງດ້ານອາຫານ

ຍສໝ - ນັ້ນແມ່ນຄຳຢືນຢັນຂອງອທ່ານປະທານປະເທດ ຫງວຽນຊວນຟຸກ ໃນບົດກ່າວປາໄສຕໍ່ກອງປະຊຸມສຸດຍອດ ຂອງສະຫະປະຊາຊາດ ກ່ຽວກັບລະບົບອາຫານ ດ້ວຍຮູບການອອນໄລ.

ສື່ມວນຊົນລັດເຊຍ: ຫວຽດນາມ ແມ່ນປະເທດມີຄວາມຮັບຜິດຊອບຕໍ່ການພັດທະນາແບບຍືນຍົງຂອງໂລກ

ສື່ມວນຊົນລັດເຊຍ: ຫວຽດນາມ ແມ່ນປະເທດມີຄວາມຮັບຜິດຊອບຕໍ່ການພັດທະນາແບບຍືນຍົງຂອງໂລກ

ບົດຂຽນໄດ້ເນັ້ນໜັກພິເສດເຖິງບັນດາການເຄື່ອນໄຫວຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ທີ່ສັບປະດາຂັ້ນສູງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 76.

ຈີນ ສືບຕໍ່ນຳເຂົ້າໝາກມັງກອນຂອງຫວຽດນາມ ແຕ່ວັນທີ 22 ກັນຍາ

ຈີນ ສືບຕໍ່ນຳເຂົ້າໝາກມັງກອນຂອງຫວຽດນາມ ແຕ່ວັນທີ 22 ກັນຍາ

ຍສໝ - ຂໍ້ມູນຈາກດ່ານພາສີກວາງນິງ ໃຫ້ຮູ້ວ່າ: ນັບແຕ່ເວລາ 23 ໂມງຂອງວັນທີ 22 ກັນຍາ, ຝ່າຍຈີນ ໄດ້ສືບຕໍ່ນຳເຂົ້າໝາກມັງກອນຂອງຫວຽດນາມ ພາຍຫຼັງຢຸດຊົ່ວຄາວເປັນເວລາຫຼາຍມື້ ຍ້ອນເຫດຜົນທີ່ກ່ຽວຂ້ອງກັບການວິເຄາະ COVID-19 ຢູ່ຕົວຢ່າງທີ່ເອົາຈາກການຫຸ້ມຫໍ່, ສິນຄ້າທີ່ນຳເຂົ້າ.

ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ເກີ່ນເທີ ໄດ້ມອບໃບຍ້ອງຍໍໃນວຽກງານການປ້ອງກັນພະຍາດໂຄວິດ-19

ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ເກີ່ນເທີ ໄດ້ມອບໃບຍ້ອງຍໍໃນວຽກງານການປ້ອງກັນພະຍາດໂຄວິດ-19

ຍສໝ - ດ້ວຍບັນດາການປະກອບສ່ວນອັນຕັ້ງໜ້າໃນການປ້ອງກັນການລະບາດຂອງພະຍາດ Covid-19 ຢູ່ນະຄອນ ເກີ່ນເທີ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ເກີ່ນເທີ (ສະຫະພັນ ເກີ່ນເທີ) ຫາກໍ່ໄດ້ຮັບໃບຍ້ອງຍໍຈາກປະທານຄະນະກໍາມະການປະຊາຊົນນະຄອນ ເກີ່ນເທີ.

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃນຄວາມມານະພະຍາຍາມຮັກສາສັນຕິພາບຂອງ ສປຊ ຢູ່ຊູດັງໃຕ້

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃນຄວາມມານະພະຍາຍາມຮັກສາສັນຕິພາບຂອງ ສປຊ ຢູ່ຊູດັງໃຕ້

ຫວ່າງແລ້ວນີ້, ທີ່ນິວຢອກ, ອາເມລິກາ, ທ່ານ ຟານດິ່ງຈາກ, ຫົວໜ້າຄະນະຮັບຜິດຊອບວຽກງານພາຍໃນສູນກາງພັກໄດ້ຕ້ອນຮັບທ່ານ Rebecca Nyandeng De Mabior ຮອງປະທານາທິບໍດີຊູດັງໃຕ້.

IMF ຈະໜູນຊ່ວຍຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກຂອງໂລກລະບາດໂຄວິດ-19

IMF ຈະໜູນຊ່ວຍຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກຂອງໂລກລະບາດໂຄວິດ-19

ຍສໝ - ທີ່ການພົບປະກັບ ທ່ານຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) Kristalina Georgieva, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຕີລາຄາສູງການຮ່ວມມືຂອງ IMF ກັບຫວຽດນາມໃນການພັດທະນາເສດຖະກິດ-ສັງຄົມ ແລະ ເຊື່ອມໂຍງເຂົ້າກັບສາກົນ ພ້ອມກັນນັ້ນ ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ກໍ່ໄດ້ສະແດງຄວາມຂອບອົກຂອບໃຈ IMF ທີ່ໄດ້ຮ່ວມແຮງຮ່ວມໃຈກັບຫວຽດນາມໃນວິວັດການຮັບມືກັບການລະບາດຂອງພະຍາດ COVID-19.

ການພົບປະຂັ້ນສູງຫວຽດນາມ-ລາວ-ກໍາປູເຈຍ

ການພົບປະຂັ້ນສູງຫວຽດນາມ-ລາວ-ກໍາປູເຈຍ

ວັນທີ 26 ກັນຍາ 2021, ທີ່ສໍານັກງານສູນກາງພັກ, ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມູນິດຫວຽດນາມ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະທ່ານ Hun Sen ປະທານພັກປະຊາຊົນກໍາປູເຈຍ, ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກກໍາປູເຈຍ ໄດ້ມີການພົບປະຂັ້ນສູງຫວຽດນາມ-ລາວ-ກໍາປູເຈຍ.

ຫວຽດນາມ ໄດ້ຮັບການເລືອກຕັ້ງເຂົ້າເປັນສະມາຊິກສະພາຜູ້ວ່າການ ອາຍຸການ 2021 – 2023 ກອງປະຊຸມສະມັດຊາໃຫຍ່ IAEA ຊຸດທີ 65

ຫວຽດນາມ ໄດ້ຮັບການເລືອກຕັ້ງເຂົ້າເປັນສະມາຊິກສະພາຜູ້ວ່າການ ອາຍຸການ 2021 – 2023 ກອງປະຊຸມສະມັດຊາໃຫຍ່ IAEA ຊຸດທີ 65

ບັນດາຜູ້ແທນ IAEA ໄດ້ເຫັນດີເລືອກຕັ້ງທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ ເປັນຮອງປະທານ ສະມັດຊາໃຫຍ່ IAEA ຊຸດທີ 65 ແລະ ບັນດາປະເທດສະມາຊິກກໍເຫັນດີເປັນເອກະພາບເລືອກຕັ້ງ ຫວຽດນາມ ເຂົ້າເປັນສະມາຊິກ ສະພາຜູ້ວ່າການ, ອາຍຸການ 2021 - 2023.

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ

ວັນທີ 25 ກັນຍາ, ທ່ານ ບຸ່ຍແທັງເຊິນ ລັດຖະມົນຕີຕ່າງປະເທດຫວຽດນາມ ເລີ່ມຕົ້ນການຢ້ຽມຢາມສະຫະພັນລັດເຊຍ. ການຢ້ຽມຢາມເພື່ອແນໃສ່ຢັ້ງຢືນການເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດແມ່ນບູລິມະສິດຂອງຫວຽດນາມ.

ນັກ​ຊ່ຽວ​ຊານ ລັດ​ເຊຍ ຕີ​ລາ​ຄາວ່າ ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ​ມີ​ຄ​ວາມ​ຮັບ​ຜິດ​ຊອບ​ຂອງ ສ​ປ​ຊ

ນັກ​ຊ່ຽວ​ຊານ ລັດ​ເຊຍ ຕີ​ລາ​ຄາວ່າ ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ​ມີ​ຄ​ວາມ​ຮັບ​ຜິດ​ຊອບ​ຂອງ ສ​ປ​ຊ

ບົດຂຽນໄດ້ຕີລາຄາກ່ຽວກັບບົດບາດ, ທີ່ຕັ້ງສາກົນ ກໍຄືບັນດາຜົນງານພົ້ນເດັ່ນຂອງ ຫວຽດນາມ ໃນຫຼາຍປີຜ່ານມາ, ພ້ອມທັງເນັ້ນໜັກເຖິງລາຍການເຮັດວຽກຢ່າງມີປະສິດທິຜົນ ແລະ ຕັ້ງໜ້າຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ໃນກອງປະຊຸມສະມັດຊາໃຫຍ່ ສປຊ.

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ສິ້ນສຸດການເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫຍ່, ສປຊ ຊຸດທີ 76

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ສິ້ນສຸດການເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫຍ່, ສປຊ ຊຸດທີ 76

ການເຂົ້າຮ່ວມກອງປະຊຸມຢູ່ ສປຊ ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ບໍ່ພຽງແຕ່ເຮັດໃຫ້ບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ພົ້ນເດັ່ນຂຶ້ນໃນເຫດການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກເທົ່ານັ້ນ ຫາກຍັງສືບຕໍ່ນຳມາເຊິ່ງຜົນງານຢ່າງຮອບດ້ານນັບແຕ່ການທູດຫຼາຍຝ່າຍ, ສອງຝ່າຍ, ການທູດວັກຊິນ ຕະຫຼອດຮອດການສົ່ງເສີມການລົງທຶນ.

ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ

ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ

ຫວ່າງແລ້ວນີ້, ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ຈັດຊຸດບໍາລຸງສ້າງ, ຍົກສູງຄວາມຮູ້ກ່ຽວກັບ “ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ” ໃນສະພາບການໃໝ່ ແລະໜ້າທີ່ຂອງພວກເຮົາ.

ຫວຽດນາມ ນັບມື້ນັບຢັ້ງຢືນບົດບາດຂອງຕົນໃນບັນດາບັນຫາທົ່ວໂລກ

ຫວຽດນາມ ນັບມື້ນັບຢັ້ງຢືນບົດບາດຂອງຕົນໃນບັນດາບັນຫາທົ່ວໂລກ

ຍສໝ - ໜັງສືພິມ Washington Times (ອາເມລິກາ) ຫາກໍ່ລົງພິມບົດຄວາມທີ່ຕີລາຄາສູງບົດບາດຂອງຫວຽດນາມໃນບັນດາບັນຫາທົ່ວໂລກ, ພິເສດແມ່ນເປັນສະມາຊິກບໍ່ປະຈຳການ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ (UNSC) ສໍາລັບອາຍຸການ 2020-2021, ດ້ວຍການເປັນປະທານໝູນວຽນສະພາຄວາມໝັ້ນຄົງສະຫະປະຊາຊາດສອງຄັ້ງໃນອາຍຸການນີ້.

ADB ມີຄວາມປະເອີບໃຈ ກ່ຽວກັບແງ່ຫວັງໄລຍະກາງ ແລະ ໄລຍະຍາວຂອງເສດຖະກິດ ຫວຽດນາມ

ADB ມີຄວາມປະເອີບໃຈ ກ່ຽວກັບແງ່ຫວັງໄລຍະກາງ ແລະ ໄລຍະຍາວຂອງເສດຖະກິດ ຫວຽດນາມ

ຍສໝ - ໃນວັນທີ 22 ກັນຍານີ້, ທະນາຄານພັດທະນາອາຊີ (ADB) ໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອປະກາດບົດລາຍງານການອັບເດດແງ່ຫວັງການພັດທະນາອາຊີ (ADO) ປີ 2021.

ໂອມານ ມອບເງິນຊ່ວຍເຫຼືອປະຊາຊົນບາງແຂວງພາກກາງຫວຽດນາມ

ໂອມານ ມອບເງິນຊ່ວຍເຫຼືອປະຊາຊົນບາງແຂວງພາກກາງຫວຽດນາມ

ຕອນບ່າຍວັນທີ 23 ກັນຍາ, ທີ່ສໍານັກງານກະຊວງການຕ່າງປະເທດ, ທ່ານ ຟ້າມກວາງຮ້ຽວ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ ໄດ້ເປັນສັກຂີພິຍານພິທີມອບຮັບເງິນຊ່ວຍເຫຼືອຈຳນວນ 300.000 ໂດລາສະຫະລັດ ໂດຍທ່ານ Saleh Mohamed Ahmed Al Saqri ເອກອັກຄະລັດຖະທູດລາຊະອານາຈັກໂອມານ ປະຈໍາ ຫວຽດນາມ, ຕາງໜ້າລັດຖະບານ ແລະປະຊາຊົນແຫ່ງລາຊະອານາຈັກໂອມານ ມອບໃຫ້ຜູ້ຕາງໜ້າຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ເພື່ອໜູນຊ່ວຍປະຊາຊົນບາງແຂວງພາກກາງຫວຽດນາມ ຖືກຮັບຜົນສະທ້ອນຈາກພາຍຸນໍ້າຖ້ວມໃນໄລຍະຜ່ານມາ.

|< < 1 2 3 4 5 > >|
ເຫດການ
302 Found

Found

The document has moved here.