ສະ​ຫະ​ພັນ​ບານ​ເຕະຈີນຫ້າມ​ສື່​ມວນ​ຊົນຫວຽດ​ນາມປະ​ຕິ​ບັດ​ວຽກ​ງາ​ນ​ສື່ມວນ​ຊົນ​ຢູ່ UAE

11:30 | 06/10/2021

ຍ​ສ​ໝ - ສະ​ຫະ​ພັນ​ບານ​ເຕະຈີນມີ​ຄຳ​ຕັດ​ສິນ​ທີ່​ເຮັດ​ໃຫ້​ສື່ມວນ​ຊົນຫວຽດ​ນາມທີ່​ພວມ​ປະ​ຕິ​ບັດ​ວຽກ​ງານ​ສື່ມວນ​ຊົນຢູ່ UAE ຕົກສະເງີ້.

ທິມ​ບານ​ເຕະ Futsal ຫວຽດ​ນາມ ພົບ​​ກັບ​ທິມ​ບານ​ເຕະ Brazil ໃນ​ນັດ​​ແຂ່ງ​ຂັນທຳ​ອິດ​ຂອງ​ຮອບ​ຊິງ​ຊະ​ນະ​ເລີດ Futsal World Cup 2021 ທິມ​ບານ​ເຕະ Futsal ຫວຽດ​ນາມ ພົບ​​ກັບ​ທິມ​ບານ​ເຕະ Brazil ໃນ​ນັດ​​ແຂ່ງ​ຂັນທຳ​ອິດ​ຂອງ​ຮອບ​ຊິງ​ຊະ​ນະ​ເລີດ Futsal World Cup 2021
FIFA ຍ້ອງ​ຍໍ​ທິມ​ຊາດ​ບານ​ເຕະ​ຫວຽດ​ນາມ ທີ່ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຮອບ​ຄັດ​ເລືອກ World Cup 2022 ດ້ວຍຄວາມຕັດສິນໃຈຢ່າງ​ອົງ​ອາດ​ກ້າ​ຫານ FIFA ຍ້ອງ​ຍໍ​ທິມ​ຊາດ​ບານ​ເຕະ​ຫວຽດ​ນາມ ທີ່ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຮອບ​ຄັດ​ເລືອກ World Cup 2022 ດ້ວຍຄວາມຕັດສິນໃຈຢ່າງ​ອົງ​ອາດ​ກ້າ​ຫານ
ສະ​ຫະ​ພັນ​ບານ​ເຕະຈີນຫ້າມ​ສື່​ມວນ​ຊົນຫວຽດ​ນາມປະ​ຕິ​ບັດ​ວຽກ​ງາ​ນ​ສື່ມວນ​ຊົນ​ຢູ່ UAE
​ຜູ້​ປ້ອງ​ກັນ​ບໍ່​ອະ​ນຸ​ຍາດ​ໃຫ້​ນັກ​ຂ່າວ ຫວຽດ​ນາມ ເຂົ້າ​ເດີ່ນ​ຝຶກ​ແອບ (ພາບ: baohatinh.vn)

ກ່ອນ​ທີ່​ຈະ​ເລີ່ມ​ຕົ້ນ​ມື້​ຝຶກຊ້ອມ​ທີ 2 ຂອງທິມ​ຊາດຫວຽດ​ນາມຢູ່ Sharjah, ບັນ​ດາ​ພະ​ນັກ​ງານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ເດີ່ນ​ຝຶກ​ຊ້ອມໄດ້​ຮຽກ​ຮ້ອງວົງ​ການ​ສື່ມວນ​ຊົນຫວຽດ​ນາມບໍ່ໃຫ້​​ເຂົ້າ​​ເດີ່ນ. ໂດຍ​ບໍ່​ຫົວ​ຊາ​ຕໍ່​ການ​ມີສ່ວນ​ຂອງ​ຜູ້​ຕາງ​ໜ້າ VFF, ຖັນ​ແຖວປ້ອງ​ກັນ​ຢູ່​ເດີ່ນ​ຍັງ​ປະ​ຕິ​ເສດການໃຫ້​ສື່ມວນ​ຊົນຫວຽດ​ນາມເຂົ້າ​ເດີ່ນ​ປະ​ຕິ​ບັດ​ວຽກ​ງານ​ສື່ມວນ​ຊົນ.

ຕາມ​ການ​ອະ​ທິ​ບາຍຈາກ​ຝ່າຍ​ຄະ​ນະ​ຄຸ້ມ​ຄອງ​ເດີ່ນແລ້ວ, ນີ້​ແມ່​ຄຳ​ຮຽກ​ຮ້ອ​ງຈາກ​ສ​ະ​ຫະ​ພັນ​ບາ​ນ​ເຕະຈີນຍ້ອນ​ຢາກ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ຍ້ອນ​ບັນ​ດາ​ນັກ​ຂ່າວ​ຫ​ວຽດ​ນາມບໍ່​ນອນ​ໃນກຸ່ມກິນ​ຢູ່​​, ເດີນ​ທາງ​ໄປ​ມານຳ​ກັນ, ພ້ອມ​ກັນ​ວິ​ໄຈ PCR ກັບ​ທິມ​ບານ​ເຕະ​ດັ່ງ​ນັ້ນຖືກ​ຫ້າມ​ບໍ່​ໄດ້​ປະ​ຕິ​ບັດ​ວຽກ​ງານ​ສື່ມວນ​ຊົນໃນ​ການ​ຝຶກ​ຊ້ອມ​ຂອງທິ​ມ​ຊາດຫວຽດ​ນາມ. ຝ່າຍ​ສະ​ຫະ​ພັນ​ບານ​ເຕະຈີນຮຽກ​ຮ້ອງ​ວ່າການ​ຝຶກ​ຊ້ອມ​ຈະໄດ້​ດຳ​ເນີນ​ລັບ​ກັບ​ສື່ມວນ​ຊົນ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19. ວົງ​ການ​ສື່ມວນ​ຊົນ​ຫວຽດ​ນາມທີ່ມີບັດອາດ​​ປະ​ຕິ​ບັດ​ໜ້າທີ່​ຄືນ​ໃໝ່​ໃນ​ວັນ​ທີ 4 ຕຸ​ລາເມື່ອ​ຄະ​ນະ​ການ​ນຳ AFC ມາ​ຍັງ UAE ແລະ​ ຍົກ​ອອກ​ຂ​ໍ້​ຕົກ​ລົງ​ສຸດ​ທ້າຍ” ຜູ້​ຕາງ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ເດີ່ນ​ໃຫ້​ຮູ້​ວ່າ:

ໂດຍ​ໄດ້​ຮ​ູ້​ວ່າຄຳ​ຕັດ​ສິນບໍ່​ໃຫ້​ສື່ມວນ​ຊົນຫວຽດ​ນາມປະ​ຕິ​ບັດ​ວຽກ​ງານ​ສື່ມວນ​ຊົນບໍ່​ໄດ້​ຮັບ​ການແຈ້ງ​ກ່ອນຈາກ​ສະ​ຫະ​ພັນ​ບານ​ເຕະ​ຈີນ. ສິ່ງນີ້​ກໍ່​ຄວາມ​ຫຍ​ຸ້ງ​ຍາກຫຼາຍ​ຢ່າງ​ໃຫ້​ແກ່​ບັນ​ດາ​ນັກ​ຂ່າວ​ທີ່​ເດີນ​ທາງ​ແຕ່​ຫວຽດ​ນາມໄປ​ຍັງ UAE ເພື່ອເກັບ​ຂ່າວ​ກ່ຽວ​ກັບທິມ​ຊາດ​ຫວຽດ​ນາມໃນ​ການ​ກະ​ກຽມ​ໃຫ້​ແກ່​ນັດ​ເຕະ​ກັບ​ຈີນໃນ​ວັນ​ທີ 7 ຕຸ​ລາ.

ໃນ​ນັດ​ເຕະ​ຈະ​ມາ​ເຖິງ, ຈີນໄດ້​ຮັບ​ຖື​ວ່າແມ່ນ​ປະ​ເທດ​ເຈົ້າ​ພາບດັ່​ງ​ນັ້ນ​ຄະ​ນະ​ຄຸ້ມ​ຄອງ​ເດີ່ນຢູ່ UAE ຈຳເປັນ​ຕ້ອງ​ປະ​ຕິ​ບັດ​ຕາມ​ຄຳ​ຮຽກ​ຮ້ອງ. ຕາມ​ການ​ຊອກ​ຮູ້​ແລ້ວ, ບັນ​ດາ​ພະ​ນັກ​ງານ​ສື່ມວນ​ຊົນ​ຂອງທິມ​ຊາດ​ຈີນກໍ່​ຕ້ອງ​ປະ​ຕິ​ບັດ​ຕາມຫຼາຍຫຼັກ​ການ​ທີ່​ເຂັ້ມ​ງວດ. ນັບ​ທັງ​ໃນ​ນັດ​ເຕະ​ມິດ​ຕະ​ພາບກັບ​ຊີ​ຣີທີ່​ຜ່ານ​ມາ, ບັນ​ດາ​ພະ​ນັກ​ງານ​ສື່ມວນ​ຊົນ​ກໍ່​ບໍ່​ໄດ້​ມີ​ໜ້າ​ຢູ່​ເດີ່ນ.

ນັດ​ເຕະ​ລະ​ຫວ່າງຈີນແລະຫວຽດ​ນາມຈະ​ດຳ​ເນີນ​ໃນ​ເວ​ລາ 21 ໂມງ ​ຂອງ ວັນ​ທີ 7 ຕຸ​ລາ (ຕາມ​ເວ​ລາທ້ອງ​ຖິ່ນ), ກົງ​ກັບ​ເວ​ລາ 00 ໂມງ 00 ນາ​ທີ (ຕາມ​ເວ​ລາຫວຽດ​ນາມ) ຂອງວັນ​ທີ 8 ຕຸ​ລາ ຢູ່​ເດີນ Sharjah.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.