| ຫວຽດນາມ ປະສົບຜົນສຳເລັດໃນການຜະລິດວັກຊີນ Sputnik V ຊຸດທຳອິດ | |
| ຫວຽດນາມ ໄດ້ຮັບການເລືອກຕັ້ງເຂົ້າເປັນສະມາຊິກສະພາຜູ້ວ່າການ ອາຍຸການ 2021 – 2023 ກອງປະຊຸມສະມັດຊາໃຫຍ່ IAEA ຊຸດທີ 65 |
ສືບຕໍ່ເຂົ້າຮ່ວມການປຶກສາຫາລືລະດັບສູງຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ, ໃນຕອນເຊົ້າຂອງວັນທີ 24 ກັນຍາ, ໃນບົດກ່າວປາໄສທີ່ບັນທຶກໄວ້ລ່ວງໜ້າ ຈະສົ່ງໄປກອງປະຊຸມສຸດຍອດດ້ວຍຮູບການອອນໄລ ຂອງສະຫະປະຊາຊາດ ກ່ຽວກັບລະບົບອາຫານ ໂດຍ ທ່ານເລຂາທິການໃຫຍ່ António Guterres ເປັນປະທານ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຢືນຢັນຄວາມພ້ອມຂອງຫວຽດນາມ ເພື່ອກາຍເປັນ “ສູນກາງປະດິດສ້າງດ້ານອາຫານ” ຢູ່ພາກພື້ນ.
![]() |
| ທ່ານປະທານປະເທດຫງວຽນຊວນຟຸກ. ພາບ:TTXVN |
ທ່ານປະທານປະເທດຫງວຽນຊວນຟຸກ ເນັ້ນໜັກວ່າ ຢູ່ຫວຽດນາມ, ຄວາມໝັ້ນຄົງດ້ານສະບຽງອາຫານ ແມ່ນພື້ນຖານເພື່ອລົບລ້າງຄວາມທຸກຍາກ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ເປັນໂອກາດພັດທະນາກະສິກຳຕາມທິດ “ຈະແຈ້ງ, ມີຄວາມຮັບຜິດຊອບ, ຍືນຍົງ”.
ຈາກປະສົບການຂອງຫວຽດນາມ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ສະເໜີ 6 ວິທີແກ້ໄຂ ເພື່ອຫັນປ່ຽນລະບົບອາຫານການກິນໄປຕາມທິດຍືນຍົງ:
1. ຮັບປະກັນການພັດທະນາກະສິກໍາສີຂຽວ, ມີການປ່ອຍອາຍພິດຕ່ຳ, ປັບຕົວເໝາະສົມກັບການປ່ຽນແປງດິນຟ້າອາກາດ ແລະ ການຜັນແປທີ່ສັບສົນຂອງການແຜ່ລະບາດຂອງພະຍາດ COVID-19.
2. ການລົງທຶນພັດທະນາພື້ນຖານໂຄງລ່າງດ້ານກະສິກໍາ, ຮັບໃຊ້ການຜະລິດ ແລະ ການພັດທະນາເສດຖະກິດຊົນນະບົດຢ່າງຄົບຊຸດ.
3. ສົ່ງເສີມບົດບາດເຈົ້າການຂອງຊາວກະສິກອນ.
4. ຊຸກຍູ້ໃຫ້ພາກເອກະຊົນ ເຂົ້າຮ່ວມການລົງທຶນທີ່ມີຄວາມຮັບຜິດຊອບ.
5. ປະດິດສ້າງ ແລະ ການນຳໃຊ້ຄວາມກ້າວໜ້າທາງດ້ານເຕັກນິກ.
6. ທະວີຄູນຮູບແບບຮ່ວມມືພາກລັດ-ເອກະຊົນຢ່າງມີປະສິດທິພາບ.
ຮູບແບບຄວາມໝັ້ນຄົງດ້ານສະບຽງອາຫານຕົວຈິງ ຢູ່ຫວຽດນາມມີຊື່ເອີ້ນວ່າ "ສວນຄົວຂອງຂ້ອຍ", ເຊິ່ງເປັນຕົວແບບປະດິດສ້າງໃນການແບ່ງປັນຄຸນຄ່າ, ຄວາມຮັບຜິດຊອບ, ການກະທໍາ ແລະ ຜົນປະໂຫຍດ. ຫວຽດນາມ ເຕັມໃຈທີ່ຈະແບ່ງປັນປະສົບການ ແລະ ຮຽກຮ້ອງໃຫ້ມີການສະໜັບສະໜູນຈາກປະຊາຄົມສາກົນ ເພື່ອຂະຫຍາຍແບບແຜນການລິເລີ່ມນີ້່.
ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີບັນດາປະເທດຕ້ອງເປີດກວ້າງການຮ່ວມມືສາກົນ ໃນການຄົ້ນຄວ້າ, ຄາດຄະເນ ແລະ ສ້າງລະບົບຂໍ້ມູນຂ່າວສານ ເພື່ອເຕືອນຄວາມສ່ຽງກ່ຽວກັບໄພພິບັດທໍາມະຊາດ, ໂລກລະບາດ ແລະ ການຄຸ້ມຄອງບັນດາແຫຼ່ງຊັບພະຍາກອນທີ່ດິນ, ປ່າໄມ້, ນໍ້າ, ຊີວະສາດນາໆພັນ, ແຫຼ່ງນໍ້າຂ້າມຊາຍແດນ ແລະ ຊັບພະຍາກອນທະເລ ແບບຍືນຍົງ.
ຄຳຮຸ່ງ
