ຈີນ ສືບຕໍ່ນຳເຂົ້າໝາກມັງກອນຂອງຫວຽດນາມ ແຕ່ວັນທີ 22 ກັນຍາ

18:30 | 27/09/2021

ຍສໝ - ຂໍ້ມູນຈາກດ່ານພາສີກວາງນິງ ໃຫ້ຮູ້ວ່າ: ນັບແຕ່ເວລາ 23 ໂມງຂອງວັນທີ 22 ກັນຍາ, ຝ່າຍຈີນ ໄດ້ສືບຕໍ່ນຳເຂົ້າໝາກມັງກອນຂອງຫວຽດນາມ ພາຍຫຼັງຢຸດຊົ່ວຄາວເປັນເວລາຫຼາຍມື້ ຍ້ອນເຫດຜົນທີ່ກ່ຽວຂ້ອງກັບການວິເຄາະ COVID-19 ຢູ່ຕົວຢ່າງທີ່ເອົາຈາກການຫຸ້ມຫໍ່, ສິນຄ້າທີ່ນຳເຂົ້າ.

ເປີດກາລະໂອກາດຮ່ວມມືລະຫວ່າງ ຫວຽດນາມ-ອາເມລິກາ ໃນຂົງເຂດກະສິກໍາ ເປີດກາລະໂອກາດຮ່ວມມືລະຫວ່າງ ຫວຽດນາມ-ອາເມລິກາ ໃນຂົງເຂດກະສິກໍາ
ລາວ ເລີ່ມ​ຕົ້ນ​ໂຄງ​ການ​ພັດ​ທະ​ນາກຳ​ລັງ​ຄວາມສາ​ມາດ​​ດ້ານກະ​ສິ​ກຳ ລາວ ເລີ່ມ​ຕົ້ນ​ໂຄງ​ການ​ພັດ​ທະ​ນາກຳ​ລັງ​ຄວາມສາ​ມາດ​​ດ້ານກະ​ສິ​ກຳ

ໃນວັນທີ 21 ກັນຍາ, ທີ່ຈຸດສົ່ງອອກສິນຄ້າ ຢູ່ຂົວທຸ່ນຊົ່ວຄາວ Km3+4, ເມືອງຫາຍອ່ຽນ, ນະຄອນ ໝ້ອງກ້າຍ (ກວາງນິງ) - ບ່ອນທີ່ໝາກມັງກອນ ຖືກສົ່ງອອກເປັນປົກກະຕິຈາກຫວຽດນາມ ໄປຍັງເມືອງ ໂດງຊິງ (ປະເທດຈີນ), ບັນດາກໍາລັງທີ່ມີໜ້າທີ່ກ່ຽວຂ້ອງ ໄດ້ເຮັດວຽກຢ່າງລຽນຕິດເພື່ອຂົນສົ່ງຕູ້ຄອນເທນເນີບັນທຸກຜະລິດຕະພັນກະເສດ ຜ່ານດ່ານນັບສິບຖ້ຽວ ໄປຍັງປະເທດຈີນ. ໃນນັ້ນ ສ່ວນໃຫຍ່ແມ່ນບັນດາປະເພດອາຫານທະເລ, ໝາກໄມ້ ແລະ ສິນຄ້າແຫ້ງ ເຊັ່ນ: ແປ້ງເຂົ້າຈີ່. ສະເພາະປະເພດໝາກມັງກອນ ແມ່ນຍັງບໍ່ທັນໄດ້ຜ່ານດ່ານ, ເພາະວ່າ ປະເທດຈີນ ຍັງບໍ່ທັນໄດ້ເປີດປະຕູຄືນສໍາລັບລາຍການນີ້.

ຈີນ ສືບຕໍ່ນຳເຂົ້າໝາກມັງກອນຂອງຫວຽດນາມ ແຕ່ວັນທີ 22 ກັນຍາ
ຈີນ ສືບຕໍ່ນຳເຂົ້າໝາກມັງກອນຂອງຫວຽດນາມ ແຕ່ວັນທີ 22 ກັນຍາ. (ພາບ: cafeF)

“ປະຈຸບັນ, ພວກຂ້າພະເຈົ້າຍັງມີໝາກມັງກອນ 29 ຕູ້ຄອນເທນເນີຈອດຢູ່ບໍລິເວນລໍຖ້າ. ລົດບັນທຸກແຕ່ລະຄັນບັນທຸກໝາກມັງກອນປະມານ 26-28 ໂຕນ ແລະ ໄດ້ເກັບຮັກສາໄວ້ເປັນຢ່າງດີ, ລໍຖ້າອີກ 2 ມື້ ເພື່ອຜ່ານດ່ານ. ກ່ອນໜ້ານັ້ນ, ລົດບັນທຸກຫຼາຍຄັນ ທີ່ບັນຈຸໝາກມັງກອນ ໄດ້ຫັນໄປຫາ ແຂວງລ້າງເຊີນ ເພື່ອສົ່ງອອກສິນຄ້າ ເມື່ອໄດ້ຮັບຂໍ້ມູນວ່າ ປະເທດຈີນ ນໍາເຂົ້າໝາກມັງກອນ ຜ່ານຂົວທຸ່ນ”, ຜູ້ຕາງໜ້າດ່ານພາສີເມືອງໝ້ອງກ້າຍ ກ່າວ.

ກໍ່ກ່ຽວຂ້ອງກັບຂໍ້ມູນຂ່າວຂອງງວດໝາກມັງກອນທີ່ມີຕົວຢ່າງເປັນບວກກັບພະຍາດ SARS-CoV-2, ກໍາລັງທີ່ມີໜ້າທີ່ຂອງຄະນະຄຸ້ມຄອງດ່ານຊາຍແດນສາກົນ ເມືອງໝ້ອງກ້າຍ ໄດ້ຕິດຕາມອາການ ແລະ ກວດຫາການເດີນທາງຄົນຂັບລົດ, ຈຸຄົນງານແບກເຄື່ອງ, ຄົນທີ່ກ່ຽວຂ້ອງ ແລະ ໃຫ້ໄປປະຕິບັດການແຍກປ່ຽວເປັນເວລາ 14 ວັນ. ມາຮອດປັດຈຸບັນ, ທຸກກໍລະນີທີ່ມີການພົວພັນກັບການຂົນສົ່ງຂ້າງເທິງ ລ້ວນແຕ່ມີຜົນເປັນລົບແລ້ວ.

ໂດຍອະທິບາຍກ່ຽວກັບຂັ້ນຕອນການນຳເຂົ້າຜະລິດຕະພັນກະເສດຂອງປະເທດຈີນ, ຜູ້ຕາງໜ້າດ່ານພາສີເມືອງມອງກາຍ ກ່າວວ່າ: ຫຼັງຈາກສິນຄ້າຖືກສົ່ງຜ່ານດ່ານຊາຍແດນ, ຝ່າຍຈີນ ຈະກວດກາ. ຖ້າກວດພົບມີສັນຍານທີ່ກ່ຽວຂ້ອງກັບ SARS-CoV-2, ປະເທດຈີນ ຈະອອກແຈ້ງການຢຸດຕິການນໍາເຂົ້າສິນຄ້ານັ້ນຊົ່ວຄາວເປັນເວລາ 1 ອາທິດ.

ແນວໃດກໍ່ຕາມ, ຖ້າສືບຕໍ່ກວດພົບ SARS-CoV-2 ຕໍ່ສິນຄ້າອື່ນໆ, ຝ່າຍຈີນ ຈະຕໍ່ກຳນົດເວລາການໂຈະຊົ່ວຄາວການຜ່ານດ່ານນໍາເຂົ້າອີກໜຶ່ງອາທິດສໍາລັບລາຍການສິນຄ້ານັ້ນ. ໃນກໍລະນີກວດພົບສິນຄ້າທີ່ມີຜົນເປັນບວກກັບພະຍາດ SARS-CoV-2 ເປັນ 3 ຄັ້ງ, ລາຍການສິນຄ້ານັ້ນ ຈະຖືກໂຈະການໃຫ້ຜ່ານດ່ານເປັນເວລາ 4 ອາທິດ.

ກ່ອນໜ້ານີ້, ໃນວັນທີ 15 ກັນຍາ, ແຂວງກວາງຊີຂອງຈີນ ໄດ້ປະກາດໂຈະການຜ່ານດ່ານ ສໍາລັບໝາກມັງກອນທີ່ສົ່ງອອກຈາກຫວຽດນາມ ຜ່ານຈຸດສົ່ງອອກຢູ່ທີ່ຂົວທຸ່ນຊົ່ວຄາວ Km3+4, ເມືອງຫາຍອ່ຽນ, ຕົວເມືອງ ໝ້ອງກ້າຍ (ກວາງນິງ) ນັບແຕ່ວັນທີ 15 ກັນຍາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.