IMF ຈະໜູນຊ່ວຍຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກຂອງໂລກລະບາດໂຄວິດ-19

11:25 | 27/09/2021

ຍສໝ - ທີ່ການພົບປະກັບ ທ່ານຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) Kristalina Georgieva, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຕີລາຄາສູງການຮ່ວມມືຂອງ IMF ກັບຫວຽດນາມໃນການພັດທະນາເສດຖະກິດ-ສັງຄົມ ແລະ ເຊື່ອມໂຍງເຂົ້າກັບສາກົນ ພ້ອມກັນນັ້ນ ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ກໍ່ໄດ້ສະແດງຄວາມຂອບອົກຂອບໃຈ IMF ທີ່ໄດ້ຮ່ວມແຮງຮ່ວມໃຈກັບຫວຽດນາມໃນວິວັດການຮັບມືກັບການລະບາດຂອງພະຍາດ COVID-19.

ກອງທຶນເງິນຕາສາກົນ (IMF):ຫວຽດ​ນາມ ​ຈະ​ບັນ​ລຸ​ການ​ເຕີບ​ໂຕ GDP ໄວ​ກ່​ວາ​ໝູ່​ໃນ​ອາ​ຊຽນ ໃນ​ປີ 2022 ກອງທຶນເງິນຕາສາກົນ (IMF):ຫວຽດ​ນາມ ​ຈະ​ບັນ​ລຸ​ການ​ເຕີບ​ໂຕ GDP ໄວ​ກ່​ວາ​ໝູ່​ໃນ​ອາ​ຊຽນ ໃນ​ປີ 2022
IMF ຍ້ອງຍໍຜົນງານຂອງຫວຽດນາມ ໃນການປ້ອງກັນ ແລະ ຕ້ານການລະບາດຂອງ COVID-19 IMF ຍ້ອງຍໍຜົນງານຂອງຫວຽດນາມ ໃນການປ້ອງກັນ ແລະ ຕ້ານການລະບາດຂອງ COVID-19
IMF ຈະໜູນຊ່ວຍຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກຂອງໂລກລະບາດໂຄວິດ-19
IMF ຈະໜູນຊ່ວຍຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກຂອງໂລກລະບາດໂຄວິດ-19. ພາບ: TTXVN

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ກໍ່ສະແດງຄວາມຊົມເຊີຍ IMF ສໍາລັບການປະສານງານກັບທະນາຄານໂລກ (WB), ອົງການອະນາໄມໂລກ (WHO) ແລະ ອົງການການຄ້າໂລກ (WTO) ເພື່ອສ້າງຕັ້ງກົນໄກກຸ່ມປະຕິບັດງານພິເສດກ່ຽວກັບວັກຊີນກັນ COVID-19 ເພື່ອຊຸກຍຸ້ການສະໜອງວັກຊີນ ແລະ ບັນດາເຄື່ອງມື, ອຸປະກອນການແພດໃຫ້ແກ່ປະເທດກໍາລັງພັດທະນາ.

ຜ່ານນັ້ນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ກໍ່ຫວັງວ່າ IMF ຈະໜູນຊ່ວຍຫວຽດນາມໃນການເຂົ້າເຖິງແຫຼ່ງວັກຊີນ ແລະ ສືບຕໍ່ຮ່ວມເດີນທາງກັບຫວຽດນາມໃນວິວັດການພັດທະນາ, ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດກຳລັງພັດທະນາດ້ວຍພື້ນຖານອຸດສາຫະກໍາທີ່ທັນສະໄໝ, ມີລາຍຮັບປານກາງສູງໃນປີ 2030 ແລະ ກາຍເປັນປະເທດພັດທະນາ, ມີລາຍຮັບສູງພາຍໃນປີ 2045 ຕາມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 13 ຂອງພັກ ທີ່ໄດ້ວາງອອກ.

ທ່ານ ຜູ້ອຳນວຍການໃຫຍ່ IMF ສະແດງຄວາມດີໃຈທີ່ໄດ້ພົບປະກັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ໄດ້ສະແດງຄວາມຂອບອົກຂອບໃຈ ທ່ານປະທານປະເທດ ຫວຽດນາມ ທີ່ໄດ້ສະຫຼະເວລາ ເພື່ອໃຫ້ການຕ້ອນຮັບ.

ທ່ານຜູ້ອຳນວຍການໃຫຍ່ IMF ຊົມເຊີຍບັນດາຜົນສຳເລັດທາງດ້ານເສດຖະກິດຂອງຫວຽດນາມໃນຊຸມປີຜ່ານມາ, ຕີລາຄາສູງຕໍ່ແຜນນະໂຍບາຍ ແລະ ນະໂຍບາຍຂອງລັດຫວຽດນາມໃນການຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ, ປ່ຽນແປງໃໝ່ຮູບແບບການເຕີບໂຕ, ພ້ອມດຽວກັນນັ້ນ ກໍ່ໄດ້ຢືນຢັນວ່າ IMF ຈະໜູນຊ່ວຍ ຫວຽດນາມເພື່ອຜ່ານຜ່າຄວາມຫຍຸ້ງຍາກຂອງພະຍາດໂຄວິດ -19 ພ້ອມທັງຈະຮ່ວມເດີນທາງກັບຫວຽດນາມໃນການພັດທະນາປະເທດ.

ໄຊພອນ

ເຫດການ
302 Found

Found

The document has moved here.