ນັກ​ຊ່ຽວ​ຊານ ລັດ​ເຊຍ ຕີ​ລາ​ຄາວ່າ ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ​ມີ​ຄ​ວາມ​ຮັບ​ຜິດ​ຊອບ​ຂອງ ສ​ປ​ຊ

19:07 | 26/09/2021

ບົດຂຽນໄດ້ຕີລາຄາກ່ຽວກັບບົດບາດ, ທີ່ຕັ້ງສາກົນ ກໍຄືບັນດາຜົນງານພົ້ນເດັ່ນຂອງ ຫວຽດນາມ ໃນຫຼາຍປີຜ່ານມາ, ພ້ອມທັງເນັ້ນໜັກເຖິງລາຍການເຮັດວຽກຢ່າງມີປະສິດທິຜົນ ແລະ ຕັ້ງໜ້າຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ໃນກອງປະຊຸມສະມັດຊາໃຫຍ່ ສປຊ.

ເຝີ​ຫວຽດ​ນາມ ​ໃນ​ສາຍ​ຕາ​ຂອງ ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ ເຝີ​ຫວຽດ​ນາມ ​ໃນ​ສາຍ​ຕາ​ຂອງ ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ
ມີ​ນັກ​ລົງ​ທຶນໃຫຍ່​ຂອງ​ໄຕ້ຫວັນ 100 ຄົນ​ຊອກ​ຫາ​ກາ​ລະ​ໂອ​ກາດ​ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ ມີ​ນັກ​ລົງ​ທຶນໃຫຍ່​ຂອງ​ໄຕ້ຫວັນ 100 ຄົນ​ຊອກ​ຫາ​ກາ​ລະ​ໂອ​ກາດ​ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ
ນັກ​ຊ່ຽວ​ຊານ ລັດ​ເຊຍ ຕີ​ລາ​ຄາວ່າ ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ​ມີ​ຄ​ວາມ​ຮັບ​ຜິດ​ຊອບ​ຂອງ ສ​ປ​ຊ
ນັກ​ຊ່ຽວ​ຊານ ລັດ​ເຊຍ ຕີ​ລາ​ຄາວ່າ ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ​ມີ​ຄ​ວາມ​ຮັບ​ຜິດ​ຊອບ​ຂອງ ສ​ປ​ຊ. ພາບ: TTXVN

ວັນທີ 24 ກັນຍາ, ສໍານັກຂ່າວສານ Infox ໄດ້ລົງບົດຂຽນຂອງ ທ່ານ Grigory Trofimchuk ນັກຊ່ຽວຊານຊາວ ລັດເຊຍ ຊຶ່ງໄຈ້ແຍກສະພາບການການເມືອງສາກົນຂອງ ລັດເຊຍ, ສັງກັດກອງທຶນຄົ້ນຄວ້າວິທະຍາສາດ “ແນວຄວາມຄິດ ອາຊີ - ເອີຣົບ” ກ່ຽວກັບບົດບາດຂອງ ຫວຽດນາມ ໃນເວທີສາກົນ ແລະ ການປະກອບສ່ວນຕ່າງໆແກ່ ສປຊ ໃນຖານະເປັນສະມາຊິກທີ່ມີຄວາມຮັບຜິດຊອບ. ດ້ວຍຫົວຂໍ້ “ຫວຽດນາມ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງ ສປຊ”, ບົດຂຽນໄດ້ຕີລາຄາກ່ຽວກັບບົດບາດ, ທີ່ຕັ້ງສາກົນ ກໍຄືບັນດາຜົນງານພົ້ນເດັ່ນຂອງ ຫວຽດນາມ ໃນຫຼາຍປີຜ່ານມາ, ພ້ອມທັງເນັ້ນໜັກເຖິງລາຍການເຮັດວຽກຢ່າງມີປະສິດທິຜົນ ແລະ ຕັ້ງໜ້າຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ໃນກອງປະຊຸມສະມັດຊາໃຫຍ່ ສປຊ. ກ່ຽວກັບບົດບາດຂອງ ຫວຽດນາມ ໃນເວທີສາກົນ, ຜູ້ຂຽນຖືວ່າ ຫວຽດນາມ ບັນລຸໄດ້ລະດັບສູງໃໝ່, ເຊິ່ງສາມາດເຫັນໄດ້ຢ່າງຈະແຈ້ງຜ່ານບັນດາການປະກອບສ່ວນໃນຖານະເປັນກຳມະການບໍ່ຖາວອນ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ເມື່ອໂລກພວມປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ ກໍຄື ໃນບັນດາການເຄື່ອນໄຫວຂອງ ອາຊຽນ.

ໃນຂະນະນັ້ນ, ທ່ານປະລິນຍາເອກ Vasily Kashin, ພະແນກເສດຖະກິດ ແລະ ການເມືອງສາກົນ, ມະຫາວິທະຍາໄລເສດຖະກິດຂັ້ນສູງ (ລັດເຊຍ) ໄດ້ໃຫ້ຂໍ້ສັງເກດວ່າ ບົດກ່າວປາໄສຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໃນກອງປະຊຸມປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 76 ກວມລວມຫຼາຍບັນຫາຮີບເຮັ່ງໃນປັດຈຸບັນ ນັບແຕ່ບັນດາສິ່ງທ້າທາຍຂອງຄວາມໝັ້ນຄົງແບບໃໝ່ ຄື ໂລກລະບາດໂຄວິດ - 19; ການປ່ຽນແປງຂອງດິນຟ້າອາກາດ; ສະພາບຂາດຄວາມຍຸຕິທຳໃນທົ່ວໂລກ; ບົດບາດເປັນໃຈກາງຂອງ ສປຊ ຕະຫຼອດຮອດບັນດາບັນຫາໃນພື້ນຖານເສດຖະກິດຂອງພາກພື້ນ, ຄວາມເຄັ່ງຕຶງກ່ຽວກັບການຂັດແຍ່ງໃນບັນຫາຜືນແຜ່ນດິນ ແລະ ການຊ່ວງເສັງປະກອບອາວຸດ.

vovworld.vn

ເຫດການ
302 Found

Found

The document has moved here.