ການພົບປະຂັ້ນສູງຫວຽດນາມ-ລາວ-ກໍາປູເຈຍ

10:05 | 27/09/2021

ວັນທີ 26 ກັນຍາ 2021, ທີ່ສໍານັກງານສູນກາງພັກ, ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມູນິດຫວຽດນາມ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະທ່ານ Hun Sen ປະທານພັກປະຊາຊົນກໍາປູເຈຍ, ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກກໍາປູເຈຍ ໄດ້ມີການພົບປະຂັ້ນສູງຫວຽດນາມ-ລາວ-ກໍາປູເຈຍ.

ADB ໜູນຊ່ວຍຂະແໜງສາທາລະນະສຸກ ລາວ, ກໍາປູເຈຍ, ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ADB ໜູນຊ່ວຍຂະແໜງສາທາລະນະສຸກ ລາວ, ກໍາປູເຈຍ, ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ  ຫວຽດນາມ, ກໍາປູເຈຍ ແລະ ລາວ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ, ກໍາປູເຈຍ ແລະ ລາວ
ການພົບປະຂັ້ນສູງຫວຽດນາມ-ລາວ-ກໍາປູເຈຍ
ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມູນິດຫວຽດນາມ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະທ່ານ Hun Sen ປະທານພັກປະຊາຊົນກໍາປູເຈຍ, ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການພົບປະ, ການນໍາສາມທ່ານຂອງສາມພັກໄດ້ຕີລາຄາສູງຄວາມໝາຍ ແລະຄວາມສໍາຄັນຂອງການພົບປະ; ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ໃນນັ້ນມີວຽກງານພັກ, ການພັດທະນາເສດຖະກິດ-ສັງຄົມ, ພິເສດແມ່ນໃນສະພາບປ້ອງກັນ, ຕ້ານພະຍາດໂຄວິດ-19.

ການນໍາສາມທ່ານໄດ້ແລກປ່ຽນກ່ຽວກັບສະພາບການຮ່ວມມືໃນໄລຍະຜ່ານມາ; ປຶກສາຫາລືກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ; ພ້ອມກັນເຫັນດີເປັນເອກະພາບຕໍ່ຄວາມສໍາຄັນຂອງການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີມິດຕະພາບ, ສະໜິດຕິດແໜ້ນລະຫວ່າງສາມພັກ, ສາມປະເທດ. ການນໍາສາມທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ; ເສີມຂະຫຍາຍກົນໄກໃນປະຈຸບັນໃຫ້ມີປະສິດທິຜົນ ແລະສືບຕໍ່ແລກປ່ຽນ, ຮ່ວມມືໃນຂົງເຂດຕ່າງໆໃນໄລຍະຈະມາເຖິງ, ເພື່ອຜົນປະໂຫຍດຂອງປະຊາຊົນສາມປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ເນື່ອງໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ກໍ່ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ, ທ່ານ Hun Sen ປະທານພັກປະຊາຊົນກໍາປູເຈຍ, ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກໍາປູເຈຍ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ.

la.qdnd.vn

ເຫດການ
302 Found

Found

The document has moved here.