ຫວຽດນາມ ນັບມື້ນັບຢັ້ງຢືນບົດບາດຂອງຕົນໃນບັນດາບັນຫາທົ່ວໂລກ

20:00 | 25/09/2021

ຍສໝ - ໜັງສືພິມ Washington Times (ອາເມລິກາ) ຫາກໍ່ລົງພິມບົດຄວາມທີ່ຕີລາຄາສູງບົດບາດຂອງຫວຽດນາມໃນບັນດາບັນຫາທົ່ວໂລກ, ພິເສດແມ່ນເປັນສະມາຊິກບໍ່ປະຈຳການ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ (UNSC) ສໍາລັບອາຍຸການ 2020-2021, ດ້ວຍການເປັນປະທານໝູນວຽນສະພາຄວາມໝັ້ນຄົງສະຫະປະຊາຊາດສອງຄັ້ງໃນອາຍຸການນີ້.

ຫວຽດນາມ ແມ່ນ 1 ໃນ 4 ປະເທດທີ່ມີລາຍຮັບປານກາງ ພວມໄປທັນກັບທ່ວງທ່າເພີ່ມດັດຊະນີປ່ຽນແປງໃໝ່ປະດິດຄິດສ້າງໃນທົ່ວໂລກ ຫວຽດນາມ ແມ່ນ 1 ໃນ 4 ປະເທດທີ່ມີລາຍຮັບປານກາງ ພວມໄປທັນກັບທ່ວງທ່າເພີ່ມດັດຊະນີປ່ຽນແປງໃໝ່ປະດິດຄິດສ້າງໃນທົ່ວໂລກ
ຫວຽດນາມ ຍົກສູງກົດໝາຍສາກົນ ໃນການແກ້ໄຂສິ່ງທ້າທາຍທົ່ວໂລກ ຫວຽດນາມ ຍົກສູງກົດໝາຍສາກົນ ໃນການແກ້ໄຂສິ່ງທ້າທາຍທົ່ວໂລກ

ບົດຄວາມລະບຸແຈ້ງວ່າ ເຖິງວ່າຈະມີການລະບາດຂອງພະຍາດ COVID-19 ເກີດຂຶ້ນມາໃໝ່, ໂດຍສະເພາະ ແມ່ນການປະກົດມີສາຍພັນໃໝ່ Delta, ຮູບພາບຂອງຫວຽດນາມໃນເວທີສາກົນ ນັບມື້ຍິ່ງໄດ້ຮັບການຍົກສູງຂຶ້ນ ໂດຍຜ່ານການດຳລົງຕຳແໜ່ງບົດບາດ ຢູ່ໃນ ສະພາຄວາມໝັ້ນຄົງສະຫະປະຊາຊາດ, ພ້ອມກັບຄວາມອາດສາມາດ ແລະ ຄວາມໝັ້ນໃຈໃນການປະສານງານ, ແລກປ່ຽນ ແລະ ການສົນທະນາ ກ່ຽວກັບບັນດາບັນຫາທີ່ສຳຄັນ, ກໍ່ຄືຄວາມມານະພະຍາຍາມຮັກສາຄວາມສັນຕິພາບ.

ຫວຽດນາມ ນັບມື້ນັບຢັ້ງຢືນບົດບາດຂອງຕົນໃນບັນດາບັນຫາທົ່ວໂລກ
ທ່ານປະທານປະເທດຫງວຽນຊວນຟຸກກ່າວປາໄສທີ່ວາລະປະຊຸມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 76. (ພາບ: TTXVN)

ບົດຂຽນໄດ້ຍົກເນັ້ນໜັກທີ່ຕັ້ງຂອງຫວຽດນາມໃນຄວາມໝັ້ນຄົງສາກົນ ທີ່ໄດ້ຮັບການຍອມຮັບ ເມື່ອຫວຽດນາມເປັນເຈົ້າພາບຈັດກອງປະຊຸມສຸດຍອດເວທີປາໄສການຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (APEC) ປີ 2017, ກອງປະຊຸມສຸດຍອດອາເມລິກາ-ເກົາຫຼີເໜືອ ໃນປີ 2019. ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດການສ້າງສັນຕິພາບທີ່ນັບມື້ນັບໃຫຍ່ຫຼວງ, ພ້ອມກັບຄວາມອາດສາມາດ ແລະ ຄວາມໝັ້ນໃຈຕໍ່ບົດບາດການໄກ່ເກ່ຍທີ່ສໍາຄັນ ໃນປະຊາຄົມບັນດາປະເທດອາຊຽນ ກ່ຽວກັບບັນດາບັນຫາຄວາມໝັ້ນຄົງໃນພາກພື້ນ. ດ້ວຍຜົນສຳເລັດການນຳໃຊ້ລະບອບການຕະຫຼາດທີ່ຖືກຕ້ອງນັ້ນ, ເສດຖະກິດຂອງຫວຽດນາມ ໃນສອງທົດສະວັດຜ່ານມາ ກໍ່ສາມາດບັນລຸໄດ້ບັນດາໝາກຜົນທີ່ໜ້າປະທັບໃຈຫຼາຍຢ່າງ.

ຫວຽດນາມໄດ້ ແລະ ພວມເຂົ້າຮ່ວມຢ່າງຕັ້ງໜ້າໃນຄວາມມານະພະຍາຍາມຮັກສາສັນຕິພາບຂອງສະຫະປະຊາຊາດ. ຫວຽດນາມ ຍາມໃດກໍ່ຊຸກຍູ້ລັດທິຫຼາຍຝ່າຍ, ເຄົາລົບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ.

ຕະຫຼອດສາມທົດສະວັດທີ່ຜ່ານມາ, ຫວຽດນາມ ຍັງໄດ້ຮັບການຍອມຮັບວ່າ ເປັນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຍາມໃດກໍ່ໃຫ້ການສະໜັບສະໜູນຂໍ້ລິເລີ່ມກ່ຽວກັບການປ່ຽນແປງດິນຟ້າອາກາດ ຂອງສະຫະປະຊາຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.