ພິທີມອບ-ຮັບວັກຊິນກັນໂຄວິດ-19 ຈຳນວນ 1,5 ລ້ານໂດສ ໃຫ້ແກ່ຫວຽດນາມ

16:22 | 06/10/2021

ຍສໝ - ຕອນບ່າຍວັນທີ 4 ຕຸລາ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດພິທີມອບ-ຮັບວັກຊິນກັນໂຄວິດ-19 Pfizer/BioNtech 1,5 ລ້ານໂດສ ໂດຍໂຄງການ COVAX ສະໜອງດ້ວຍການໜູນຊ່ວຍຂອງລັດຖະບານສະຫະລັດອາເມລິກາ.

ຢາວັກຊີນກັນ ໂຄວິດ - 19 AstraZeneca ຫຼາຍກວ່າ 1.3 ລ້ານໂດສ ໄດ້ມອບໃຫ້ກະຊວງສາທາລະນະສຸກ ຢາວັກຊີນກັນ ໂຄວິດ - 19 AstraZeneca ຫຼາຍກວ່າ 1.3 ລ້ານໂດສ ໄດ້ມອບໃຫ້ກະຊວງສາທາລະນະສຸກ
ຊາວຫວຽດນາມຢູ່ຕ່າງປະເທດສືບຕໍ່ສະໜັບສະໜູນ ຫຼາຍກວ່າ 1 ຕື້ດົ່ງເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ -19 ຊາວຫວຽດນາມຢູ່ຕ່າງປະເທດສືບຕໍ່ສະໜັບສະໜູນ ຫຼາຍກວ່າ 1 ຕື້ດົ່ງເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ -19
ພິທີມອບ-ຮັບວັກຊິນກັນໂຄວິດ-19 ຈຳນວນ 1,5 ລ້ານໂດສ ໃຫ້ແກ່ຫວຽດນາມ
ພິທີມອບ-ຮັບວັກຊິນກັນໂຄວິດ-19 ຈຳນວນ 1,5 ລ້ານໂດສ ໃຫ້ແກ່ຫວຽດນາມ. ພາບ: TTXVN

ກ່າວຄຳເຫັນທີ່ພິທີ, ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ ໄດ້ຕີລາຄາສູງຕໍ່ການໜູນຊ່ວຍອັນລ້ຳຄ່າ ແລະ ທັນການຂອງໂຄງການ COVAX ແລະ ລັດຖະບານ, ປະຊາຊົນອາເມລິກາ ໃນສະພາບທີ່ ຫວຽດນາມ ມີຄວາມຕ້ອງການຍູ້ແຮງການສັກວັກຊິນກັນໂຄວິດ-19 ໃຫ້ປະຊາຊົນ.

ການໜູນຊ່ວຍດັ່ງກ່າວໄດ້ ແລະ ພວມປະກອບສ່ວນຊ່ວຍໃຫ້ຫວຽດນາມ ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ, ຮັບມືດ້ວຍຄວາມປອດໄພ, ນຳປະເທດຫັນໄປສູ່ໄລຍະເປັນປົກກະຕິໃໝ່.

ທ່ານ ດັ້ງຮວ່າງຢາງ ໄດ້ເນັ້ນໜັກວ່າ ດ້ວຍການຈັດແບ່ງໃນຄັ້ງນີ້, COVAX ສືບຕໍ່ເປັນຝ່າຍສະໜອງວັກຊິນລາຍໃຫຍ່ໃຫ້ແກ່ຫວຽດນາມ ດ້ວຍຈໍານວນວັກຊິນທີ່ສົ່ງມາຫວຽດນາມ ທັງໝົດແມ່ນ 14 ລ້ານໂດສ. ສະຫະລັດອາເມລິກາ ເປັນປະເທດທີ່ສະໜອງວັກຊິນກັນໂຄວິດ-19 ລາຍໃຫຍ່ທີ່ສຸດໃຫ້ແກ່ຫວຽດນາມ, ມາຮອດປະຈຸບັນ ວັກຊິນທີ່ໜູນຊ່ວຍໃຫ້ຫວຽດນາມ ແມ່ນ 7,5 ລ້ານໂດສ.

ສ່ວນທ່ານ Christopher Klein, ອຸປະທູດສະຖານທູດສະຫະລັດອາເມລິກາ ປະຈໍາຫວຽດນາມ ຢືນຢັນວ່າ ລັດຖະບານສະຫະລັດອາເມລິກາ ຈະສືບຕໍ່ໜູນຊ່ວຍຫວຽດນາມ ແລ ປະເທດອື່ນໆ ເພື່ອຜ່ານຜ່າໂລກລະບາດໂດຍໄວ ແລະ ສ້າງສາບ້ານເມືອງໃຫ້ດີກວ່າເກົ່າ.

ໄຊພອນ

ເຫດການ
302 Found

Found

The document has moved here.